ບັນດາສະຕີໝາຍເລກນຶ່ງ ຂອງປະເທດຕ່າງໆ ໃນອາຟຣິກາ ຫວັງວ່າ ຄູ່ຕຳແໜ່ງ ຂອງ
ພວກເພິ່ນ ຈາກອາເມຣິກາ ຈະຫາຊ່ອງທາງ ເພື່ອຮັບມືກັບບັນຫາຕ່າງໆ ດ້ວຍຄວາມເຂົ້າ
ໃຈເຖິງນ້ຳສຽງສຳນຽງທີ່ແຕກຕ່າງກັນ ຂອງປະສົບການ ຢູ່ໃນອາຟຣິກາ ໃນເວລາ ທ່ານ
ນາງ ເດີນທາງໄປຢ້ຽມຢາມ ທະວີບນີ້ ໃນສັບປະດາໜ້າ.
ບັນດາສະຕີໝາຍເລກນຶ່ງ ຂອງປະເທດ ໂມຊຳບິກ ນາມມີເບຍ ແລະ ຊີແອຣາ ເລອອນ
ໄດ້ໂອ້ລົມກັບ ວີໂອເອ ຢູ່ ນະຄອນ ນິວຢອກ ໃນລະຫວ່າງ ກອງປະ ຊຸມ ສະມັດຊາໃຫຍ່
ສະຫະປະຊາຊາດ ຄັງທີ່ 73 ແລະ ໄດ້ໃຫ້ຄຳແນະນຳແກ່ ສະຕີໝາຍເລກນຶ່ງ ສະຫະລັດ
ທ່ານນາງ ເມີລາເນຍ ທຣຳ.
ທ່ານນາງ ອີຊົວຣາ ນີອູສີ ສະຕີໝາຍເລກນຶ່ງ ຂອງໂມຊຳບິກ ໄດ້ກ່າວບອກວີ ໂອເອ ໂດຍ
ຜ່ານນາຍພາສາ ແລະທີ່ປຶກສາ ຂອງເພິ່ນ ວ່າ ທ່ານນາງ ຍິນດີທີ່ ຈະເຫັນໂຄງການລິເລີ້ມ
ຕ່າງໆ ໃນສະຫະລັດ ຂອງທ່ານນາງ ທຣຳ ຈະຖືກນຳມາໃຊ້ ກັບຄວາມທ້າທ້າຍຕ່າງໆ
ຢູ່ໃນອາຟຣິກາ. ທ່ານນາງ ນີອູສີ ກ່າວຕື່ມວ່າ ໂມຊຳບິກ ແມ່ນຍິນດີຕ້ອນຮັບ ທ່ານນາງ
ທຣຳ ເຖິງແມ່ນວ່າ ປະເທດນີ້ ບໍ່ໄດ້ຢູ່ໃນວາລະການເດີນທາງ ຂອງສະຕີໝາຍເລກນຶ່ງ
ອາເມຣິກາ ໃນປັດຈຸບັນນີ້ ກໍຕາມ.
ທ່ານນາງ ທຣຳ ມີກຳນົດ ຈະເດີນທາງໄປຢ້ຽມຢາມ ປະເທດ ການາ ມາລາວີ ເຄັນຢາ
ແລະ ອີຈິບ ໃນອັນທີ່ທຳນຽບຂາວ ເອີ້ນວ່າ ການເດີນທາງ ກ່ຽວກັບ “ການເບິ່ງແຍງແມ່
ຜູ້ຖືພາ ແລະການເກີດລູກ ຢູ່ໃນໂຮງໝໍ ການສຶກສາສຳລັບ ເດັກນ້ອຍ ວັດທະນະທຳ
ແລະປະຫວັດສາດ ອັນເລິກເຊິ່ງທີ່ໄດ້ສືບສານເຂົ້າກັນ ໃນແຕ່ລະປະເທດ ຂອງ
ອາຟຣິກາ ແລະ ວິທີໃດທີ່ສະຫະລັດ ຈະໃຫ້ການສະ ໜັບສະໜູນ ແຕ່ລະປະເທດ ເພື່ອໃຫ້ຕົນກ້າວໜ້າໄປສູ່ ການເພິ່ງພາຕົນເອງ."
ທ່ານນາງ ເມີລາເນຍ ທຣຳ ໄດ້ປະກາດກ່ຽວກັບແຜນການເດີນທາງຂອງທ່ານນາງ ຢູ່ພິທີ
ຕ້ອນຮັບ ໃນມື້ວັນພຸດຜ່ານມາທີ່ສະມັດຊາໃຫຍ່ສະຫະປະຊາຊາດ. ນີ້ຈະແມ່ນການເດີນ
ທາງດ່ຽວໄປຢ້ຽມຢາມ ຕ່າງປະເທດເປັນເທື່ອທຳອິດ ຂອງທ່ານນາງ ໃນນາມສະຕີ ໝາຍ
ເລກນຶ່ງ.
ໃນລະຫວ່າງການເດີນທາງນັ້ນ ທ່ານນາງ ເມີລາເນຍ ທຣຳ ຈະເນັ້ນໜັກກ່ຽວກັບວຽກ
ການຂອງອົງການໃຫ້ຄວາມຊ່ອຍເຫຼືອລະຫວ່າງປະເທດຂອງສະຫະລັດຫຼື ຢູເສດ ຊຶ່ງ
ວຽກງານໃນອາຟຣິກາແມ່ນເພັ່ງເລັງໃສ່ດ້ານກະສິກຳ ສາທາລະນະສຸກ ການປົກຄອງ
ແລະການປ່ຽນແປງຂອງດິນຟ້າອາກາດ.