ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພວກຍົກຍ້າຍຖິ່ນຖານ ອາຟຣິກາ ປະທະກັບ ຕຳຫຼວດ ໃນພາກເໜືອຂອງ ອາຟຣິກາ


ຜູ້ຍົກຍ້າຍຖິ່ນຖານຄົນໜຶ່ງຢືນຢູ່ຮົ້ວເຂດຊາຍແດນ ໃນຂະນະ
ທີ່ຕຳຫຼວດ ສເປນ ຢືນຍາມຢູ່ທາງລຸ່ມ ໃນລະຫວ່າງ ການລົ້ມ
ແຫຼວທີ່ຈະຂ້າມເຂົ້າໃນເຂດແດນປະເທດ ສເປນ, ຢູ່ເຂດເມືອງ Ceuta ຕັ້ງຢູ່ລະຫວ່າງປະເທດ ໂມຣັອກໂກ ກັບ ສເປນ. 1 ມັງກອນ, 2017.
ຜູ້ຍົກຍ້າຍຖິ່ນຖານຄົນໜຶ່ງຢືນຢູ່ຮົ້ວເຂດຊາຍແດນ ໃນຂະນະ ທີ່ຕຳຫຼວດ ສເປນ ຢືນຍາມຢູ່ທາງລຸ່ມ ໃນລະຫວ່າງ ການລົ້ມ ແຫຼວທີ່ຈະຂ້າມເຂົ້າໃນເຂດແດນປະເທດ ສເປນ, ຢູ່ເຂດເມືອງ Ceuta ຕັ້ງຢູ່ລະຫວ່າງປະເທດ ໂມຣັອກໂກ ກັບ ສເປນ. 1 ມັງກອນ, 2017.

ພວກຍົກຍ້າຍຖິ່ນຖານຈາກປະເທດລຸ່ມທະເລຊາຍ ຊາຮາຣາ ອາຟຣິກາ ຢ່າງໜ້ອຍ 800 ຄົນໄດ້ພາກັນມ້າງເພຮົ້ວເຂດຊາຍແດນ ລະຫວ່າງປະເທດ ໂມຣັອກໂກ ກັບ ເມືອງ Ceuta, ເຊິ່ງເປັນເມືອງທີ່ປົກຄອງຕົນເອງຂອງປະເທດ ສເປນ ຕັ້ງຢູ່ຊາຍຝັ່ງພາກເໜືອ ຂອງ ອາຟຣິກາ ໃນວັນອາທິດວານນີ້, ອີງຕາມບັນດາເຈົ້າໜ້າທີ່ ສເປນ ແລະ ໂມຣັອກໂກ.

ຕຳຫຼວດ ສເປນ 5 ຄົນ ແລະ ໂມຣັອກໂກ 50 ຄົນໄດ້ຮັບບາດເຈັບ, 10 ຄົນບາດເຈັບສາ ຫັດ ໃນຂະນະທີ່ພວກເຂົາເຈົ້າໄດ້ປະທະກັບພວກຍົກຍ້າຍຖິ່ນຖານ ຜູ້ທີ່ໄດ້ພະຍາຍາມທີ່ ຈະພັງຜ່ານຮົ້ວເຂົ້າໄປ ໂດຍການໃຊ້ກ້ອນຫີນ ແລະ ຖ່ອນເຫຼັກ.

ລັດຖະບານ ສເປນ ກ່າວວ່າ ຜູ້ຍົກຍ້າຍຖິ່ນຖານສອງຄົນໄດ້ຖືກອະນຸຍາດໃຫ້ເດີນທາງ ເຂົ້າເມືອງ Ceuta ສຳລັບການປິ່ນປົວທີ່ໂຮງໝໍໃນທ້ອງຖິ່ນ. ແລະ ຄົນອື່ນໆແມ່ນຖືກສົ່ງ ກັບຄືນໄປປະເທດ ໂມຣັອກໂກ.

ເມືອງ Ceuta ແລະ Melilla ເຊິ່ງເປັນອີກເມືອງໜຶ່ງທີ່ຕັ້ງຢູ່ພາກເໜືອຂອງ ອາຟຣິກາ, ໄດ້ ຖືກໃຊ້ເປັນທາງເຂົ້າໃນທະວີບ ຢູໂຣບ ສຳລັບພວກຍົກຍ້າຍຖິ່ນຖານ ອາຟຣິກາ ຜູ້ທີ່ຊອກ ຫາຊີວິດທີ່ດີກວ່າເກົ່າ ຢ່າງເປັນປະຈຳ. ຄົນສ່ວນໃຫຍ່ທີ່ໄດ້ພະຍາຍາມເດີນທາງຜ່ານເຂດ ຊາຍແດນນັ້ນໄດ້ຖືກຈັບກຸມ ແລະ ຖືກສົ່ງກັບຄືນປະເທດ ໂມຣັອກໂກ. ຜູ້ທີ່ປີນຂ້າມຮົ້ວໄດ້ ຢ່າງສຳເລັດແມ່ນຖືກສົ່ງກັບຄືນປະເທດ ຫຼື ປ່ອຍຕົວໄປ. ຄົນອື່ນໆອີກຫຼາຍພັນຄົນໄດ້ພະ ຍາຍາມທີ່ຈະເດີນທາງເຂົ້າ ຢູໂຣບ ດ້ວຍການເດີນທາງຜ່ານທະເລ ເມດີເທີເຣນຽນ, ຫຼາຍ ຄັ້ງດ້ວຍເຮືອທີ່ນ້ອຍ ເຊິ່ງບໍ່ເໝາະສົມກັບທະເລເປີດກວ້າງດັ່ງກ່າວ.

ກຸ່ມສິດທິມະນຸດໄດ້ກ່າວວິຈານ ສເປນ ສຳລັບການສົ່ງພວກຍົກຍ້າຍຖິ່ນຖານກັບຄືນປະ ເທດ ໂມຣັອກໂກ. ພວກເຂົາເຈົ້າໄດ້ໂຕ້ຖຽງວ່າ ການຫຼີກລ່ຽງຂັ້ນຕອນສົ່ງກັບຄືນປະເທດ ທີ່ຍາວກວ່ານັ້ນ, ພວກຍົກຍ້າຍຖິ່ນຖານຈະມີໂອກາດທີ່ຈະໄດ້ຮັບການຂໍລີ້ໄພ.

ອົງການຈັດຕັ້ງສາກົນ ສຳລັບຜູ້ຍົກຍ້າຍຖິ່ນຖານໄດ້ກ່າວວ່າ ມີຄົນເສຍຊີວິດໃນທະເລ ເມດີເທີເຣນຽນ ເກືອບ 5,000 ຄົນ ໃນປີ 2016, ເຮັດໃຫ້ມັນເປັນປີທີ່ມີຄົນຕາຍຫຼາຍທີ່ສຸດ ທີ່ເຄີຍມີມາ ສຳລັບພວກຍົກຍ້າຍຖິ່ນຖານ.


ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

African Migrants
please wait
Embed

No media source currently available

0:00 0:01:05 0:00

XS
SM
MD
LG