ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວ​ໜ້າສະຫະພາບອາຟຣິກາ ປະ​ກາດ​ວ່າ ​ຈະ​ໄປ​ຢ້ຽມ​ຢາມ​ມົ​ສ​ກູ ແລະ​ກີ​ຢິບ


ປະທານາທິບໍດີເຊເນກາລ, ທ່ານແມັກກີ ຊອລ (Macky Sall) ທີ່ ເປັນປະທານສະຫະພາບອາຟຣິກາຢູ່ໃນປັດຈຸບັນນີ້ ກ່າວ​ຢູ່​ໃນ​ກ​ອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ​ຮ່ວມ ຢູ່​ທີ່ Dakar ໃນ​ວັນ​ທີ 1 ພຶດ​ສະ​ພາ, 2022.
ປະທານາທິບໍດີເຊເນກາລ, ທ່ານແມັກກີ ຊອລ (Macky Sall) ທີ່ ເປັນປະທານສະຫະພາບອາຟຣິກາຢູ່ໃນປັດຈຸບັນນີ້ ກ່າວ​ຢູ່​ໃນ​ກ​ອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ​ຮ່ວມ ຢູ່​ທີ່ Dakar ໃນ​ວັນ​ທີ 1 ພຶດ​ສະ​ພາ, 2022.

ປະທານາທິບໍດີ​ເຊ​ເນ​ກາ​ລ, ທ່ານແມັກ​ກີ ຊອ​ລ (Macky Sall) ກ່າວ​ໃນ​ວັນ​ອາທິດ​ວານ​ນີ້​ວ່າ ທ່ານ​ຈະ​ເດີນທາງ​ໄປ​ຍັງຣັດ​ເຊຍແລະ​ຢູ​ເຄຣນ​ໃນ​ໄວໆ​ນີ້ ​ໃນ​ນາມ​ຂອງ​ສະຫະພາບ​ອາ​ຟຣິກາ ທີ່ທ່ານກຳ​ລັງ​ດຳລົງ​ຕຳ​ແໜ່​ງເປັນປະທານ ຢູ່​ໃນ​ປັດຈຸບັນນີ້.

ທ່ານຊອ​ລ ກ່າວ​ໃນ​ກອງ​ປະຊຸມຖະ​ແຫລງ​ຂ່າວ​ຮ່ວມ​ກັບ​ທ່ານ​ໂອລາ​ຊຊ໌ (Olaf Scholz) ນາຍົກລັດຖະມົນຕີ​ເຢຍຣະ​ມັນ​ທີ່ໄປ​ຢ້ຽມຢາມ​ປະ​ເທດນັ້ນ​ວ່າ: ການ​ເດີນທາງ​ດັ່ງກ່າວ​ ມີກຳ​ນົດ​ຈັດ​ຂຶ້ນ​ໃນ​ວັນ​ທີ 18 ພຶດສະພາ​ຜ່ານ​ມາ, ​ແຕ່​ບໍ່​ໄດ້​ດຳ​ເນີນ​ໄປຕາມນັ້ນ ຍ້ອນ​ບັນຫາ​ໃນການຈັດ​ເວລາ ​ແລະ​ວັນ​ທີ​ໃໝ່​ໄດ້​ຖືກເລື່ອນ​ໄປ.

ທ່ານ​ກ່າວອີກ​ວ່າ ທ່ານ​ໄດ້​ຮັບການ​ມອບ​ໝາຍ​ຈາກ​ສະ​ຫະ​ພາບ​ອາ​ຟ​ຣິ​ກາ​ໃຫ້ທຳ​ການ​ເດີນ​ທາງ ທີ່​ຣັດ​ເຊຍ​ໄດ້​ໃຫ້​ການ​ເຊື້ອ​ເຊີນນັ້ນ.

ທ່ານ​ກ່າວ​ວ່າ "ເມື່ອມັນຖືກກໍານົດຍາມໃດ, ຂ້າພະເຈົ້າກໍຈະໄປມົ​ສ​ກູ ແລະກີ​ຢິບ ​ທັນ​ທີ​ໂລດ ແລະພວກເຮົາຍັງ​ຮັບເອົາ​ວ່າ ຈະມີ​ການ​ເຂົ້າຮ່ວມນຳກັນຂອງ​ຜູ້​ນຳ​ປະ​ເທດທັງຫມົດ ໃນສະຫະພາບອາຟຣິກາທີ່ຢາກລົມກັບປະ ທານາທິບໍດີ (ໂວ​ໂລ​ດິ​ເມຍ) ເຊ​ເລນ​ສ໌​ກີຂອງ (ຢູ​ເຄ​ຣນ) ຜູ້ທີ່ເຄີຍໄດ້ສະແດງຄວາມຕ້ອງການທີ່ ຈະຕິດຕໍ່ສື່ສານ ກັບຜູ້​ນຳ​ປະ​ເທດ​ໃນອາຟຣິກາ." "ອັນນັ້ນກໍ​ເຊັ່ນ​ກັນ ຈະມີ​ຂຶ້ນ ໃນສອງ​ສາມອາທິດຂ້າງໜ້ານີ້."

ການບຸກ​ລຸກຂອງຣັດເຊຍຕໍ່ຢູເຄຣນ, ເຊິ່ງໄດ້ກະທົບກະເທືອນເສດຖະກິດໃນອາຟຣິກາຢ່າງໜັກຍ້ອນການເພີ່ມ ຂຶ້ນຂອງລາຄາພືດພັນທັນຍາຫານ ແລະ ການຂາດແຄນນໍ້າມັນເຊື້ອໄຟ, ໄດ້ປະ​ສົບກັບການຕອບໂຕ້ທີ່ແຕກແຍກ ກັນ ໃນອາຟຣິກາ.

​ໃນ​ຕົ້ນ​ເດືອນ​ມີນາ​ຜ່ານ​ມາ, ​ເຊ​ເນ​ກາ​ລ​ໄດ້​ງົດ​ບໍ່ລົງຄະ​ແນນ​ສຽງ​ຕໍ່​ມະຕິ​ຂອງ​ອົງການ​ສະຫະ​ປະຊາ​ຊາດ -ທີ່​ໄດ້​ຮັບ​ການ​ຮັບຮອງ​ເອົາ​ຢ່າງຖ້ວ​ມລົ້ນ- ເພື່ອຮຽກຮ້ອງ​ໃຫ້ຣັດ​ເຊຍ​ຖອນ​ຕົວ​ອອກ​ຈາກ​ຢູ​ເຄຣນນັ້ນ.

ແຕ່​ຢ່າງ​ໃດ​ກໍ​ຕາມ, ສອງ​ສາມ​ອາ​ທິດ​ຕໍ່​ມາກໍ​ໄດ້​ລົງ​ຄະ​ແນນ​ສຽງ​ເຫັນ​ດີ​ຕໍ່​ມະຕິ​ສະ ບັບ​ນຶ່ງ​ທີ່​ຮຽກຮ້ອງ​ໃຫ້ຣັດ​ເຊຍ​ຢຸດຕິ​ການ​ເຮັດ​ສົງຄາມ.

ເກືອບ​ເຄິ່ງ​ນຶ່ງ​ຂອງ​ປະ​ເທດ​ອາ​ຟ​ຣິ​ກາ​ໄດ້​ງົດ ​ຫຼື​ບໍ່​ອອກ​ສຽງ​ໃນ​ການ​ລົງ​ຄະ​ແນນ​ສຽງ​ຕໍ່ມະ​ຕິສອງ​ອັນນັ້ນ​.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG