ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວອາຟຣິກາ ທີ່ຢູ່ໃກ້ເຂື່ອນ​ໃຫຍ່ ມີໂອກາດ ເຖິງສີ່ເທົ່າ ທີ່ຈະຕິດມາເລເຣຍ


ພວກຜູ້ຍິງອາຟຣິກາ ພາກັນໄດ້ຮັບມຸ້ງ ປ້ອງກັນຍຸງ.
ພວກຜູ້ຍິງອາຟຣິກາ ພາກັນໄດ້ຮັບມຸ້ງ ປ້ອງກັນຍຸງ.

ການ​ຄົ້ນຄວ້າ​ໃໝ່ພົບ​ເຫັນ​ວ່າ ປະຊາຊົນ​ທີ່ອາໄສຢູ່​ໃກ້ກັບ​ເຂື່ອນ
ຂະໜາດ​ໃຫຍ່ ​ໃນ​ເຂດ​ໃຕ້​ທະ​ເລ​ຊາຍ ຊາ​ຮາຣາ ຂອງອາ​ຟຣິກາ
ມີໂອກາດຢ່າງ​ໜ້ອຍ​ສີ່ເທົ່າ ທີ່ຈະ​ຕິ​ດ​ເຊື້ອມາ​ເລ​ເຣຍຫລາຍ​ກວ່າ
ແຫ່ງ​ອື່ນໆ.

ການ​ຄົ້ນ​ຄວ້ານີ້​ຍັງ​ເຕືອນ​ວ່າ ​ໃນຂະນະທີ່ພວມຈະມີການກໍ່​ສ້າງ
​ເຂື່ອນ​ຫລາຍ​ແຫ່ງ​ຢູ່​ໃນ​ຂົງ​ເຂດ ​ກໍລະນີ​ການຕິດເຊື້ອມາ​ເລ​ເຣຍ
ອາດຈະເພີ້ມ​ຂື້ນເປັນຫລາຍ​ສິບ​ພັນ​ຕໍ່​ປີ.

ການ​ຄົ້ນຄວ້າ ທີ່ພິມເຜີຍ​ແຜ່ ໃນເດືອນ​ນີ້ ໂດຍວາລະສານ
Malaria ທີ່​ມີຫ້ອງການຢູ່​ນະຄອນ​ລອນ​ດອນ​ໄດ້ບອກ​ທີ່ຕັ້ງ
ຂອງ​ເຂື່ອນທີ່​ມີ​ຢູ່​ເກືອບ 1,270 ​ແຫ່ງ ​ແລະ​ປຽບທຽບບັນດາ​ສະຖານ​ທີ່​ເຫລົ່າ​ນີ້​ໃສ່​ກັບ​ກໍລະນີການເປັນ​ມາ​ເລ​ເຣຍ. ບັນດາ​ນັກ​ຄົ້ນຄວ້າ​ລົງ​ຄວາມ​ເຫັນ​ວ່າ ປະຊາຊົນຫລາຍ​ກວ່າ
​ນຶ່ງ​ລ້ານ​ ຢູ່​ໃນເຂດ​ໃຕ້​ທະ​ເລ​ຊາຍຊາ​ຮາຣາ ຂອງ ອາ​ຟຣິກາ ຈະ​ຕິດເຊື້ອມາ​ເລ​ເຣຍ ​ໃນ​ປີ​
ນີ້ ​ເພາະວ່າ​ເຂົາ​ເຈົ້າຢູ່​ໃກ້​ກັບບັນດາເຂື່ອນ​ເຫລົ່ານີ້.

ນັກ​ຄົ້ນຄວ້າ ທ່ານ Mathew McCartney ​ແຫ່ງ​ສະ​ຖາ​ບັນຄຸ້ມຄອງ​ນຳ້ສາກົນ ​ເປັນຄູ່​ຮ່ວມ
ຂຽນ​ລາຍ​ງານ​ເລື້ອງ​ນີ້.

ທ່ານກ່າວວ່າວ “ພວກ​ເຮົາ​ພົບ​ເຫັນ​ວ່າ ບັນດາ​ເຂື່ອນ​ເຫລົ່າ​ນີ້ ມີຜົນ​ສະທ້ອນ​ແກ່ ​ມາ​ເລ​ເຣຍ
​ເພາະຄວາມຈິງ​ແລ້ວ ​ມັນເປັນບ່ອນ​ເພາະພັນສຳລັບຍຸງ ແລະ​ພວກ ຍຸງ​ກົ້ນ​ຊີ້ ຊຶ່ງ​ເປັນ​ຍຸງ​ທີ່
​ນຳ​ເອົາມ​າ​ເລ​ເຣຍ ​ແລະ​ເປັນ​ບ່ອນຢູ່​ຂອງເຊື້ອມາ​ເລ​ເຣຍ ​ໃນຜູ້ຄົນ” ທີ່​ທ່ານ​ກ່າວວ່າ “ຢູ່​ຕາມ
​ແຄມ​ອ່າງ​ເກັບ​ນໍ້າ ​ເປັນ​ບ່ອນ​ເຮັດ​ໃຫ້​ເກີດ​ແມ່​ແຜ່​ລູກ ​ແລະ​ເພາະສະ​ນັ້ນ ຈຶ່ງເຮັດໃຫ້ມີຍູງເພີ້ມ
ຂຶ້ນ ຢູ່​ອ້ອມ​ແອ້ມເຂື່​ອນຫລາຍ
ແຫ່ງ.”

ເຂື່ອນຕ່າງໆ ແມ່ນມີນ້ຳໄຫລຊ້າໆຫລືບໍ່ກໍບໍ່ໄຫລເລີຍ, ພ້ອມໆບວກໜອງຕື້ນໆ ທີ່ຢູ່ຕາມ
ແຄມຂອງເຂື່ອນນັ້ນ.

XS
SM
MD
LG