ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອາ​ຟ​ຣິ​ກາ ເປີດ​ຕົ​ວ​ຂໍ້​ຕົກ​ລົງ ການ​ຄ້າ​ເສ​ລີ


ປະ​ທາ​ນາ​ທິ​ບໍ​ດີ ໄນ​ຈີ​ເຣຍ ທ່ານ ມູ​ຮຳ​ມາ​ດູ ບູ​ຮາ​ຣີ ເຊັນ​ຂໍ້​ຕົກ​ລົງສະ​ບັບ​ນຶ່ງ ໃນ​ລະ​ຫວ່າງກອງ​ປະ​ຊຸມ​ສຸດຍອດ ສະ​ຫະ​ພາບ ອາ​ຟ​ຣິ​ກາ.
ປະ​ທາ​ນາ​ທິ​ບໍ​ດີ ໄນ​ຈີ​ເຣຍ ທ່ານ ມູ​ຮຳ​ມາ​ດູ ບູ​ຮາ​ຣີ ເຊັນ​ຂໍ້​ຕົກ​ລົງສະ​ບັບ​ນຶ່ງ ໃນ​ລະ​ຫວ່າງກອງ​ປະ​ຊຸມ​ສຸດຍອດ ສະ​ຫະ​ພາບ ອາ​ຟ​ຣິ​ກາ.

ອາ​ຟ​ຣິ​ກາ ​ກຳ​ລັງ​ກ້າວ​ເຂົ້າ​ສູ່​ອັນ​ທີ່​ອາດ​ເປັນ​ຍຸກ​ແຫ່ງ​ສັນ​ຕິ​ພາບ ແລະ ຈະ​ເລີນ​ຮັ່ງ​ມີ
ດ້ວຍການເປີດຕົວ ຂໍ້ຕົກລົງການຄ້າໃນທະວີບຢ່າງເປັນທາງການ.

ປະ​ເທດ ໄນ​ຈີ​ເຣຍ, ເຊິ່ງ​ມີ​ເສດ​ຖະ​ກິດ​ທີ່​ໃຫຍ່​ທີ່​ສຸດ​ຂອງ ອາ​ຟ​ຣິ​ກາ, ແລະ ປະ​ເທດ
ເບນິນ ໄດ້ເຊັນຂໍ້ຕົກລົງການຄ້າເສລີທະວີບ ອາຟຣິກາ ສະບັບໃໝ່ ໃນວັນອາທິດ
ວານນີ້ ຢູ່ກອງປະຊຸມສຸດຍອດ ສະຫະພາບ ອາຟຣິກາ ໃນປະເທດ ໄນເຈີ. ສິ່ງດັ່ງກ່າວ
ນີ້ ໄດ້ເຮັດໃຫ້ ເອຣິເທຣຍ ເປັນປະເທດສະມາຊິກ ສະຫະພາບ ອາຟຣິກາ ພຽງປະ
ເທດດຽວ ທີ່ຍັງບໍ່ໄດ້ເຂົ້າຮ່ວມຂໍ້ຕົກລົງດັ່ງກ່າວເທື່ອ.

ມັນ​ໄດ້​ປະ​ສົບ​ຄວາມ​ສຳ​ເລັດ, ບັນ​ດາ​ຜູ້​ຊ່ຽວ​ຊານ​ໄດ້​ຄາດ​ເດົາ​ວ່າ ຂໍ້​ຕົກ​ລົງ​ການ​ຄ້າ​ເສ​
ລີມູນຄ່າ ສາມພັນ ສີ່ຮ້ອຍຕື້ໂດລາ, ຈະນຳໄປສູ່ການມີວຽກເຮັດ ແລະ ການພັດທະນາ.

ປະ​ທານ​ຄະ​ນະ​ກຳ​ມາ​ທິ​ການ ສະ​ຫະ​ພາບ ອາ​ຟ​ຣິ​ກາ ທ່ານ ມູ​ຊາ ຟາ​ກີ ໄດ້​ກ່າວໃນ​
ວັນອາທິດວານນີ້ວ່າ “ຄວາມຝັນເກົ່າກຳລັງຈະກາຍເປັນຈິງ, ຜູ້ກໍ່ຕັ້ງພວກເຮົາຄົງຈະ
ມີຄວາມພາກພູມໃຈ, ໃນຂະນະທີ່ປະທານສະຫະພາບ ອາຟຣິກາ ແລະ ປະທານາ
ທິບໍດີ ອີຈິບ ທ່ານ ອັບແດລ ຟັດທາ ອາລ-ຊິສຊີ ໄດ້ກ່າວວ່າ “ຄວາມສຳເລັດຂອງ
AfCFTA ຈະເປັນການທົດສອບອັນແທ້ຈິງ ເພື່ອບັນລຸການເຕີບໂຕດ້ານເສດຖະກິດ
ທີ່ຈະປ່ຽນຄວາມຝັນຂອງປະຊາຊົນຂອງພວກເຮົາ ກ່ຽວກັບ ສະຫວັດດີການສັງຄົມ
ແລະ ຄຸນນະພາບຊີວິດໃຫ້ກາຍເປັນຈິງ.”

