ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານນາງຄລິນຕັນ ຈະໄປຢ້ຽມຢາມ 4 ປະເທດ ໃນອາຟຣິກາ


ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ຕອບຄຳຖາມກ່ຽວກັບພວກນັກຂ່າວ ກ່ຽວກັບເລື່ອງຊີເຣຍ (11 ມັງກອນ 2011)
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ຕອບຄຳຖາມກ່ຽວກັບພວກນັກຂ່າວ ກ່ຽວກັບເລື່ອງຊີເຣຍ (11 ມັງກອນ 2011)

ລັດ​ຖະ​ມົນ​ຕີກະ​ຊວງ​ການ​ຕ່າງປະ​ເທດສະຫະລັດ ທ່ານ​ນາງຮີລ​ລາ​ລີຄລີ​ນຕັນຈະ​ຢ້ຽມ​ຢາມ
ສີ່​ປະ​ເທດໃນ​ອາ​ຟຣິກາ​ຕາ​ເວັນ​ຕົກ ໃນ​ຕົ້ນ​ອາທິດ​ໜ້າ​ນີ້ ​ແນ​ໃສ່​ເພື່ອເນັ້ນໜັກໃຫ້​ຄວາມ​ສຳ
ຄັ​ນກ່ຽວ​ກັບການປົກ​ຄອງ​ທີ​ດີແລະການພັດທະນາ​ທາງ​ດ້ານ​ເສດ​ຖະ​ກິດ

ກະ​ຊວງ​ການ​ຕ່າງປະ​ເທດສະຫະລັດ ​ໄດ້​ປະກາດກ່ຽວ​ກັບ​ການ​ເດີນທາງ​ດັ່ງກ່າວ ​ໃນ​ມື້​ວັນ​
ສຸກວານນີ້

ທ່ານ​ນາງວິກຕໍ​ເຣຍ ນູ​ແລ່ນໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດກ່າວວ່າ ການຢ້ຽມ
ຢາ​ມຕ່າງປະ​ເທດຂອງ​ທ່ານ​ນາງຄລີ​ນຕັນ ຄັ້ງ​ທໍາ​ອິດ​ໃນ​ປີ​ນີ້ຈະແມ່ນ​ການ​ໄປ​ຢ້ຽມ​ຢາມ​ໄລ​ບີ​
ເລຍ ​ເພື່ອ​ເຂົ້າ​ຮ່ວມ​ໃນ​ພິທີ​ຮັບຕໍາ​ແໜ່​ງຄັ້ງ​ທີ​ສອງຂອງ​ປະທານາທິບໍດີເອ​ເລ່ນຈອນ​ສັນ-​ເຊີ​
ລິ​ຟ. ຫລັງ​ຈາກ​ນັ້ນ ທ່ານ​ນາງຈະໄປ​ແວ່​ຢ້ຽມຢາມ​ໄອ​ວໍຣີໂຄສ ​ໂຕ​ໂກ ​ແລະ ​ເຄບເວີຣ໌ດ.

ຢູ່​ທີ່​ໄອ​ວໍຣີ​ໂຄສ ທ່ານ​ນາງມີ​ໝາຍ​ກຳນົດ​ຈະໄດ້ພົບ​ກັບປະທາ​ນາ​ທ​ທິບໍດີອາ​ລາສຊານ ອຸດ​
ຕາຣາ. ພັກ​ລັດຖະບານ​ປະສົມ​ຂອງທ່ານ​ໄດ້ຮັບ​ໄຊຊະນະຢ່າງຖ້ວມ​ລົ້ນ ​ໃນ​ການ​ເລືອກ​ຕັ້ງ
ສະພາ​ແຫ່ງ​ຊາດ​ໃນ​ວັນ​ທີ 11 ທັນວາປີ​ກ່ອນ​.

ທ່ານ​ນາງ​ຄລີ​ນຕັນຈະ​ມ້ວນທ້າຍການ​ເດີນທາງຢ້ຽມຢາມທີ່ເຄບ​ເວີຣ໌ດ ຊຶ່ງ​ເປັນເກາະ​ນ້ອຍໆ​
ໃນ​ມະຫາ​ສະມຸດອັດ​ລັງ​ຕິກ ​ບ່ອນ​ທີ​ທ່າ​ນຈະ​ພົບກັບນາ​ຍົກ​ລັດ​ຖະ​ມົນ​ຕີ​ ໂຮ​ເຊ ມາຣີອາ ​ເນີ
ເວສ ​ເພື່ອ​ໂອ້​ລົມ​ກ່ຽວ​ກັບບັນຫາການ​ຮ່ວມ​ມື​ໃນ​ຂົງ​ເຂດເຊັ່ນວ່າ ​ການ​ຄ້າ​ຢາ​ເສ​ບຕິດເຖື່ອນ
ເປັນຕົ້ນ.

XS
SM
MD
LG