ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທະວີບ ອາຟຣິກາ ມີສາຍພົວພັນກັບ ເກົາຫຼີເໜືອ ຢ່າງເລິກເຊິ່ງ


ທະຫານເກົາຫຼີເໜືອ ຂີ່ລົດຖັງໃນລະຫວ່າງການເດີນສວນ
ສະໜາມຜ່ານຈະຕຸລັດ Kim Il Sung.15 ເມສາ, 2017.
ທະຫານເກົາຫຼີເໜືອ ຂີ່ລົດຖັງໃນລະຫວ່າງການເດີນສວນ ສະໜາມຜ່ານຈະຕຸລັດ Kim Il Sung.15 ເມສາ, 2017.

ໃນຂະນະທີ່ອົງການສະຫະປະຊາຊາດ ໄດ້ສືບສວນສອບສວນຢ່າງໜ້ອຍ 7 ປະເທດ
ໃນທະວີບອາຟຣິກາ ສຳລັບຄວາມເປັນໄປໄດ້ໃນ ການລ່ວງລະເມີດມາດຕະການລົງ
ໂທດ ຂອງອົງການສະຫະປະຊາຊາດ ຕໍ່ ເກົາຫຼີເໜືອ ນັ້ນ, ຫຼາຍປະເທດອື່ນໆໃນທົ່ວ
ທະວີບ, ໃນສອງສາມປີທີ່ຜ່ານມາ, ໄດ້ສ້າງສາຍພົວພັນທາງທະເສດທະກິດຢ່າງເລິກ
ເຊິ່ງກັບລະບອບການປົກຄອງໃນເອເຊຍທີ່ຖືກແບ່ງແຍກໂດດດ່ຽວນັ້ນ.

ຈາກປີ 2000 ຫາ 2015, ການສົ່ງອອກຈາກ ເກົາຫຼີເໜືອ ຫາປະເທດ ເບີກິນາຟາໂຊ,
ໂມຊຳບິກ ແລະ ແຊມເບຍ ໄດ້ເພີ່ມຂຶ້ນດ້ວຍ ລະດັບການເຕີບໂຕປະຈຳປີສະເລ່ຍ
1.58 ເປີເຊັນ. ການນຳເຂົ້າຈາກປະເທດ ເບນິນ, ເຊເນກາລ ແລະ ໂມຊຳບິກ ມີລະ
ດັບການຂະຫຍາຍ ຕົວປະຈຳປີສະເລ່ຍ 1.84 ເປີເຊັນ ໃນລະຫວ່າງໄລຍະດຽວກັນ.
ໃນທົ່ວທະວີບອາຟຣິກາ, ການຄ້າຂາຍສິນຄ້າກັບ ເກົາຫຼີເໜືອ ຂະຫຍາຍອອກເປັນ
ຫຼາຍພາກສ່ວນ ແລະ ມີຈຳນວນເງິນຫຼາຍກວ່າ 100 ລ້ານໂດລາໃນແຕ່ລະປີ.

ມາດຕະການລົງໂທດອົງການສະຫະປະຊາຊາ, ເຊິ່ງຖືກຈັດຕັ້ງປະຕິບັດຄັ້ງທຳອິດໃນ
ປີ 2006 ນັ້ນ, ໄດ້ເພັ່ງເລັງໃສ່ການຫ້າມສົ່ງອາວຸດ ແລະ ຫ້າມການຄ້າຂາຍຖ່າມກາງ
ຄວາມເປັນຫ່ວງ ກ່ຽວກັບ ການພັດທະນາໂຄງການອາວຸດນິວເຄລຍຂອງ ເກົາຫຼີເໜືອ.

ປະເທດຕ່າງໆທີ່ຢູ່ພາຍໃຕ້ການທົບທວນນັ້ນ ແມ່ນໄດ້ຖືກກ່າວຫາ ກ່ຽວກັບ ການໄດ້
ຮັບການຊ່ວຍເຫຼືອທາງທະຫານຈາກ ເກົາຫຼີເໜືອ. ອີງຕາມການກ່າວຂອງອົງການ
ສະຫະປະຊາຊາດນັ້ນ, ພຽງຢາງ ໄດ້ດຳເນີນການຊ້ອມລົບທາງທະຫານໃນປະເທດ
ອັງໂກລາ, ອູການດາ ແລະ ສາທາລະນະລັດປະຊາທິປະໄຕ ຄົງໂກ. ໄດ້ພະຍາຍາມທີ່
ຈະຂົນສົ່ງອຸປະກອນການຄົມມະນາຄົມທາງທະຫານໄປປະເທດ ເອຣິເທຣຍ, ຂົນສົ່ງ
ອາວຸດຕ່າງໆໄປປະເທດ ໂມຊຳບິກ, ອາວຸດທາງທະຫານທີ່ຖືກສ້ອມແປງແລ້ວ ໄປ
ປະເທດ ທານຊາເນຍ, ແລະ ກໍ່ສ້າງສະຖານທີ່ຕ່າງໆທີ່ ກ່ຽວຂ້ອງກັບທະຫານໃນປະ
ເທດ ນາມິເບຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG