ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສປຊ ກົດດັນ ໃຫ້ສະຫະພາບ ອາຟຣິກາ ສົ່ງບັນດາທະຫານ ຮັກສາສັນຕິພາບ ໄປຍັງບູຣຸນດີ


ເລຂາທິການໃຫຍ່ ອົງການສະຫະປະຊາຊາດ ທ່ານ Ban Ki-moon ຖະແຫລງ ໃນລະຫວ່າງ ກອງປະຊຸມoad
ຂ່າວ ຫຼັງຈາກກອງປະຊຸມໃຫຽ່ສະໄໝສາມັນ ຄັ້ງທີ 26 ຂອງສະຫະພາບອາຟຣິກາ (AU) ຢູ່ທີ່ສຳນັກງານໃຫຍ່ ຂອງ AU ໃນນະຄອນຫຼວງ Addis Ababa ຂອງອີທີໂອເປຍ, ວັນທີ 31 ມັງກອນ 2016.
ເລຂາທິການໃຫຍ່ ອົງການສະຫະປະຊາຊາດ ທ່ານ Ban Ki-moon ຖະແຫລງ ໃນລະຫວ່າງ ກອງປະຊຸມoad ຂ່າວ ຫຼັງຈາກກອງປະຊຸມໃຫຽ່ສະໄໝສາມັນ ຄັ້ງທີ 26 ຂອງສະຫະພາບອາຟຣິກາ (AU) ຢູ່ທີ່ສຳນັກງານໃຫຍ່ ຂອງ AU ໃນນະຄອນຫຼວງ Addis Ababa ຂອງອີທີໂອເປຍ, ວັນທີ 31 ມັງກອນ 2016.

ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານ Ban
Ki-moon ບອກບັນດາຫົວໜ້າຜູ້ນຳ ແຕ່ລະປະເທດຂອງ
ສະຫະພາບອາຟຣິກາ ໃນວັນເສົາວານນີ້ ວ່າ ການຮັກສາ
ສັນຕິພາບ ແມ່ນມີຄວາມຈຳເປັນ ເພື່ອຫຼຸດຜ່ອນຄວາມຮຸນ
ແຮງທີ່ທະວີຂຶ້ນ ຢູ່ໃນບູຣຸນດີ ເຖິງແມ່ນວ່າ ຈະມີການກ່າວ
ເຕືອນຊ້ຳອີກກໍຕາມ ຈາກລັດຖະບານ Bujumbura ຂອງ
ປະເທດດັ່ງກ່າວນັ້ນ ວ່າ ໜ່ວຍທະຫານໃດໆ ຂອງສະຫະ
ພາບອາຟຣິກາ ທີ່ເຂົ້າມາໃນດິນແດນຂອງຕົນ ຈະຖືວ່າ
ເປັນກຳລັງທີ່ບຸກຮຸກຮານ ກໍຕາມ.

ຄຳເຫັນຂອງທ່ານ Ban ມີຂຶ້ນມາໃນຂະນະທີ່ ບັນດາຜູ້ນຳ
ໃນສະຫະພາບອາຟຣິກາ ກຳລັງເຂົ້າຮ່ວມກອງປະຊຸມ ຢູ່ໃນນະຄອນຫຼວງອາດິສອາບາບາ
ຂອງອີທິໂອເປຍ ເພື່ອກຽມລົງຄະແນນສຽງ ກ່ຽວກັບການສົ່ງກຳລັງຮັກສາສັນຕິພາບ ຈຳ
ນວນ 5,000 ຄົນ ໄປສະກັດກັ້ນຄວາມຮຸນແຮງ ທາງດ້ານການເມືອງ ທີ່ໄດ້ລະເບີດຂຶ້ນ
ເມື່ອປີກາຍນີ້ ໃນເວລາ ປະທານາທິບໍດີ Pierre Nkurunziza ໄດ້ປະກາດລົງສະໝັກ
ແຂ່ງຂັນເປັນປະທານາທິບໍດີ ສະໄໝທີ 3.

