ສະຫະລັດໄດ້ປະກາດຍຸດທະສາດໃໝ່ ສຳຫຼັບເຂດທີ່ຢູ່ໃຕ້ທະເລຊາຍຊາຮາຣາໃນທະວີບອາ
ຟຣິກາ ເພື່ອປັບປຸງປະຊາທິປະໄຕ ການເຕີບໂຕຂອງເສດຖະກິດ ຄວາມໝັ້ນຄົງແລະການ
ຄ້າຢູ່ໃນຂົງເຂດ ໃຫ້ດີຂຶ້ນກວ່າເກົ່າ.
ຖະແຫຼງການຂອງທຳນຽບຂາວສະບັບນຶ່ງທີ່ນຳອອກເຜີຍແຜ່ໃນວັນພະຫັດວານນີ້ກ່າວວ່າ
ແຜນການທີ່ວ່ານີ້ ແມ່ນໃຊ້ວິທີຕິດຕໍ່ແບບໝັ້ນໃຈ ແລະມອງໄປຂ້າງໜ້າຕໍ່ອາຟຣິກາ ນຶ່ງໃນ
ນັ້ນກໍຄືພື້ນຖານການເປັນພາຄີກັນ.
ຍຸດທະສາດສະບັບນີ້ແມ່ນແນໃສ່ເພື່ອສ້າງຄວາມກ້າວໜ້າໃຫ້ແກ່ປະຊາທິປະໄຕ ໃນອາຟຣິ
ກາໂດຍເສີມຂະຫຍາຍສະຖາບັນຕ່າງໆເພື່ອໃຫ້ມີການເປີດກວ້າງແລະຄວາມຮັບຜິດຊອບ
ໃນການປົກຄອງຫຼາຍຂຶ້ນ ຕະຫຼອດທັງຊຸກຍູ້ການເຄົາລົບນັບຖືສິດທິມະນຸດ ພ້ອມທັງການ
ປົກຄອງດ້ວຍຕົວບົດກົດໝາຍ. ນອກນັ້ນແລ້ວ ຍຸດທະສາດດັ່ງກ່າວຍັງປະຕິຍານວ່າຈະທ້າ
ທາຍພວກຜູ້ນຳ ທີ່ການກະທຳຂອງເຂົາເຈົ້າຂົ່ມຂູ່ຕໍ່ຄວາມໜ້າເຊື່ອຖືແລະຂັ້ນຕອນປະຊາທິ
ປະໄຕ.
ຍຸດທະສາດທີ່ວ່ານີ້ມອບໝາຍໃຫ້ສະຫະລັດເພີ່ມການຄ້າແລະການລົງທຶນຢູ່ໃນເຂດໃຕ້ທະ
ເລຊາຍຊາຮາຣາຂອງອາຟຣິກາດ້ວຍການປັບປຸງການຄຸ້ມຄອງເສດຖະກິດ ຊຸກຍູ້ໃຫ້ມີການ
ຮວມຕົວຢູ່ໃນຂົງເຂດ ເສີມຂະຫຍາຍການເຂົ້າເຖິງຕະຫຼາດຂອງສິນຄ້າອາຟຣິກາ ແລະຊຸກ
ຍູ້ໃຫ້ບັນດາບໍລິສັດຂອງສະຫະລັດທຳການຄ້າຂາຍແລະໄປລົງທຶນຢູ່ອາຟຣິກາ.
ຍຸດທະສາດໃໝ່ດັ່ງກ່າວໄດ້ມີການເປີດເຜີຍໃຫ້ຊາບ ຂະນະທີ່ເຈົ້າໜ້າທີ່ສະຫະລັດເປັນເຈົ້າ
ພາບຈັດກອງປະຊຸມກ່ຽວກັບກົດໝາຍສະຫະລັດວ່າດ້ວຍການເຕີບໂຕແລະໂອກາດຂອງ
ອາຟຣິກາ ສະບັບປີ 2000. ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary
Clinton ກ່າວວ່າ ກົດໝາຍສະບັບນີ້ ໄດ້ສ້າງວຽກເຮັດງານທຳໃໝ່ແລະພາກສ່ວນຕ່າງໆ
ໃນເສດຖະກິດຂອງອາຟຣິກາ.