ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາ​ຄົມ​ ເສດຖະກິດ ບັນດາລັດ ອາ​ຟຣິ​ກາ ​ຕາ​ເວັນ​ຕົກ ຍື່ນຄຳຂາດ ຕໍ່ ປ. ແກມເບຍ


ທ່ານ Adama Barrow (ຊ້າຍ) ກຳລັງສາບານໂຕ ເປັນ ປະທານາທິບໍດີ ປະເທດແກມເບຍ.
ທ່ານ Adama Barrow (ຊ້າຍ) ກຳລັງສາບານໂຕ ເປັນ ປະທານາທິບໍດີ ປະເທດແກມເບຍ.

ຖະ​ແຫລ​ງການ​ຮ່ວມ ​ຂອງ 15 ປະ​ເທດ​ໃນປະຊາ​ຄົມ​ເສດຖະກິດບັນດາລັດອາ​ຟຮິ​ກາ​ຕາ​ເວັນ​ຕົກ ຫລື ECOWAS ກ່າວ​ວ່າ ຜູ້ນຳ​ແກມ​ເບຍ ທ່ານ Yahya Jammeh ​ທີ່​ໄດ້​ເສຍໄຊ​ໃນການ​ເລືອກ​ຕັ້ງເມື່ອ​ເດືອນ​ແລ້ວ​ນີ້ ມີ​ເວລາ​ຈົນ​ຮອດ​ຕອນທ່ຽງຂອງວັນ​ສຸກມື້​ນີ້ ​ເພື່ອ​ມອບ​ໂອນ​ອຳນາດ ​ແລະ​ຕົກລົງ​ທີ່​ຈະ​ອອກ​ຈາກ​ປະ​ເທດ​ໄປ ຫລື​ບໍ່​ດັ່ງນັ້ນກໍ​ຈະປະ​ເຊີນ​ໜ້​າກັບ​ການ​ປະຕິບັດ​ງານ​ທາງ​ທະຫານ.

ທ່ານ​ Marcel Alain de Souza ຫົວໜ້າປະຊາ​ຄົມ ECOWAS ກ່າວວ່າ “ພວກ​ເຮົາ​ໄດ້ໂຈະການ​ປະຕິບັດ​ງານ​ໄວ້ ​ແລະ​ຍື່ນຄຳ​ຂາດ​ຕໍ່​ຜູ້ກ່ຽວ” ​ແລະ​ກ່າວ ຕື່ມ​ວ່າ ​“ຖ້າ​ຫາກ​ຮອດ​ທ່ຽງແລ້ວ ທ່ານ​ຍັງ​ບໍ່​ຕົກລົງ​ທີ່​ຈະອອກ​ຈາກແກມ​ເບຍ​ໄປ ພວກ​ເຮົາ​ຈະ​ຕ້ອງ​ເຂົ້າ​ແຊກ​ແຊງ​ທາງ​ທະຫານ.”

New Gambian President Takes Oath at Embassy in Senegal
please wait

No media source currently available

0:00 0:02:09 0:00

ອີງ​ຕາມ​ທ່ານ de Souza ​ແລ້ວ ການເຈລະຈາ​ຂັ້ນ​ສຸດ​ທ້າຍ ແມ່ນຈະ​ນຳພາ​ໂດຍປະທາ ນາທິບໍດີກີ​ເນຍ ທ່ານ Alpha Conde ຢູ່​ທີ່​ເມືອງ​ Banjul ນະຄອນຫລວງຂອງ​ແກມ​ເບຍ​ໃນ​ຕອນ​ເຊົ້າວັນ​ສຸກ​ມື້​ນີ້.

Gambia’s President-elect Adama Barrow Arrives for Inauguration in Senegal
please wait

No media source currently available

0:00 0:00:41 0:00

ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ​ໄດ້​ຮັບ​ຮູ້​ທ່ານ Adama Barrow ​ເປັນ​ປະທານາ ທິບໍດີ​ຄົນ​ໃໝ່ ​ຂອງ​ແກມ​ເບຍ ​ໃນ​ຂະນະ​ທີ່​ຜູ້ນຳ​ມາ​ເປັນ​ເວລາ​ດົນ​ນານ ທ່ານ Jammeh ປະຕິ​ເສດ​ບໍ່​ຍອມສະຫຼະອຳນາດ.

