ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໒ ມິຖຸນາ ໒໐໒໓

ກອງປະຊຸມຊາວໜຸ່ມອາຟຣິກາ ທີ່ທໍານຽບຂາວ


امریکہ میں پاکستانی سفارتخانے کے سامنے ڈاکٹر عافیہ کی رہائی کے لیے احتجاج

ປະທານາທິບໍດີ​ບາຣັກ​ ​ໂອ​ບາ​ມາ​ແຫ່ງ​ສະຫະລັດ​ໄດ້​ຮຽກຮ້ອງ​ໄປ​ຍັງຜູ້​ນໍາ​ຊາວ​ໜຸ່ມອາຟຣິກາ​ ກຸ່ມ​ນຶ່ງ ໃຫ້​ນໍາ​ເອົາ​ການປ່ຽນແປງ​ມາສູ່​ປະ​ເທດ​ຂອງ​ພວກ​ເຂົາ​ເຈົ້າ ​ໂດຍ​ໃຫ້​ພາກັນ​ຢືນ​ຢັດ​ເພື່ອປະຊາທິປະ​ໄຕ ເພື່ອລັດຖະບານ​ທີ່ໂປ່​ງ​ໃສ ​ແລະ​ເສລີ​ພາບ​ໃນ​ວົງ​ການຂ່າວ. ປະທາ ນາທິບໍດີ​ໂອ​ບາ​ມາໄດ້​ທໍາ​ການຮຽກຮ້ອງ​ດັ່ງກ່າວ​ ໃນ​ວັນ​ອັງຄານວານ​ນີ້​ ຕໍ່​ກອງ​ປະຊຸມ​ຊາວ​ໜຸ່ມ​ອາ​ຟຣິກາ​ ທີ່​ທ່ານ​ເປັນ​ເຈົ້າພາບຈັດ​ຂຶ້ນ​ເປັນ​ຄັ້ງ​ທໍາ​ອິດ ​ທີ່ທໍານຽບຂາວ.

ທ່ານໂອ​ບາ​ມາ​ກ່າວ​ຕໍ່ຜູ້​ນໍາ​ໄວ​ໜຸ່ມ 115 ຄົນ​ຈາກ 46 ປະ​ເທດໃນ​ເຂດ ພາກໃຕ້​ຂອງ​ທະ​ເລ​ຊາຍຊາ​ຮາຣາ ວ່າ ຜົນ​ປະ​ໂຫຍ​ດຂອງ​ສະຫະລັດ ແລະ​ອາ​ຟຣິກາ ມັກ​ກວມ​ກັນ​ຢູ່ເລື້ອຍໆ ​ແລະ​ວ່າອະ​ເມ​ຣິ​ກາ​ມີຄວາມ​ສົນ​ໃຈອັນ​ໃຫຍ່​ຫລວງ ​ໃນ​ການ​ຢາກ​ເຫັນ​ການ​ພັດທະນາ​ໃນ​ທົ່ວທະວີບ​ອາຟຣິກາ​ນັ້ນ. ນອກ​ນີ້ ທ່ານ​ໂອ​ບາ​ມາຍັງໄດ້ກ່າວ​ເຖິງ​ບັນຫາ​ຂອງແມ່ຍິງ​ໃນ​ອາ​ຟຣິກາ​ ​ໂດຍ​ທ່ານ​ເວົ້າວ່າພວກ​ຜູ້​ຊາຍອາ​ຟຣິກາ​ຈະຕ້ອງປ່ອຍໃຫ້ ​ພວກ​ແມ່ຍິງ​ມີ​ປາກ​ມີ​ສຽງ​ຫລາຍ​ຂຶ້ນອີກ​ ໃນ​ການຈັດ​ຕັ້ງ​ລະບອບ​ປະຊາ​ທິປະໄຕ​ຂຶ້ນ​ໃນ​ປະ​ເທດ​ນັ້ນ.

ທ່ານ​ໂອ​ບາ​ມາ​ໄດ້​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ດັ່ງກ່າວ​ຂຶ້ນ ຫລັງ​ຈາກ​ພວກ​ຜູ້​ນໍາ​ເຫລົ່ານີ້​ໄດ້​ພົບ​ປະ​ກັບທ່ານ​ນາ​ງຮີນ​ລາຣີ ຄລິນ​ຕັນ ລັດຖະມຸນຕີ​ການ​ຕ່າງປະ​ເທດ​ສະຫະລັດ​ ທີ່​ກະຊວງ​ການ​ຕ່າງປະ​ເທດ​ແລ້ວ.

XS
SM
MD
LG