ພາກາແດງ ຢູ່ໃນເມືອງ Jalalabad ທາງພາກຕາເວັນອອກ
ຂອງອັຟການິສຖານ ຊຶ່ງເຮັດໃຫ້ມີ ການຍິງຕໍ່ສູ້ກັນຂຶ້ນ ທີ່ເປັນ
ເຫດໃຫ້ຄົນຍາມຜູ້ນຶ່ງເສຍຊີວິດ.
ໂຄສົກກະຊວງພາຍໃນອັຟການິສຖານເວົ້າວ່າ ພະນັກງານ 7
ຄົນທີ່ເຮັດວຽກໃຫ້ແກ່ສະພາກາແດງສາກົນໄດ້ຖືກຊ່ວຍຊີວິດ
ໄວ້ໄດ້ ໃນຂະນະທີ່ມີການໂຈມຕີຢູ່ນັ້ນ. ສະພາກາແດງເວົ້າວ່າ ພະນັກງານຜູ້ນຶ່ງໄດ້ຮັບບາດເຈັບ. ໂຄສົກຍັງເວົ້າອີກວ່າ ໄດ້ມີ
ການຄົ້ນພົບສົບຂອງພວກໂຈມຕີ ສອງສົບ.
ເບິ່ງສະໄລດ໌:
ການໂຈມຕີໄດ້ເລີ້ມຂຶ້ນ ເມື່ອນັກວາງລະເບີດສະລະຊີບຄົນນຶ່ງໄດ້ບຸກຜ່ານປະຕູເຂົ້າໄປ
ໃນເຂດອາຄານຂອງສະພາກາແດງ ທີ່ເມືອງ Jalalabad. ໄດ້ເກີດການຍິງຕໍ່ສູ້ກັນຕິດ
ຕາມມາ ກ່ອນໜ້າທີ່ກໍາລັງຮັກສາຄວາມສະຫງົບຈະສາມາດ ຄວບຄຸມສະຖານະການໄດ້.
ຍັງບໍ່ມີກຸ່ມໃດອ້າງເອົາຄວາມຮັບຜິດຊອບ ຕໍ່ການໂຈມຕີນີ້ ໃນທັນທີທັນໃດເທື່ອ. ອາ
ທິດແລ້ວນີ້ ກຸ່ມຫົວຮຸນແຮງຕານລິບັນ ກໍໄດ້ໂຈມຕີອົງການໃຫ້ການຊ່ວຍເຫລືອສາກົນ
ອີກກຸ່ມນຶ່ງ ຄືອົງການສາກົນເພື່ອຍົກຍ້າຍຖິ່ນຖານ ຢູ່ນະຄອນຫຼວງ ກາບູລ, ເຮັດໃຫ້
ຢ່າງໜ້ອຍ 3 ຄົນເສຍຊີວິດ ຊຶ່ງລວມທັງຕໍາຫລວດຄົນນຶ່ງ.
ເບິ່ງວີດິໂອກ່ຽວກັບຂ່າວນີ້: