ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະທານາທິບໍດີ ທີ່ໄດ້ຮັບເລືອກໃໝ່ ຂອງ ແກມເບຍ ຈະສາບານໂຕ ເຂົ້າຮັບຕຳແໜ່ງ ທີ່ເຊເນການ

ພວກລົດລຽນກັນເປັນແຖວ ຢູ່ທີ່ດ່ານກວດຄົນເຂົ້າເມືອງ Selekiຂອງປະເທດ Senegal, ຢູ່ທີ່ຊາຍແດນຕິດກັບປະເທດແກມເບຍ, ວັນທີ 17 ມັງກອນ 2017.
ພວກລົດລຽນກັນເປັນແຖວ ຢູ່ທີ່ດ່ານກວດຄົນເຂົ້າເມືອງ Selekiຂອງປະເທດ Senegal, ຢູ່ທີ່ຊາຍແດນຕິດກັບປະເທດແກມເບຍ, ວັນທີ 17 ມັງກອນ 2017.

ປະທານາທິບໍດີທີ່ໄດ້ຮັບເລືອກໃໝ່ຂອງ​ແກມ​ເບຍ ທ່ານ Adama Barrow ໄດ້ກ່າວ ໃນວັນພະຫັດມື້ນີ້ວ່າ ພິທີສາບານໂຕ ເຂົ້າຮັບຕຳແໜ່ງ ຈະມີຂຶ້ນຢູ່ທີ່ສະຖານທູດ ຂອງແກມເບຍ ປະຈຳປະເທດ ເຊເນການ ທີ່​ເປັນເພື່ອນບ້ານ ໃນຂະນະທີ່ ທ່ານ
Yahya Jammeh ຜູ້ນຳທີ່ຄອງອຳນາດ ມາ​ເປັນ​ເວລາ​ດົນນານ ໄດ້ປະຕິເສດ ທີ່ຈະ ສະຫລະອຳນາດ.

ທ່ານ Barrow ໄດ້ປະກາດຜ່ານທາງ Twitter ຫຼັງຈາກທ່ຽງຄືນໜ້ອຍ​ໜຶ່ງ ເຊິ່ງທ່ານ ໄດ້ກ່າວວ່າ ການດຳລົງຕຳແໜ່ງ ປະທານາທິບໍດີ ຂອງທ່ານ Jammeh “ໄດ້ສິ້ນສຸດລົງ ຢ່າງ ເປັນທາງການ​ແລ້ວ.”

Thousands of Gambians Flee Ahead of Presidential Showdown
please wait

No media source currently available

0:00 0:01:13 0:00

ທ່ານ Barrow ໄດ້ກ່າວອີກວ່າ “ໃນທີ່ສຸດ ຍຸກໃໝ່ ຂອງແກມເບຍ ກໍໄດ້ມາເຖິງແລ້ວ.”

ໃນເບື້ອງຕົ້ນ ພິທີສາບານໂຕເຂົ້າຮັບຕຳແໜ່ງ ແມ່ນກຳນົດຈະ​ຈັດໃຫ້ມີຂຶ້ນ ໃນວັນ ພະຫັດມື້ນີ້ ຢູ່ທີ່ນະຄອນຫຼວງ Banjul ຂອງແກມເບຍ.

ທ່ານ Barrow ໄດ້ຮັບໄຊຊະນະໃນການເລືອກຕັ້ງປະທານາທິບໍດີຂອງປະເທດ ເມື່ອ
ວັນທີ 1 ທັນວາ ປີກາຍນີ້. ທ່ານ Jammeh ຊຶ່ງໃນຄັ້ງນຶ່ງ ​ເຄີຍໄດ້ປະຕິ ຍານວ່າ ຈະ ປົກຄອງແກມເບຍ ຈົນຮອດ “ພັນລ້ານປີ” ນັ້ນ ໃນເບື້ອງຕົ້ນໄດ້ຍອມຮັບ​ເອົາຜົນ
ການເລືອກຕັ້ງ ແຕ່ໄດ້ປ່ຽນໃຈ ໂດຍອ້າງເຖິງຂໍ້ຫາວ່າ ມີການລົງຄະແນນສຽງ ທີ່ຜິດ ປົກກະຕິ.

