ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອາຟຣິກາ ຕ້ອງການການນໍາເຂົ້າອາ​ຫານ​ປະ​ເພດເມັດ, ປະເທດທີ່ສໍາຄັນກ່າວ ກ່ອນການເຈລະຈາ ​ກັບທ່ານປູຕິນ


ແຟ້ມ - ເຄື່ອງມືເກັບກ່ຽວ ເກັບກ່ຽວເຂົ້າເບລ່ ຢູ່ Zghurivka ຂອງຢູເຄຣນ ວັນທີ 9 ສິງຫາ 2022
ແຟ້ມ - ເຄື່ອງມືເກັບກ່ຽວ ເກັບກ່ຽວເຂົ້າເບລ່ ຢູ່ Zghurivka ຂອງຢູເຄຣນ ວັນທີ 9 ສິງຫາ 2022

ບັນດາ​ປະ​ເທດທີ່​ສຳຄັນ​ໃນ​ອາ​ຟຣິກາ ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ຈຳ​ເປັນ​ຂອງ​ການ​ນຳ​ເຂົ້າ​ອາ​ຫານ​ປະ​ເພດເມັດ​ ​ເພື່ອ​ແກ້​ໄຂ​ຄວາມ​ບໍ່​ໝັ້ນຄົງ​ດ້ານ​ສະບຽງ​ອາຫານ ​ໃນ​ຂະນະ​ທີ່​ປະທານາທິບໍດີຂອງຣັດເຊຍ ທ່ານວລາດີເມຍ ປູຕິນ ກະກຽມ​ຫາລື​ກັບ​ບັນດາ​ຜູ້ນຳ​ຂອງ​ທະວີບ​ ກ່ຽວ​ກັບ​ຊະຕາ​ກຳ​ຂອງ​ຂໍ້ຕົກລົງທີ່ຈະອະນຸຍາດ​ໃຫ້ ສົ່ງອອກສະບຽງອາຫານ ແລະ ປຸ໋ຍຈາກຢູເຄຣນ ຜ່ານທະເລດຳຢ່າງປອດໄພ ອີງຕາມອົງການຂ່າວຣອຍເຕີສ໌.

ທ່ານປູຕິນ ກ່າວ​ໃນ​ວັນ​ອັງຄານນີ້​ວ່າ ຣັດ​ເຊຍ​ກຳລັງ​ພິຈາລະນາ ​ການ​ຍົກ​ເລີກໂຄງການ​ລິ​ເລີ່ມ ​ອາຫານປະ​ເພດ​ເມັດ​ທະ​ເລ​ດຳ (Black Sea Grain Initiative) ທີ່ດຳເນີນການ​ໂດຍ​ສະຫະ​ປະຊາ​ຊາດ​ແລະ​ເທີກີ​ ໃນ​ເດືອນ​ກໍລະກົດ​ປີ​ທີ່ຜ່ານມາ ເພາະວ່າ​ການ​ຂົນ​ສົ່ງ​ອາ​ຫານ​ປະ​ເພດເມັດ​ ​ແລະ​ຝຸ່ນ​ຂອງ​ຕົນ ​ຍັງ​ປະສົບ​ກັບ​ອຸປະສັກຢູ່. ສັນຍາ​ດັ່ງກ່າວອາດ​ໝົດ​ອາຍຸ​ໃນ​ວັນ​ທີ 17 ກໍລະກົດ​ນີ້.

ຄະນະ​ຜູ້​ແທນ​ຂອງ​ຜູ້ນຳ​ອາ​ຟຣິກາ ​ມີ​ກຳນົດ​ຈະ​ໄປ​ຢ້ຽມຢາມທັງ​ຢູ​ເຄຣນ ​ແລະຣັດ​ເຊຍ​ເລີ້ມໃນ​ອາທິດ​ນີ້ ​ເພື່ອ​ຊຸກຍູ້​ການ​ຢຸດຕິ​ສົງຄາມ​ທີ່​ແກ່ຍາວ​ເປັນ​ເວລາ 16 ​ເດືອນ​ຂອງຣັດ​ເຊຍ, ​ແລະ​ທ່ານປູຕິນ ກ່າວ​ວ່າ ທ່ານ​ມີ​ແຜນ​ຈະ​ຍົກລະດັບ​ຂໍ້​ຕົກ ລົງອາ​ຫານ​ປະ​ເພດເມັດ​ທະ​ເລ​ດຳ. ຜູ້ນໍາອາຟຣິກາຍັງສາມາດສະເຫນີໃຫ້ທ່ານປູຕິນເຮັດ "ຂໍ້ຕົກລົງ​ອາ​ຫານ​ປະ​ເພດເມັ​ດ ແລະຝຸ່ນແບບບໍ່ມີເງື່ອນໄຂ", ອີງຕາມເອກະສານໂຄງຮ່າງທີ່ອົງການຂ່າວ ຣອຍເຕີສ໌ ໄດ້ເຫັນໃນວັນພະຫັດ.

ປະທານາທິບໍດີອາຟຣິກາໃຕ້ ທ່ານໄຊຣິລ ຣາມາໂຟຊາ (Cyril Ramaphosa) ກ່າວວ່າທ່ານເຊື່ອວ່າທ່ານປູຕິນ ແລະປະທານາທິບໍດີຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ (Volodymyr Zelenskyy) ແມ່ນເຫັນພ້ອມ ກັບທ່ານກ່ຽວກັບ "ຄວາມສໍາຄັນຂອງການຈັດສົ່ງ​ອາ​ຫານ​ປະ​ເພດເມັດໄປອາຟຣິກາເພື່ອຫຼຸດຜ່ອນຄວາມບໍ່ຫມັ້ນຄົງດ້ານສະບຽງອາຫານ", ໂຄສົກຂອງທ່ານ ຣາມາໂຟຊາ ທ່ານວິນເຊນຕ໌ ແມັກເວນຢາ (Vincent Magwenya) ໄດ້ກ່າວ.

ທ່ານ ແມັກເວນຢາ (Magwenya) ກ່າວຕໍ່ອົງການຂ່າວ ຣອຍເຕີສ໌ ໃນວັນພຸດນີ້ວ່າ "ດັ່ງນັ້ນພວກເຮົາບໍ່ຮູ້ ກ່ຽວກັບໄພຂົ່ມຂູ່ໃດໆ ທີ່ຈະຖອນຕົວອອກຈາກຂໍ້ຕົກລົງອາ​ຫານ​ປະ​ເພດເມັດ."

ໂຄສົກວັງເຄຣັມລິນ (Kremlin) ທ່ານດີມິຕຣີ ເປັສກອຟ (Dmitry Peskov) ກ່າວໃນວັນພຸດວານນີ້ວ່າ ມົສກູ ຍັງບໍ່ທັນໄດ້ຕັດສິນໃຈ ກ່ຽວກັບການຖອນຕົວ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG