ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທາງການ ສະຫະພາບ ອາຟຣິກາ ລະນຶກເຖິງ ທ່ານ ຟີເເດລ ຄາສໂຕຣ


ປະຊາຊົນວາງທຽນຢູ່ທາງຂ້າງຮູບຂອງທ່ານ ຟີເເດລ ຄາສໂຕຣ, ໃນການສະແດງການໄວ້ອາໄລ ຫຼັງຈາກ
ການປະກາດ ກ່ຽວກັບ ການເສຍຊີວິດຂອງຜູ້ນຳປະຕິວັດ ຄິວບາ, ໃນນະຄອນຫຼວງ Tegucigalpa, ປະເທດ ຮອນດູຣັສ. 26 ພະຈິກ, 2016.
ປະຊາຊົນວາງທຽນຢູ່ທາງຂ້າງຮູບຂອງທ່ານ ຟີເເດລ ຄາສໂຕຣ, ໃນການສະແດງການໄວ້ອາໄລ ຫຼັງຈາກ ການປະກາດ ກ່ຽວກັບ ການເສຍຊີວິດຂອງຜູ້ນຳປະຕິວັດ ຄິວບາ, ໃນນະຄອນຫຼວງ Tegucigalpa, ປະເທດ ຮອນດູຣັສ. 26 ພະຈິກ, 2016.

ຮອງປະທານຂອງຄະນະກຳມາທິການ ສະຫະພາບ ອາຟຣິກາ ໄດ້ກ່າວວ່າ ປະຫວັດສາດ ສະໄໝໃໝ່ຂອງ ອາຟຣິກາ ໄດ້ເປັນໜີ້ບຸນຄຸນປະເທດ ຄິວບາ ແລະ ທ່ານ Fidel Castro ຜູ້ນຳທີ່ໄດ້ລ່ວງລັບໄປຂອງພວກເຂົາເຈົ້າຢ່າງຫຼວງຫຼາຍ.

ທ່ານ Erastus Mwencha ໄດ້ກ່າວວ່າ ການມີສ່ວນຮ່ວມຂອງ ຄິວບາ ໃນ ອາຟຣິກາ ໄດ້ ເລີ່ມຂຶ້ນໃນເວລາທີ່ທະວີບຂອງພວກເຮົາມີໝູ່ເພື່ອນພຽງບໍ່ເທົ່າໃດປະເທດ.

ທ່ານ Mwencha ກ່າວວ່າ ເມື່ອເວົ້າເຖິງ ອາຟຣິກາ ແລ້ວ, ທ່ານ Castro ແມ່ນໄດ້ເຮັດໃນ ສິ່ງທີ່ເພິ່ນໄດ້ສອນໄວ້.

ທ່ານໄດ້ກ່າວວ່າ “ກ່ອນອື່ນໝົດ, ພວກເຮົາຂໍສະແດງຄວາມເສຍໃຈຕໍ່ຄອບຄົວ ແລະ ປະຊາຊົນ ແລະ ລັດຖະບານຂອງ ຄິວບາ, ແລະ ແນ່ນອນ, ສຳລັບທ່ານ Castro. ດັ່ງທີ່ ທ່ານຮູ້ຈັກຫັ້ນກໍແມ່ນວ່າ, ມັນໄດ້ຖືກເກັບກຳຂໍ້ມູນໄວ້ຢ່າງດີ, ເຊິ່ງເຈົ້າບໍ່ສາມາດຂຽນປະ ຫວັດສາດຂອງ ອາຟຣິກາ ຫຼື ຄິວບາ ໄດ້ໂດຍປາສະຈາກທ່ານ Castro. ມັນໄດ້ເລີ່ມ ຕົ້ນດ້ວຍປະເທດ ສາທາລະນະລັດ ປະຊາທິປະໄຕ ຄອງໂກ, ດ້ວຍທ່ານ Patrice Lumumba ແລະ ໄດ້ສືບຕໍ່ຈົນຮອດການປະກາດເອກະລາດປະເທດ ອາຟຣິກາໃຕ້ ຈາກການແບ່ງແຍກຊົນຊາດ. ແລະ ເຊັ່ນດຽວກັນກັບ ຄິວບາ, ດ້ວຍທ່ານ Castro, ເພິ່ນໄດ້ໃຫ້ກຳລັງວັດຖຸຕ່າງໆ, ໃຫ້ທະຫານ, ຝຶກຊ້ອມການຕໍ່ສູ້ ແລະ ໄດ້ເຮັດໝົດທຸກ ຢ່າງທີ່ພວກເຂົາເຈົ້າສາມາດເຮັດໄດ້ ເພື່ອຊ່ວຍເຫຼືອໃຫ້ ອາຟຣິກາ ໄດ້ຮັບເອກະລາດ.”

ທ່ານ Mwencha ໄດ້ກ່າວວ່າ ປະເທດ ຄິວບາ ໄດ້ກ່ຽວຂ້ອງກັບການພັດທະນາຂອງ ອາຟຣິກາ ຢ່າງຫຼວງຫຼາຍ ພາຍໃຕ້ການປົກຄອງຂອງທ່ານ Castro.

ທ່ານ Mwencha ໄດ້ກ່າວວ່າ “ດັ່ງທີ່ທ່ານຮູ້ຈັກຫັ້ນວ່າ ຄິວບາ ໄດ້ໃຫ້ການຊ່ວຍເຫຼືອໃນ ຮູບແບບຂອງແພດໝໍ ແລະ ຍັງໄດ້ຝຶກຊ້ອມໃຫ້ບັນດາແພດໝໍຈຳນວນຫຼາຍຈາກ ອາ ຟຣິກາ ໃນ ຄິວບາ. ແລະ ຄັ້ງຫຼ້າສຸດນີ້ ເມື່ອພວກເຮົາມີບັນຫາໂຣກ ອີໂບລາ, ຄິວບາ ກໍແມ່ນໜຶ່ງໃນບັນດາປະເທດຕ່າງໆ ທີ່ໄດ້ຕໍ່ສູ້ພາຍໃຕ້ການຖືກມາດຕະການລົງໂທດ, ໄດ້ສົ່ງບັນດາແພດໝໍ ແລະ ໄດ້ເຮັດທຸກໆຢ່າງທີ່ພວກເຂົາເຈົ້າສາມາດເຮັດໄດ້, ໃນ ການຊ່ວຍເຫຼືອບັນດາປະເທດທີ່ໄດ້ຮັບຜົນກະທົບຈາກໂຣກ ອີໂບລາ. ແລະ ດັ່ງນັ້ນ ຄິວບາ ຈຶ່ງແມ່ນໄດ້ຢືນຄຽງຂ້າງກັບ ອາຟຣິກາ ແລະ ເຮັດວຽກກັບ ອາຟຣິກາ ມາຕະ ຫຼອດເວລາ, ບໍ່ວ່າພວກເຂົາເຈົ້າຈະຜ່ານຜ່າການປະກາດ ເອກະລາດ ຫຼື ໃນລະຫວ່າງ ການພັດທະນາອີກດ້ວຍ."

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG