ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເຮືອບິນອອສເຕຣເລຍ ຫາຍສາບສູນໃນອາຟຣິກາ


ເຮືອບິນຕົກທ່ີອາຟຣິກາ
ເຮືອບິນຕົກທ່ີອາຟຣິກາ

ນາຍົກລັດຖະມຸນຕີອອສ​ເຕຣ​ເລຍ​ກ່າວ​ວ່າ ລັດຖະບານ​ຂອງ​ທ່ານ​ຈະ ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ ​ໂດຍ​ບໍ່​ມອງ​ຂ້າມ​ສິ່ງ​ໃດ​ເລີຍ
ເພື່ອ​ຊອກ​ຄົ້ນຫາ 9 ຄົນ ທ່ີ​ຫາຍ​ສາຍ​ສູນ​ໄປ​ ພ້ອມ​ກັບ​ເຮືອບິນ​ລຳ​ນຶ່ງທີ່ຫາຍ​ສາບ​ສູນ​ໄປ​ໃນ​ຂະນະ​ທ່ີ​ກຳລັງ​ບິນ ຈາກ
ປະ​ເທດ Cameroon ໄປ​ຍັງ​ສາທາລະນະ​ລັດ Congo ນັ້ນ. ທ່ານ Kevin Rudd ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ​ໄດ້​ມີການ​ນຳ
ໃຊ້​ຊັບພະຍາກອນ​ທາງ​ການ​ທູດ​ແລະ​ກົງ​ສູນຢ່າງ​ກວ້າງຂວາງ ໃນຄວາມ​ພະຍາຍາມ​ເພື່ອ​ຊອກ​ຫາ​ພວກທ່ີ​ຫາຍ​ສາບ​ສູນ​ໄປ
ຊຶ່ງຮວມທັງ​ພວກ​ຫົວໜ້າ​ບໍລິຫານ​ບໍ່​ແຮ່​ຂອງ​ອອສ​ເຕຣ​ເລຍຫລາຍ​ຄົນ ພາຍ​ໃຕ້​ກາ​ນ ນຳພາ​ຂອງ​ຜູ້​ບໍລິຫານ​ທ່ີ​ຮັ່ງມີ​ທ່ີສຸດ
ຄົນ​ນຶ່ງ ຂອງ​ອອສ​ເຕຣ​ເລຍ.

ເຮືອບິນ​ຮັບ​ເໝົາ​ລຳ​ນີ້​ ໄດ້​ຫາຍ​ສາບ​ສູນ​ໄປ​ໃນ​ວັນ​ເສົາ​ຜ່ານ​ມາ​ນີ້ ​ໃນ ຂະນະ​ທ່ີ​ກຳລັງ​ບິນ​ຈາກ​ນະຄອນຫລວງYaounde
ຂອງ Cameroon​ໄປ​ຍັງ​ເມືອງ Yangadou ຂອງ Congo.

ອອສ​ເຕຣ​ເລຍ ກາ​ນາ​ດາ​ແລະ​ສະຫະລັດ​ກຳລັງ​ດຳ​ເນີນ​ງານ​ຮ່ວມ​ກັນກັບ ​ພວກ​ເຈົ້າ​ໜ້າ​ທ່ີທ້ອງ​ຖິ່ນ​ຈາກ Cameroon, Gabon
ແລະ​ສະ​ທາ​ລະນະ​ລັດ Congo ​ເພື່ອທຳ​ການຊອກ​ຫາ​ໃນ​ປ່າດົງ​ຕຶບ​ ບ່ອນ​ທ່ີ​ເຮືອບິນ​ລຳນີ້​ຫາຍ​ສາບ​ສູນ​ໄປ​ນັ້ນ.

XS
SM
MD
LG