ນັບຕັ້ງແຕ່ນັ້ນມາ ຂໍ້ມູນຂອງນາໆຊາດສະແດງໃຫ້ເຫັນວ່າ ຫຼາຍກວ່າ 400 ຄົນ ໄດ້ຖືກຂ້າ
ຕາຍຢູ່ໃນບູຣຸ່ນດີ ຈາກການເລົ່າເຖິງເຫດການ ຂອງຫຼາຍຄົນ ກ່ຽວກັບຂຸມຝັງສົບໝູ່ຫຼາຍ
ແຫ່ງ ທີ່ຢູ່ໃກ້ກັບນະຄອນຫຼວງ.

ເລື່ອງລາວຕ່າງໆເຫຼົ່ານັ້ນ ແມ່ນຍົກຂຶ້ນມາໃຫ້ເຫັນ ເມື່ອວັນສຸກຜ່ານມາ ໃນເວລາ ອົງການ
ນິລະໂທດກຳສາກົນ ໄດ້ເປີດເຜີຍພາບ ຈາກດາວທຽມ ທີ່ສະແດງໃຫ້ເຫັນ ອາດເປັນຂຸມ
ຝັງສົບໝູ່ 5 ແຫ່ງ ຢູ່ໃກ້ກັບສະຖານທີ່ແຫ່ງນຶ່ງ ບ່ອນທີ່ກຳລັງຮັກສາ ຄວາມປອດໄພ ຂອງ
ລັດຖະບານ ໄດ້ຖືກກ່າວຫາວ່າ ເຂັ່ນຂ້າປະຊາຊົນຈຳນວນນຶ່ງ ໃນເດືອນທັນວາປີກາຍນີ້.

ການເຈລະຈາປິດລັບ ເມື່ອວັນເສົາຂອງສະຫະພາບອາຟຣິກາ ໄດ້ຖືກເລື່ອນອອກໄປໝົດ
ມື້ ແລະ ມັນບໍ່ມີຄວາມຈະແຈ້ງວ່າ ໃນເວລາໃດ ຈະມີການລົງຄະແນນສຽງ.

ຕ້ອງມີຄະແນນ ສອງສ່ວນສາມຂອງສຽງສ່ວນຫຼາຍ ໃນຈຳນວນ ສະມາຊິກ 54 ຄົນ ເພື່ອທີ່
ຮັບຮອງໃຫ້ສົ່ງກຳລັງຮັກສາສັນຕິພາບໄປໄດ້.

ທ່ານ Ban ກ່າວຕໍ່ບັນກາຜູ້ເຂົ້າຮ່ວມກອງປະຊຸມ ວ່າ “ຂ້າພະເຈົ້າຊົມເຊີຍທ່ານ ສຳລັບ
ການຮັບເອົາຄວາມຮັບຜິດຊອບແບບເປັນສ່ວນລວມ ແລະ ການຕັດສິນໃຈທີ່ເດັດຂາດ”

ເພື່ອຈະຜ່ອນຄາຍວິກິດການນີ້.

African Union Summit
please wait
Embed

No media source currently available

0:00 0:01:06 0:00

United Nations Secretary-General Ban Ki-moon told African Union heads of state Saturday that peace-keepers are needed to stem escalating violence in Burundi, despite repeated warnings from the Bujumbura government that any AU units on its territory would be considered an invasion force.

Ban's comments came as AU leaders meeting in Addis Ababa prepare to vote on the deployment of 5,000 peacekeepers to stem political violence that erupted last year when President Pierre Nkurunziza announced he would seek a third term.

Since then, international data shows more than 400 people have been killed in Burundi, with new witness accounts of mass graves near the capital.Those accounts were bolstered Friday, when Amnesty International published satellite imagery showing five possible mass gravesites near a location where government security forces were accused of killing scores of people in December.

Saturday's closed-door AU talks extended through the day, and it was not clear when a vote would be taken.

A two-thirds majority of the 54-member union is required to deploy a peacekeeping force.

"I applaud you for taking collective responsibility and acting decisively" to ease the crisis, Ban told summit attendees.

XS
SM
MD
LG