ທ່ານນາງອີວັງກາ ທຣຳ ໄດ້ພົບປະກັບບັນດາຜູ້ນຳທາງສາສະໜາ ໃນວັນຈັນມື້ນີ້ໃນນະ
ຄອນອາດິສ ອາບາບາ ຢູ່ໂບດທຣີນີຕີສັກສິດ ທີ່ເປັນໂບດເອທິໂອເປຍ Orthodox Tewahedo.
ລູກສາວຂອງປະທານາທິບໍດີ ທຣຳ ໄດ້ວາງພວງມະລາຢູ່ໂບດ ເພື່ອໄວ້ອາໄລແກ່ບັນດາ
ຜູ້ເຄາະຮ້າຍ ຈາກສາຍການບິນເອທິໂອເປຍຕົກ ໃນເດືອນແລ້ວນີ້ ທີ່ເຮັດໃຫ້ມີຜູ້ເສຍຊີ
ວິດທັງໝົດ 157 ຄົນຢູ່ໃນເຮືອບິນ.
ທ່ານນາງ ອີວັງກາ ທຣຳ ໄດ້ເດີນທາງມາເຖິງອາດິສ ອາບາບາ ນະຄອນຫຼວງຂອງເອທິ
ໂອເປຍ ໃນວັນອາທິດວານນີ້ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດ ເສດຖະກິດ ຂອງແມ່
ຍິງອາຟຣິກາ ອັນເປັນສິ່ງທີມີຢູ່ແລ້ວ ແລະການໃຫ້ສິດອຳນາດຫຼາຍຂຶ້ນ.
ທ່ານນາງ ອີວັງກາ ທຣຳ ທີ່ປຶກສາອາວຸໂສຂອງພໍ່ຂອງທ່ານນາງ ໄດ້ຢ້ຽມຢາມຮ້ານກາ
ເຟ ແລະບໍລິສັດຕ່ຳຜ້າ ຢູ່ໃນນະຄອນຫຼວງໃນວັນອາທິດວານນີ້. ທ່ານນາງໄດ້ຢູ່ປະເທດ
ອາຟຣິກາຕາເວັນອອກ ເພື່ອສົ່ງເສີມການລິເລີ້ມການລົງທຶນ 50 ລ້ານໂດລາ ທີ່ໄດ້ກໍ່ຕັ້ງ
ໂດຍພໍ່ຂອງທ່ານນາງໃນເດືອນກຸມພາ ທີ່ໄດ້ແນໃສ່ຊຸກຍູ້ວຽກງານໃຫ້ແກ່ພວກແມ່ຍິງຢູ່
ໃນປະເທດທີກຳລັງພັດທະນາແຫ້ງນັ້ນ.
ການພັດທະນາພວກແມ່ຍິງຢູ່ທົ່ວໂລກ ແລະຄວາມຮັ່ງມີ (W-GDP) ທີ່ການລິເລີ້ມກ່າວ
ວ່າ ມີຄວາມຫວັງທີ່ຈະ “ເຂົ້າເຖິງແມ່ຍິງ 50 ລ້ານຄົນໃນປີ 2025 ໂດຍຜ່ານລັດຖະບານ
ສະຫະລັດ ແລະບັນດາຄູ່ຕຳແໜ່ງ.
ທ່ານນາງທຣຳໄດ້ກ່າວຫຼັງຈາກໄດ້ຊີມກາເຟ ຢູ່ພິທີປະເພນີເອທິໂອເປຍວ່າ “ຕາມພື້ນ
ຖານແລ້ວ ພວກເຮົາເຊື່ອວ່າການລົງທຶນແກ່ພວກແມ່ຍິງ ເປັນນະໂຍບາຍ ການພັດທະ
ນາທີ່ສະຫລາດ ແລະເປັນທຸລະກິດທີ່ສະຫລາດ. ນອກນັ້ນຍັງເປັນຜົນປະໂຫຍດດ້ານ
ຄວາມໝັ້ນຄົງແກ່ພວກເຮົາ ເພາະວ່າແມ່ຍິງ ເວລາພວກເຮົາ ມີສິດອຳນາດເປັນເຈົ້າຕົນ
ເອງ ໃຫ້ການເບິ່ງແຍງສັນຕິພາບ ແລະຄວາມໝັ້ນຄົງ.