ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອາຟຣິກາ ຮຽກຮ້ອງໃຫ້ ສປຊ ແຊກແຊງ ທາງທະຫານ ໃນມາລີ


ຮູບທີ່ນຳເຜີຍແຜ່ໂດຍຂະບວນການ MNLA ສະແດງໃຫ້ເຫັນວ່າ ພວກກະບົດ Tuareg ໂຮມຊຸມນຸມກັນ ໃນສະຖານທີ່ແຫ່ງນຶ່ງ ທາງພາກເໜືອປະເທດມາລີ.
ຮູບທີ່ນຳເຜີຍແຜ່ໂດຍຂະບວນການ MNLA ສະແດງໃຫ້ເຫັນວ່າ ພວກກະບົດ Tuareg ໂຮມຊຸມນຸມກັນ ໃນສະຖານທີ່ແຫ່ງນຶ່ງ ທາງພາກເໜືອປະເທດມາລີ.

ບັນດາ​ຜູ້​ນໍາຂອງ​ອາ​ຟຣິກາທີ່​ພວມປະ​ຊຸມ​ກັນໃນ Ivory Coast ພາກັນ​ຮຽກຮ້ອງ​ໃຫ້
​ສະຫະ​ປະຊາ​ຊາດ ສະໜັບສະໜຸນ​ຕໍ່ການແຊກ​ແຊງທາງ​ທະຫານ ເຂົ້າໄປໃນ​ພາກ​ເໜືອ​
ຂອງ Mali ຊຶ່ງ​ປັດຈຸບັນ​ນີ້​ຖືກພວກ​ກະບົດ​ຄວບ​ຄຸມຢູ່ນັ້ນ.

ບັນດາສະມາຊິກຂອງສະຫະພາບອາ​ຟຣິກາ ປະຊາ​ຄົມ​ເສດຖະກິດ​ບັນດາ​ລັດ​ອາ​ຟຣິກາ
ຕາ​ເວັນຕົກຫຼື ECOWAS ​ແລະ​ອົງການສະຫະ​ປະຊາ​ຊາດໄດ້​ຕົກລົງກັນໃນ​ວັນ​ພະຫັດ
ວານ​ນີ້ ໃຫ້ສະຫະພາບອາ​ຟຣິກາຮ້ອງ​ຮຽນ​ໄປ​ຍັງສະພາຄວາມໝັ້ນຄົງ​ ຂອງສະຫະ​ປະ
ຊາ​ຊາດ ເພື່ອ​ເຂົ້າ​ແຊກ​ແຊງ​ໃນ​ການ​ຟື້ນຟູ​ອະທິປະໄຕ​ອັນ​ຄົບຖ້ວນ​ຂອງ Mali.

ຜູ້ນຳ​ຂອງ​ກຸ່ມ ECOWAS ທ່ານ Kadre Desire Quedraogo ກ່າວວ່າ ພາກ​ເໜືອ​
ຂອງ Mali ໄດ້​ກາຍ​ເປັນບ່ອນ​ທີ່​ມີ​ອັນ​ຕະລາຍ​ຫລາຍ​ຂື້ນ ​ແລະ​ເພາະສະ​ນັ້ນ ພວກ​ເຂົາ​
ເຈົ້າ​ຈຶ່ງ​ບໍ່​ໄດ້ປະຕິ​ເສດ ກ່ຽວ​ກັບ​ການ​ທີ່ຈະ​ໃຊ້​ກຳລັງ​ເພື່ອ​ຟື້ນຟູຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​.

ພາກ​ເໜືອ​ຂອງ Mali ​ໄດ້​ຕົກໄປ​ຢູ່ໃນ​ກໍາມື​ຂອງ​ພວກ Tuareg ​ແລະກຸ່ມກະບົດຫົວ​ຮຸນ​
ແຮງອິສລາມ ຫລັງ​ຈາກ​ພວກທະຫານ Mali ​ໄດ້ໂຄ່ນລົ້ມ ປະທານາທິບໍດີ Amadou
Toumani Toure ​ໃນການກໍ່​ລັດ​ຖະ​ປະຫານ​ຫານໃນ​ເດືອນມີນາຜ່ານ​ມາ. ນັບ​ແຕ່​ນັ້ນມາ
​ກໍ​ມີ​ການ​ສ້າງຕັ້ງ​ລັດຖະບານ​ໄລຍະ​ຂ້າມ​ຜ່ານ​ແຕ່​ບໍ່ໄດ້​ຮັບ​ຜົນ​ສໍາ​ເລັດ​ໃນ​ການສ້າງ​ອິດ​ທິພົນ
ຫລື​ຄວາມໝັ້ນຄົງ​ຢູ່​ພາກ​ເໜືອ​ຂອງ Mali​.

ພວກ​ກະບົດ​ແບ່ງ​ແຍກ​ດິນ​ແດນ Tuareg ​ໄດ້​ເລີ້ມ​ທໍາ​ການ​ໂຈມ​ຕີຄ້າຍ​ທະຫານ​ຕ່າງໆ​ ຢູ່
ໃນ​ເຂດທະ​ເລ​ຊາຍ​ຂອງ Mali ຫລັງ​ຈາກ​ບັນດາ​ນັກ​ລົບຂອງພວກ​ກະບົດ Tuareg ​ໄດ້​ກັບ
ຄືນມາ​ຈາກລີ​ເບຍ ບ່ອນ​ທີ່​ເຂົາ​ເຈົ້າ​ໄດ້​ໃຫ້ການ​ຊ່ວຍ​ເຫລືອ​ຈາກມື້ລາງຜູ້​ນໍາ​ລີ​ເບຍ ທ່ານ
Moammar Gadhafi​. ຫ້ອງການ​ອົບ​ພະ​ຍົບຂອງ​ສະຫະ​ປະຊາ​ຊາດກ່າວ​ວ່າ ບັນຫາຂັດ
​ແຍ້​ງ​ນີ້ເປັນ​ເຫດ​ໃຫ້ 130.000 ຄົນ​ ຕ້ອງໄດ້​ຍົກຍ້າຍບ່ອນ​ຢູ່ ​ທັງຢູ່ໃນ​ແລະ​ອ້ອມ​ແອ້ມ Mali​.
ທະຫານ​ຫລາຍ​ຄົນ​ໄດ້ເສ​ຍຊີວິດ​ ຍ້ອນ​ບັນຫາ​ຂັດ​ແຍ້​ງດັ່ງກ່າວ.

XS
SM
MD
LG