ມັນ​ໃຊ້​ເວ​ລາໃນ​ການ​ເຈ​ລະ​ຈາ​ທີ່​ຂົມ​ຂື່ນ ແລະ ຫຍຸ້ງ​ຍາກ 17 ປີ ເພື່ອ​ບັນ​ລຸ​ຄວາມ​ສຳ​
ເລັດໃນວັນອາທິດວານນີ້, ເຊິ່ງບັນດາຜູ້ຊ່ຽວຊານເວົ້າວ່າ ອາດຂະຫຍາຍການຄ້າຂາຍ
ລະຫວ່າງບັນດາປະເທດ ອາຟຣິກາ 60 ເປີເຊັນພາຍໃນພຽງ 3 ປີ.

ແຕ່​ຜູ້​ຊ່ຽວ​ຊານ​ກໍ​ໄດ້​ເຂົ້າ​ໃຈ​ເຊັ່ນ​ກັນ​ວ່າ ທະ​ວີບ​ດັ່ງ​ກ່າວ​ແມ່ນ​ກຳ​ລັງ​ປະ​ເຊີນ​ກັບ​ສິ່ງ​ທ້າ
ທາຍຫຼາຍຢ່າງ, ລວມທັງ ຖະໜົນທີ່ບໍ່ສາມາດໄວ້ວາງໃຈໄດ້ ຫຼື ບໍ່ມີຢູ່ ແລະ ທາງລົດ
ໄຟ, ຄວາມວຸ້ນວາຍ, ການສໍ້ລາດບັງຫຼວງ, ແລະ ລະບົບການປົກຄອງທີ່ປ່ຽນແປງ
ຍາກຢ່າງເລິກເຊິ່ງ.

ດ້ວຍ​ການ​ລວ​ມ​ເສ​ດ​ຖະ​ກິດ ແລະ ຫຼຸດ​ຜ່ອນ​ສິ່ງ​ກີດ​ຂວາງ​ດ້ານ​ການ​ຄ້າ​ຄື ການ​ເກັບ​ພາ​
ສີ, ຂໍ້ຕົກລົງດັ່ງກ່າວໄດ້ເພັ່ງເລັງໃສ່ການຂະຫຍາຍໂອກາດໃນການຈ້າງງານ, ມາດຕະ
ຖານການດຳລົງຊີວິດ ແລະ ໂອກາດຕ່າງໆໃນ ອາຟຣິກາ, ແລະ ເຮັດໃຫ້ຊາວ ອາຟຣິ
ກາ ສາມາດແຂ່ງຂັນໃນພາກພື້ນ ແລະ ທົ່ວໂລກໄດ້ຫຼາຍຂຶ້ນ.

ການ​ຍິນ​ດີ​ເຊັນ​ຂໍ້​ຕົກ​ລົງ​ຂອງ ໄນ​ຈີ​ເຣຍ, ພ້ອມ​ກັບ​ຂໍ້​ຕົກ​ລົງ​ປະ​ຊາ​ຄົມ​ເສດ​ຖະ​ກິດ ຂອງ​
ບັນດາປະເທດ ໃນອາຟຣິກາ ຕາເວັນຕົກ ໃນອາທິດທີ່ຜ່ານມາ ເພື່ອຮັບຮອງສະກຸນ
ເງິນດຽວກັນນັ້ນ, ຈະຊ່ວຍຂະຫຍາຍການຄ້າໃນທົ່ວທະວີບ, ອີງຕາມການກ່າວຂອງ
ທ່ານ ໂມຮາເມັດ ອີບິນ ແຊມບາສ (Mohamed Ibn Chambas) ທູດພິເສດຂອງເລ
ຂາທິການໃຫຍ່ອົງການສະຫະປະຊາຊາດ ແລະ ຫົວໜ້າຫ້ອງການອົງການສະຫະປະ
ຊາຊາດ ເພື່ອອາຟຣິກາຕາເວັນຕົກ ແລະ ພາກພື້ນ ຊາແຮລ.

ທ່ານ ແຊມ​ບາ​ສ ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ວ່າ “ເຂດ​ການ​ຄ້າ​ເສ​ລີ​ຂອງ​ທະ​ວີບ​ດັ່ງ​ກ່າວ ສ່​ວນ​
ໃຫຍ່ຈະສະໜັບສະໜູນເຂດການຄ້າເສລີໃນພາກພື້ນ. ແລະ ນີ້ແມ່ນບ່ອນທີ່ສະກຸນ
ເງິນທົ່ວໄປເຂົ້າມາ. ຖ້າເຈົ້າມີເຂດການຄ້າເສລີ ແລະ ມັນເຂົ້າກັບສະກຸນເງິນທົ່ວໄປ
ຂອງພາກພື້ນ, ຜົນກະທົບຂອງມັນ ແນ່ນອນຈະໄປເສີມຂະຫຍາຍທັງການຄ້າເສລີ
ແລະ ການຄ້າຂາຍທີ່ງ່າຍດາຍພາຍໃນຂົງເຂດ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG