ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຮົາອາດຈະເຫັນເມືອງ ທີ່ມີປະຊາຊົນ 100 ລ້ານຄົນຂອງໂລກເທື່ອທຳອິດ ໃນທະວີບອາຟຣິກາ ໃນທ້າຍສັດຕະວັດນີ້


ຄົນກຳລັງຍ່າງເລາະຊື້ເຄື່ອງຢູ່ຕະຫຼາດທີ່ເມືອງເລກ້ອສ ປະເທດໄນຈີເຣຍ ທີ 15 ກັນຍາ 2017.
ຄົນກຳລັງຍ່າງເລາະຊື້ເຄື່ອງຢູ່ຕະຫຼາດທີ່ເມືອງເລກ້ອສ ປະເທດໄນຈີເຣຍ ທີ 15 ກັນຍາ 2017.

ເຮົາ​ອ​າ​ດຈະ​ເຫັນ​ຫົວເມືອງ​ທີ່​ມີ​ພົນລະ​ເມືອງ 100 ລ້ານ​ຄົນ​ຂອງ​ໂລກ​ເທື່ອທຳ​ອິດ ໃນ
​ທ້າ​ຍສັດຕະວັດ​ນີ້. ນັ້ນ​ແມ່ນ​ຜົນສະຫລຸບຂອງການຄວ້າຄັ້ງໃໝ່ກ່ຽວກັບການກາຍເປັນ
ເຂດເທດສະບານຢ່າງວ່ອງໄວຂອງ​ຫຼາຍໆເມືອງທີ່ກຳລັງ​ເຕີບ​ໂຕ​ຢູ່​ໃນ​ຫຼາຍ​ໆ​ປະ​ເທດ
​ໃນ​ອາ​ຟຣິກາແລະ​ເອ​ເຊຍ ທີ່​ໄດ້​ສະ​ເໜີ​ແນະໃຫ້​ເຫັນວ່າແມ່ນ​ແຕ່ເມືອງ​ນ້ອຍໆ ກໍ​ອາດ
​ສາມາດ​ ຂະຫຍາຍ​ເປັນເຂດເທດສະບານໃຫຍ່ໆ ​ໄດ້ ໃນ​ຫຼາຍ​ສັດຕະວັດ​ຕໍ່ໜ້ານີ້.
​ເຮັນຣີ ຣິຈ​ແວລ ມີ​ລາຍ​ງານ ກ່ຽວກັບເລື່ອງນີ້​ຊຶ່ງ​ ກິ່ງ​ສະຫ​ວັນ ຈະນຳເອົາລາຍລະອຽດ
​ມາສະ​ເໜີ​ທ່ານ ໃນດັນດັບຕໍ່ໄປ.

ໃນ​ທ້າ​ຍສັດຕະວັດ​ນີ້ ມີການທຳນາຍວ່າ ປະຊາກອນຂອງໂລກ​ ​ຈະເພີ້ມຂຶ້ນ​ເຖິງ 14
ພັນລ້ານ​ຄົນ. 80 ເປີ​ເຊັນຂອງ​ປະຊາກອນເຫຼົ່ານີ້​ຈະ​ພາກັນອາໄສຢູ່​ໃນ​ເມືອງ​ຕ່າງໆ
ອີງ​ຕາມ​ການ​ຄົ້ນຄວ້າ​ສະບັບໃໝ່.

ສາ​ສະ​ດາ​ຈານ​ດານ​ຽລ ຮົວເວັກ ຄູ່​ຂຽນລາຍ​ງານການ​ຄົ້ນ​ຄວ້າຮ່ວມ ຈາກສະຖາບັນ
ເທັກ​ໂນ​ໂລ​ຈີອອນ​ຕາຣິ​ໂອ​ ກ່າວ​ວ່າ “ປັດ​ຈຸ​ບັນ​ນີ້ ພວກ​ເຮົາ​ກຳລັງ​ມອງເຫັນ​ຄື້ນຟອງ​ທີ່ເມືອງຕ່າງໆ ກາຍເປັນເຂດເທດສະບານ ມຸ້ງ​ໜ້າ​ໄປ​ສູ່​ຈີນ ມັນ​ກຳລັງກ້າວເຂົ້າສູ່
ຂັ້ນຕອນສຸດທ້າຍ ຂອງການເປັນເຂດເທດສະບານ. ​ແລະ​ບັດ​ນີ້ ໄດ້ ມຸ້ງ​ໜ້າໄປ​ສູ່​ອິນ
​ເດຍ​ ​ແລະ​ພວກ​ເຮົາ​ຈະ​ເຫັນຈຸດ​ສຸດ​ຍອດ​ໃນການກາຍເປັນ​ເມື​ອງ​ໃຫຍ່ຂອງ​ເຂດໃຕ້​
ທະ​ເລ​ຊາຍ​ຊາຮາຣາໃນອາ​ຟຣິກາ.”

