ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເກົາຫຼີເໜືອ ປະເທດອາຟຣິກາ ຕາເວັນອອກ ຕິດອັນດັບ ສໍ້ລາດບັງຫຼວງ ຫຼາຍທີ່ສຸດ


ຜູ້ຊາຍຄົນນຶ່ງຮ້ອງປະນາມ ການສໍ້ລາດບັງຫລວງ ຢູ່ນະຄອນ Madrid ປະເທດສະເປນ
ຜູ້ຊາຍຄົນນຶ່ງຮ້ອງປະນາມ ການສໍ້ລາດບັງຫລວງ ຢູ່ນະຄອນ Madrid ປະເທດສະເປນ

ເກົາຫລີ​ເໜືອ ອັ​ຟກາ​ນິສຖານ ​ແລະ​ອີກຫລາຍໆປະ​ເທດໃນ
ເຂດອາ​ຟຣິກາ ຕາ​ເວັນ​ອອກ ອີກ​ເທື່ອນຶ່ງແມ່ນຮວມ​ຢູ່​ໃນ​ຖັນ
ແຖວບັນດາ​ປະ​ເທດ ເຫັນ​ວ່າ ມີ​ການສໍ້​ລາດ​ບັງ​ຫລວງຫລາຍ
ທີ່​ສຸດ ​ອີ​ງຕາ​ມລາຍ​ງານ​ປະຈຳ​ປີ​ຂອງກຸ່ມຄວາມໂປ່ງໃສນາໆ
ຊາດຫລື Transparency International.

“ດັດຊະນີ ຄວາມຮູ້ສຶກກ່ຽວກັບການ​ສໍ້​ລາດ​ບັງຫລວງ” ​ໄດ້
ນຳອອກ​ເຜີ​ຍ​ແຜ່​ໃນ​ວັນພຸດ​ມື້​ນີ້ ຊຶ່ງຈັດອັນດັບ 175 ປະ​ເທດ
​ໂດຍໃຫ້ຄະແນນ ແຕ່ 0 ຫາ 100 ທີ່ສະ​ແດງໃຫ້​ເຫັນວ່າ
“ມີການ​ສໍ້​ລາດ​ບັງ​ຫລວງ" ຫາ “ບໍລິສຸດ.”

​ໂຊ​ມາ​ເລຍ ​ຕິດອັນດັບ​ສຸດ​ທ້າຍ ຕາມ​ມາ​ດ້ວຍ ຊູ​ດານ ​ແລະຊູ​ດານ​ໃຕ້. ນອກນັ້ນແລ້ວ 5 ປະເທດທີ່ຕິດອັນດັບລາກທ້າຍ ກໍຍັງມີ ເກົາຫລີເໜືອ ແລະອັຟການິສຖານ. ບັນດາ​ປະ
​ເທດເຫລົ່າ​ນີ້ ​ມີກົດໝາຍຕໍ່ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ ພຽງ​ເລັກ​ນ້ອຍ ​ແລະ​ພວກ​ທີ່​ມີ​ຢູ່​ແລ້ວ​ນັ້ນ ກໍມີການບັງຄັບ​ໃຊ້ໜ້ອຍ​ທີ່​ສຸດ.

ປະ​ເທດ​ສະ​ແກນ​ກີ​ເນ​ເວ​ຍ​ແລະນິວຊີແລນໄດ້​ຢູ່ໃນດັນດັບ​ສຸດ​ຍອດ​ຂອງ​ລາຍ​ຊື່ປີ 2014. ​ເປັນ​ປີທີ່​ສາມຕິດ​ຕໍ່​ກັນ​ມາ ​ເດັນ​ມາກ ​ໄດ້​ຖືກ​ຂະໜານນາມ​ວ່າ​ເປັນ​ປະ​ເທດ “ຂາວ​ສະອາດ​ທີ່​ສຸດ.” ບັນດາ​ປະ​ເທດ​ເ​ລົ່ານີ້​ມີ​ກົດໝາຍ​ເຄັ່ງຄັດ ​ແລະ​ມີບັນດາກົດ​ລະບຽບ ທີ່ໂປ່ງໃສ ທັງ​ລັດ​ຖະບານ ​ແລະໃນດ້ານ​ການ​ຄ້າ.

​ໄອ​ວໍຣີໂຄດ ອີ​ຈິບ ຈໍ​ແດນ ​ແລະ​ມາລີ ​ໄດ້​ຢູ່​ໃນ​ບັນດາ​ປະ​ເທດ​ທີ່​ສັງ​ເກດ​ເຫັນໄດ້​ວ່າ ໄດ້ຕິດ ອັນດັບທີ່ດີຂື້ນ. ​ແຕ່​ຈີນ ​ເທີກີ ​ແລະອັງ​ໂກລາ ແມ່ນຮວມຢູ່​ໃນ​ຈຳພວກ ​ທີ່ໄດ້ຮັບຄະແນນຂີ້
ຮ້າຍລົງກວ່າເກົ່າ.

ສຳລັບ ສປປ ລາວ ໃນປີນີ້ ຕິດອັນດັບທີ່ 145 ຫລຸດຈາກອັນດັບ 140 ໃນປີ 2013.

XS
SM
MD
LG