ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກອົບພະຍົບ ອາຟຣິກາ ປະທ້ວງ ກ.ໝ. ຄົນເຂົ້າເມືອງ ອິສຣາແອລ (ສະ​ໄລ​ດ໌)


ພວກອົບພະຍົບອາຟຣິກາ ຮ້ອງຄຳຂວັນຕ່າງໆ ໃນຂະນະທີ່ທຳການປະທ້ວງ ໃນກຸງTel Aviv, ອິສຣາແອລໃນວັນອາທິດ.
ວັນທີ 5 ມັງກອນ, 2014.
ພວກອົບພະຍົບອາຟຣິກາ ຮ້ອງຄຳຂວັນຕ່າງໆ ໃນຂະນະທີ່ທຳການປະທ້ວງ ໃນກຸງTel Aviv, ອິສຣາແອລໃນວັນອາທິດ. ວັນທີ 5 ມັງກອນ, 2014.
ພວກ​ອົບ​ພະຍົບ​ເຂົ້າ​ເມືອງ​ອາ​ຟຣິກາ​ຫຼາຍພັນ​ຄົນພາກັນ​ຍ່າງ​
ເປັນ​ມື້​ທີ​ສອງ​ລຽນຕິດ​ໃນກຸງ Tel-Aviv ​ເພື່ອ​ທຳ​ການ​ປະ​ທ້ວງ
​ອັນ​ທີ່​ພວກ​ເຂົາ​ເຈົ້າ​ກ່າວ​ວ່າ ການ​ປະຕິບັດ​ຕໍ່​ຢ່າງທາລຸນໂດຍ​
ລັດຖະບານ​ອິສຣາ​ແອ​ລ ນັ້ນ.

ການ​ຍ່າງ​ປະ​ທ້ວງ​ໃນ​ວັນ​ຈັນ​ມື້​ນີ້ ​ແມ່ນ​ຮວມທັງ​ການ​ຢຸດ​ແວ່​ທີ່​
ສະຖານທູດ​ຂອງ​ສະຫະລັດ ​ແລະ​ສະຖານທູດ​ຫຼາຍ​ແຫ່ງ​ຂອງ
ພວກ​ປະ​ເທດ​ໃນ​ຢູ​ໂຣບ ​ໃນ​ຂະນະ​ທີ່​ພວກ​ອົບ​ພະຍົບ​ເຫຼົ່າ​ນີ້​
ພະຍາ​ຍາມ​ດຶງ​ດູດ​ເອົາ​ຄວາມ​ສົນ​ໃຈ​ຕໍ່​ຄວາມ​ປາດ​ຖະໜາ​ຂອງ​
ເຂົາ​ເຈົ້າ​ເພື່ອ​ຢາກ​ຂໍ​ລີ້​ໄພ ​ແລະ​ໃຫ້​ຍຸດຕິ​ການ​ນຳໃຊ້ກົດໝາຍ​
ຕ່າງໆ​ທີ່​ສາມາດຈັບ​ກຸມ​ເຂົາ​ເຈົ້າ​ໄປ​ຄຸມ​ຂັງ​ໄວ້ ຫຼື​ຫ້າມ​ພວກ​ເຂົາ
ເຈົ້າ​ໄປ​ເຮັດ​ວຽກ​ໄດ້​ນັ້ນ.

ລັດຖະສະພາ​ອິສຣາ​ແອ​ລ ​ໄດ້​ຮັບ​ຮ່າງ​ກົດໝາຍ​ສະບັບ​ນຶ່ງ​ໃນ​ເດືອນ​ແລ້ວ​ນີ້ ​ໂດຍ​ອະນຸມັດ​ໃຫ້
​ພວກ​ເຈົ້າ​ໜ້າ​ທີ່​ຈັບ​ກຸມ​ພວກ​ອົບ​ພະຍົບທີ່​ບໍ່​ມີ​ເອກະສານ​ທີ່​ຖືກຕ້ອງ​ໄປ​ກັກ​ຂັງ​ໄວ້​ໄດ້​ໂດຍບໍ່​ມີ​
ກຳນົດ ​ແລະ​ຫ້າມ​ພວກ​ເຂົ້າ​ໄປ​ເຮັດ​ວຽກ​ເຮັດ​ການ.

ພວກ​ອົບ​ພະຍົບຈຳນວນ​ຫຼາຍ​ກວ່າ 1 ໝື່ນ​ຄົນ​ພາກັນ​ອອກ​ໄປ​ໂຮມ​ຊຸມນຸມ​ປະ​ທ້ວງ​ໃນ​ກຸງ
Tel Aviv ​ໃນ​ວັນ​ອາທິດ​ວານ​ນີ້.

ທ່ານນາງ Walpuga Engkbrecht ຜູ້ຕາງໜ້າ​ອົງການ​ອົ​ບພະຍົບສະຫະ​ປະຊາ​ຊາດ​ປະຈຳ​
ອິສຣາ​ແອ​ລ ​ໄດ້​ຕຳ​ໜິຕິຕຽນ​ນະ​ໂຍບາຍຂອງ​ອິສຣາ​ແອ​ລ​ໃນ​ຖະ​ແຫຼ​ງການ​ສະບັບ​ນຶ່ງ​ໃນ​ວັນ
​ອາທິດ​ວານ​ນີ້. ທ່ານ​ນາງ Englbrecht ​ໄດ້​ເນັ້ນ​ໜັກ​ກ່ຽວ​ກັບ​ສະຖານ​ທີ່​ຄຸມ​ຂັງ​ໃໝ່ແຫ່ງ​ນຶ່ງ
ໃນ​ເຂດ​ທະ​ເລ​ຊາຍ​ທາງ​ທິດ​ໃຕ້​ຂອງ​ອິສຣາ​ແອ​ລ ວ່າປາກົດ​ວ່າ​ດຳ​ເນີນ​ໄປ​ໂດຍຈະ​ບໍ່​ມີ​ການ​
ປ່ອຍ​ໂຕ​ພວກ​ບຸກຄົນ​ເຫຼົ່າ​ນີ້​ເລີຍ.

XS
SM
MD
LG