ນັ້ນ​ອາດ​ໝາຍ​ເຖິງຫົວເມືອງທຳອິດ ທີ່ມີປະຊາກອນ 100 ລ້ານ​ຄົນ. ​ນະຄອນ​ລາ​
ກັອສ ປະ​ເທດໄນ​ຈີ​ເຣຍ ແມ່ນຫົວເມືອງທີ່ຕິດ​ອັນ​ດັບ​ນຶ່ງ.

ປັດຈຸບັນ​ນີ້ ນະຄອນລາກັອສ ແມ່ນ​ມີ​ປະຊາກອນ​ຢູ່​ຊາວ​ລ້ານ​ຄົນ. ​ບໍ່​ໃຫຍ່​ເທົ່າກັບເຄິ່ງ
ນຶ່ງ​ຂອງ​ນະຄອນ​ໂຕ​ກຽວ ​ແຕ່​ເປັນຫົວ​ເມືອງ ທີ່​ກຳລັງເຕີບ​ໂຕ​ໄວ​ທີ່​ສຸດ.ຢູ່​ໃນສອງຊົ່ວ
​ຄົນນະຄອນ​ລາ​ກັອສ ​ໄດ້​ເຕີບ​ໂຕ 100 ​ເທົ່າ. ​ພາຍໃນ​ປີ 2100ຄາ​ດວ່າ​ ຈະ​ມີຊາຊົນ​
ຫຼາຍ​ກວ່າ​ລັດ​ຄາ​ລີຟໍ​ເນຍທັງ​ໝົດ.

ສາດ​ສະ​ດາ​ຈານ​ຮົວ​ເວັກກ່າວ​ວ່າ “​ນະຄອນລາ​ກັອສ, ດາແອັສ ຊາ​ລຳ, ກິນ​ຊາ​ຊາ ບັນ
ດາ​ເມື​ອງ​ເຫລົ່າ​ນີ້ ແມ່ນຄາດວ່າ ຈະມີປະຊາກອນເພີ້ມຂຶ້ນ​ເຖິງ ສີ່​ຫາ​ຫ້າ​ເທົ່າ. ​ພາຍ
ໃນ​ທ້າຍ​ສັດຕະວັດນີ້ ​ບັນດາຫົວ​ເມືອງ​ໃຫຍ່ໆທີ່ມີປະຊາກອນຫຼາຍສຸດ 20 ​ຫົວເມືອງ

ທຳອິດ ຖ້າຈະເວົ້າແລ້ວ ສ່ວນໃຫຍ່ແມ່ນ​ຈະ​ຢູ່​ໃນ​ອາ​ຟຣິກາ.”

​ນະຄອນ​ລາ​ກັອສ ​ແມ່ນກວມເອົາພື້ນທີ່ 1000 ຕາ​ລາງ​ກິ​ໂລ​ແມັດທີ່​ໜາ​ແໜັ້ນ​ໄປ ​ດ້ວຍ
​ຕຶກສູງໆ ​ຄຸ້ມຄົນທຸກຍາກ ​ແລະ​ທຸກໆ​ຢ່າງ​ຢູ່ໃນ​ລະຫວ່າງ​ນັ້ນ. ປະຊາກອນຂອງນະຄອນ
ດັ່ງກ່າວແມ່ນ​ເພີ້​ມຂຶ້ນ 900 ຄົນ​ຕໍ່​ມື້.

ພວກ​ທຸກ​ຍາກ​ທີ່ສຸດ ແມ່ນ​ບັນດາ​ປະຊາ​ຄົມຍົກຍ້າຍມາຈາກຊົນນະບົດ. ຢູ່ໃກ້ໆກັບ
ແຄມບຶງ. ອົງການ​ນິລະ​ໂທດ​ກຳ​ສາກົນ​ໄດ້ເຕືອນ​ເຖິງ​ ​ການ​ຂັບໄລ່​ແບບໄຮ້ຄວາມປານີ
ເພື່ອ​ແຜ້ວ​ທາງ​ໄປ​ສູ່​ການ​ພັດທະນາ​ໃໝ່ທີ່​ເຂົາ​ເຈົ້າ​ອ້າງ​ວ່າ ​ໄດ້​ເຮັດ ໃຫ້ 300,000 ຄົນ
​ບໍ່​ມີ​ທີ່ຢູ່​ອາໄສ ​ແລະ 11 ຄົນ​ໄດ້​ເສຍ​ຊີວິດ.

ທ້າວໂອລາດີປູໂປ ແອວີໂອມີເຢ ປະຊາຊົນທີ່ຄຸ້ມຄົນທຸກ ອີລາເຢ ບາຣີກາ ໃນນະຄອນ
ລາກັອສ ກ່າວວ່າ “ການຂົ່ມຂູ່ ທີ່ຈະຖືກໄລ່ໜີ ການຂົ່ມຂູ່່ ທີ່ຈະຖືກໄລ່ອອກໄປໃນ
ຕອນຄໍ່າຄືນ ໄດ້ເຮັດໃຫ້ຄົນ ມີຄວາມຢ້ານກົວ ຈົນວ່າເຂົາເຈົ້າບໍ່ສາ ມາດເຮັດວຽກ
ການໄດ້ ຫຼືປະຕິບັດວຽກງານຢູ່ໃນເຂດດັ່ງກ່າວ
.”

