ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຜູ້ບັນຊາການ ກອງທັບບົກ ປາກິສຖານ ເດີນທາງໄປ ອັຟການິສຖານ ເພື່ອການເຈລະຈາ ທີ່ສຳຄັນ


ໃນພາບນີ້ ທີ່ຖືກເປີດເຜີຍໂດຍ ທະຫານບົກຂອງ ປາກິສຖານ, ນາຍພົນ Raheel Sharif ເດີນທາງຮອດທຳນຽບປະທານາທິບໍດີໃນນະຄອນຫຼວງ ກາບູລ.
ໃນພາບນີ້ ທີ່ຖືກເປີດເຜີຍໂດຍ ທະຫານບົກຂອງ ປາກິສຖານ, ນາຍພົນ Raheel Sharif ເດີນທາງຮອດທຳນຽບປະທານາທິບໍດີໃນນະຄອນຫຼວງ ກາບູລ.

ຫົວໜ້າທະຫານຂອງ ປາກິສຖານ ນາຍພົນ Raheel Sharif ໄດ້ ເດີນທາງ ຮອດນະຄອນຫຼວງ ກາບູລ ໃນວັນອາທິດມື້ນີ້ສຳລັບການ ເຈລະຈາທີ່ສຳຄັນ ກັບຫົວໜ້າດ້ານການເມືອງ ແລະ ທະຫານ ອັຟການິສຖານ.

ບັນດາເຈົ້າໜ້າທີ່ກ່າວວ່າ ການເຈລະຈາຈະເພັ່ງເລັງໃສ່ການສົ່ງ ເສີມການດຳເນີນສັນຕິພາບ ແລະ ການປອງດອງກັນໃນ ອັຟກາ ນິສຖານ, ຍົກລະດັບການຮ່ວມ ມືດ້ານຄວາມໝັ້ນຄົງ ແລະ ການ ຄຸ້ມຄອງທີ່ດີຂຶ້ນຂອງເຂດຊາຍແດນ ຍາວຢຽດທີ່ຜ່ານເຂົ້າໄດ້ງ່າຍ ລະຫວ່າງ ທັງສອງປະເທດ ເພື່ອປ້ອງກັນພວກຫົວຮຸນແຮງເລັດ ລອດເຂົ້າໄປໃນແຕ່ລະປະເທດ.

ການຢ້ຽມຢາມໄດ້ເກີດຂື້ນຫຼັງຈາກປະທານາທິບໍດີ ອັຟການິສຖານ ທ່ານ Ashraf Ghani ໄດ້ເດີນທາງໄປນະຄອນຫຼວງ Islamabad ໃນຕົ້ນເດືອນນີ້ເພື່ອເຂົ້າ ຮ່ວມໃນກອງປະຊຸມ ພາກພື້ນຂອງສິ່ງທີ່ເອີ້ນວ່າຂະບວນການ “ໝາກຫົວໃຈແຫ່ງ ເອເຊຍ,” ເປັນການເຮັດໃຫ້ສິ້ນ ສຸດການຢຸດຊະງັກຂອງສາຍພົວພັນສອງຝ່າຍ ກ່ຽວກັບການກ່າວຫາວ່າທະຫານຂອງ ປາກິສ ຖານ ບໍ່ໄດ້ຕັດຄວາມສຳພັນລັບ ຕໍ່ພວກ ຕາລີບານ ຂອງ ອັຟການິສຖານ.

ທີ່ກອງປະຊຸມສີ່ດ້ານ ເຊິ່ງບໍ່ລວມໃນກອງປະຊຸມສຸດຍອດພາກພື້ນ, ປະທານາທິ ບໍດີ Ghani, ນາຍົກລັດຖະມົນຕີ Nawaz Sharif ແລະ ບັນດາເຈົ້າໜ້າທີ່ຈາກ ຈີນ ແລະ ອາເມຣິກາ ໄດ້ ເຫັນດີທີ່ຈະສ້າງຄວາມພະຍາຍາມຄືນໃໝ່ ສຳລັບການ ຄືນສູ່ສະພາບເດີມຂອງການເຈລະ ຈາສັນຕິພາບຂອງນະຄອນຫຼວງ ກາບູລ ກັບພວກ ຕາລີບານ.

ການຢ້ຽມຢາມໃນວັນອາທິດມື້ນີ້ ແມ່ນໄດ້ຖືກເບິ່ງເຫັນວ່າເປັນການສືບຕໍ່ຄວາມ ພະຍາຍາມ ດັ່ງກ່າວນັ້ນ. ບັນດາເຈົ້າໜ້າທີ່ ອັຟການິສຖານ ແລະ ປາກິສຖານ ຫວັງວ່າ ການຢ້ຽມຢາມນີ້ ຈະເຮັດໃຫ້ທັງສອງຝ່າຍ ຊອກຫາວິທີ ທີ່ຈະສືບຕໍຫາ ຄວາມພະຍາຍາມໃນການຄືນດີກັນຕໍ່ ໄປອີກ.

XS
SM
MD
LG