ທ່ານ Borrow ​ໄດ້​ສາບານ​ໂຕເຂົ້າຮັບ​ຕຳ​ແໜ່​ງ ​ໃນ​ວັນ​ພະຫັດ​ວານ​ນີ້ ຢູ່​ທີ່​ສະ ຖານທູດ​ແກມ​ເບຍ ​ໃນ​ປະ​ເທດ​ເຊ​ເນ​ການທີ່​ເປັນ​ເພື່ອນ​ບ້ານ. ທ່ານ​ມີ​ກຳນົດທີ່ຈະ​ສາບານ​ໂຕ ​ຢູ່​ທີ່ນະຄອນຫລວງ​ແກມ​ເບຍ.

ກຳລັງທະຫານແກມເບຍ ກຳລັງລາດຕະເວນ ຢູ່ໃກ້ຊາຍແດນ ເຊເນການ.
ກຳລັງທະຫານແກມເບຍ ກຳລັງລາດຕະເວນ ຢູ່ໃກ້ຊາຍແດນ ເຊເນການ.

ໂຄສົກ​ກອງທັບ​ເຊ​ເນ​ການ ກ່າວ​ຕໍ່​ບັນດາອົງການຂ່າວ​ຕ່າງ​ປະເທດວ່າ ກຳລັງ​ທະຫານ​ອາ​ຟຣິກາ​ຕາ​ເວັນ​ຕົກ ​ໄດ້​ຂ້າມ​ເຂົ້າ​ສູ່​ແກມ​ເບຍ ​ໃນ​ວັນ​ພະຫັດ​ວານ​ນີ້ ​ເພື່ອ​ຮັກສາ​ຄວາມ​ສະ​ງົບ ​ແລະຊັບ​ຍາກ​ອນທາງ​ທະຫານ​ທີ່ “ສຳຄັນ” ​ແມ່ນມີພ້ອມ​ແລ້ວ.

​ໂຄສົກຂອງ​ໄນ​ຈີ​ເຣຍກ່າວ​ວ່າ ກຳລັງ​ທະຫານ​ໄນ​ຈີ​ເຣຍ ກໍ​ໄດ້​ຖືກ​ສົ່ງ “​ໄປ​ປ້ອງ​ກັນ​ປະຊາ ຊົນແກມເບຍ ​ພ້ອມ​ທັງ​ຮັກສາ​ສັນຕິພາບແລະຄວາມ​ໝັ້ນຄົງ​ຢູ່​ໃນ​ຂົງ​ເຂດ.” ຍັງບໍ່​ມີ​ລາຍ​ງານວ່າ ​ໄດ້​ເກີດຄວາມ​ຮຸນ​ແຮງ​ໃດໆຂຶ້ນ.

ຊາວແກມເບຍ ພາກັນສະຫລອງພິທີເຂົ້າສາບານໂຕ ຮັບຕຳແໜ່ງປະທານາທິບໍດີຂອງ ທ່ານ Adama Barrow.
ຊາວແກມເບຍ ພາກັນສະຫລອງພິທີເຂົ້າສາບານໂຕ ຮັບຕຳແໜ່ງປະທານາທິບໍດີຂອງ ທ່ານ Adama Barrow.

ໂຄສົກ​ກະຊວງ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kirby ກ່າວ​ວ່າ ສະຫະລັດ​ໃຫ້ການ ສະໜັບສະໜູນ​ ຕໍ່​ກຳລັງ​ທະຫານຈາກ​ເຂດອາ​ຟຣິກາຕາ​ເວັນ​ຕົກ “​ເພາະວ່າ​ພວກເຮົາ​ເຂົ້າ​ໃຈ​ວ່າ ຈຸດປະສົງ​ກໍ​ຄືຊ່ວຍ​ສ້າງຄວາມ​ທຸ່ນທ່ຽງ​ໃຫ້​ແກ່ ສະຖານະ​ການ​ທີ່​ເຄັ່ງ​ຕຶງ​ແລະ​ພະຍາ ຍາມ​ຈະ​ປະຕິບັດ​ຕາມຄວາ​ມປາດ​ຖະໜາ​ດີ​ຂອງ​ປະຊາຊົນ​ແກມ​ເບຍ.”

ທ່ານ Kirby ກ່າວ​ວ່າ ສະຫະລັດ ບໍ່​ມີ​ແຜນໃດໆ ທີ່​ຈະ​ສົ່ງ​ກຳລັງ​ທະຫານ​ອາ​ເມຣິກັນ​ ໄປ​ຮ່ວມ.

Thousands of Gambians Flee Ahead of Presidential Showdown
please wait

No media source currently available

0:00 0:01:13 0:00

ອ່ານຂ່າວນີ້ິເພີ້ມເປັນພາສາອັງກິດ

XS
SM
MD
LG