ນາງ Sara Wilkins ຈາກອັງກິດ ປອບໃຈ ເພື່ອນຮ່ວມເດີນທາງ ທ້າວ Ebrima Jagne ຈາກ ແກມເບຍ ຫຼັງຈາກທີ່ ພວກເຂົາທັງສອງ ໄດ້ຖືກຍົກຍ້າຍ ອອກຈາກປະເທດແກມເບຍ ໂດຍບໍລິສັດ ເດີນທາງ Thomas Cook ເພື່ອບິນໄປຍັງສະໜາມບິນ Manchester ໃນນະຄອນ Manchester ຂອງອັງກິດ, ວັນທີ 18 ມັງກອນ 2017.

ບັນດາປະເທດເພື່ອນບ້ານຂອງແກມເບຍ ໃນເຂດອາຟຣິກາຕາເວັນຕົກ ກຳລັງພະຍາ ຍາມ ທີ່ຈະຊ່ອຍແກ້ໄຂ ສະຖານະການດັ່ງກ່າວ.

ປະທານາທິບໍດີ ຂອງປະເທດມໍຣິເຕເນຍ ທ່ານ Ould Abdel Aziz ໄດ້​ໂອ້​ລົມ ກັບ
ທ່ານ Jammeh ຕໍ່ຈາກນັ້ນ ທ່ານກໍໄດ້ໄປຍັງ ປະເທດເຊເນການ ໃນຕອນແລງ ຂອງວັນພຸດວານນີ້ ເພື່ອພົບປະກັບ ທ່ານ Barrow. ທ່ານ Aziz ໄດ້ບອກ ບັນດາ ນັກຂ່າວວ່າ ທ່ານມີຄວາມຮູ້ສຶກ “​ໄປໃນແງ່ທີ່ຮ້າຍໜ້ອຍລົງ” ກ່ຽວກັບ ຜົນຂອງ
ການ​ແກ້​ໄຂ ​ໃນ​ທາງ​ສັນຕິ ທີ່ຈະເກີດຂຶ້ນ ຫຼັງຈາກໄດ້ເຈລະຈາ ກັບທັງສອງທ່ານແລ້ວ.

ພວກຄົນຈຳນວນນຶ່ງ ກຳລັງໜີ ຈາກຄວາມເຄັ່ງຕຶງ ໃນປະເທດແກມເບຍ, ເມື່ອວັນທີ 18 ມັງກອນ 2017. ເກືອບ 3,000 ຄົນ ໄດ້ໄປຮອດ ເມືອງ Karang ຂອງປະເທດ Senegal, ນັບຕັ້ງແຕ່ ເດືອນມັງກອນເປັນຕົ້ນມາ ຄວາມເຄັ່ງຕຶງ ໄດ້ທະວີຂຶ້ນ ຢູ່ໃນແກມເບຍ. ອົງການສະຫະປະຊາຊາດ ເພື່ອອົບພະຍົບ ກ່າວວ່າ ຈຳນວນທັງໝົດ ຫຼາຍກວ່າ 26,000 ຄົນ ໄດ້ຫລົບໜີ ອອກຈາກແກມເບຍ ແລະ ຄາດກັນວ່າ ຈະມີຫຼາຍຂຶ້ນອີກ. (ພາບຖ່າຍໂດຍ Ricci Shryock)

ກຳລັງທະຫານ ຈາກປະຊາ​ຄົມ​ເສດຖະກິດບັນດາລັດອາຟຣິກາຕາເວັນຕົກ ຫຼື ECOWAS ແມ່ນກຳລັງລໍຖ້າ ໃນວັນພະຫັດມື້ນີ້ ຢູ່ທີ່ຊາຍແດນ ລະຫວ່າງ ເຊເນການ ແລະ ແກມເບຍ.

ປະເທດໄລບີເຣຍ ເປັນປະທານ ຂອງອົງການ ECOWAS ໃນປັດຈຸບັນນີ້. ລັດຖະມົນຕີ ຖະແຫລງຂ່າວ ຂອງໄລບີເຣຍ ທ່ານ Eugene Nagbe ໄດ້ບອກກັບວີໂອເອ ວ່າ ກຳລັງທະຫານ ແມ່ນເປັນວິທີແກ້ໄຂສຸດທ້າຍ ສະເໝີ ແຕ່ວ່າ ທາງເລືອກອື່ນໆທັງໝົດ ແມ່ນຈະນຳເອົາມາໃຊ້ກ່ອນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Gambia Political Crisis
please wait

No media source currently available

0:00 0:01:43 0:00

XS
SM
MD
LG