ຢູ່ໃນທະວີບອາຟຣິກາ ປະຊາຊົນມີອາຍຸສະເລ່ຍ ຕ່ຳກວ່າຊາວປີ. ອັດຕາການ ເກີດແມ່ນ
4.4 ແລະຊາວອາຟຣິກາ ແມ່ນກາຍເປັນພວກທີ່ຢູ່ໃນເຂດເທດສະບານຫຼາຍຂຶ້ນ. ແມ່ນ
ແຕ່ບັນດາເມືອງນ້ອຍໆກໍມີການທຳນາຍວ່າຈະມີຂະໜາດ ໃຫຍ່ຂຶ້ນ. ນະຄອນນີອາເມ ຢູ່ປະເທດໄນເຈີ ອາດຈະເຕີບໃຫຍ່ຈາກການມີປະ ຊາກອນບໍ່ຮອດນຶ່ງລ້ານຄົນ ໃນປັດ
ຈຸບັນນີ້ ເປັນນະຄອນທີ່ມີປະຊາກອນ 46 ລ້ານຄົນ ພາຍໃນທ້າຍສັດຕະວັດນີ້. ເມືອງ
ບລັນເທຍຢູ່ໃນມາລາວີ ຈະມີປະຊາ ກອນເພີ້ມຂຶ້ນ ຈາກນຶ່ງລ້ານ ຫາ 40 ລ້ານຄົນ.

ເອເຊຍກໍ​ເຊັ່ນ​ດຽວກັນ ຈະ​ໄດ້ເຫັນການເຕີບໃຫຍ່ຂະຫຍາຍໂຕ ຂອງຫົວເມືອງ ຕ່າງໆ. ​ນະຄອນຫຼວງກາບູລ ຂອງອັຟການິສຖານ ກໍຄາດວ່າຈະມີປະຊາກອນ ເພີ້ມຂຶ້ນເຖິງ
50 ລ້ານຄົນ.

Africa Could See World's First 100 Million City by Century's End
please wait

No media source currently available

0:00 0:03:10 0:00

ເຖິງແມ່ນວ່າຈະມີບັນຫາກ່ຽວກັບຄຸ້ມຄົນທຸກ ການຮັກສາສຸຂະພິບານທີ່ບໍ່ພຽງພໍ ແລະ
ເປື້ອນເປິ ຊຶ່ງທ່ານຮົວເວັກກ່າວວ່າ ການຂະຫຍາຍຕົວຂອງເທດສະບານ ກໍສາມາດ

ເປັນສິ່ງທີ່ດີໄດ້.

ສາດສະດາຈານ ດານຽລ ຮົວເວັກ ຈາກສະຖາບັນເທັກໂນໂລຈີອອນຕາຣິໂອ ກ່າວວ່າ
“ຫົວ​ເມືອງຕ່າງໆ ຕາມທຳມະຊາດແລ້ວຍ້ອນມີຊີວິດການເປັນຢູ່ຢ່າງກະທັດລັດສາ
ມາດເຮັດໃຫ້ຄຸນນະພາບຂອງຊີວິດສູງຂຶ້ນກວ່າບ່ອນອື່ນໆ ທີ່ມີພະລັງງານ ຂອງຫົວ
ໜ່ວຍຍອດຜະລິດຮວມຫຼື GDP ນ້ອຍກວ່າບ່ອນອື່ນໆ ເພາະສະນັ້ນຫົວເມືອງຕ່າງໆ
ຄວາມຈິງແລ້ວ ເຮັດໃຫ້ມີໂອກາດ ສຳຄັນແທ້ໆ. ພວກເຮົາຈະບໍ່ກ່າວເຖິງຄວາມຍືນ
ຍົງຂອງໂລກໂດຍປາດສະຈາກບັນດາເມືອງໃຫຍ່ໆ.”


ຫຼາຍໆຫົວເມືອງໃນປະເທດຕາເວັນຕົກ ມີການທຳນາຍວ່າ ຈະມີປະຊາກອນ ເທົ່າເກົ່າ
ຫຼືຫລຸດຂະໜາດລົງ. ພາຍໃນທ້າຍສັດຕະວັດນີ້ຈະມີພຽງແຕ່ສິບສີ່ ຫົວເມືອງທີ່ໃຫຍ່ສຸດ ໃນຈຳນວນທັງໝົດ 100 ຫົວເມືອງຄາດວ່າ ຈະຢູ່ໃນ ອາເມຣິກາເໜືອ ຫຼືຢູໂຣບ.

ອ່ານຂ່າວນີ້ເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG