ທ່ານຮາມິດ ກາຊາຍ ປະທານາທິບໍດີອັຟການີສຖານ ໄດ້ຮັບເອົາການຕັດສິນໃຈຂອງ
ສະພາ ທີ່ລົງມະຕິໃຫ້ປົດລັດຖະມົນຕີຄວາມໝັ້ນຄົງ ລະດັບສູງສຸດສອງຄົນຂອງທ່ານ
ອອກຈາກຕໍາແໜ່ງ.
ແນວໃດກໍດີ ທ່ານກາຊາຍກ່າວໃນວັນອາທິດມື້ນີ້ວ່າ ທັງສອງທ່ານຍັງຈະຢູ່ໃນຕໍາແໜ່ງ
ຕໍ່ໄປ ຈົນກວ່າມີຜູ້ຖືກແຕ່ງຕັ້ງຂຶ້ນມາແທນ.
ສະພາແຫ່ງຊາດຂອງອັຟການີສຖານ ໄດ້ລົງຄະແນນສຽງເມື່ອວັນເສົາວານນີ້ ປົດລັດຖະ
ມົນຕີປ້ອງກັນປະເທດ Abdul Rahim Wardak ແລະ ລັດຖະມົນຕີກະຊວງພາຍໃນ
Bismillah Mohammadi ຂອງອັຟການີສຖານອອກຈາກຕໍາແໜ່ງ ຫຼັງຈາກເກີດເຫດ
ການໂຈມຕີຫຼາຍໆບັ້ນໂດຍ ພວກກະບົດເພື່ອບໍ່ດົນມານີ້ ແລະເຫດການລະດົມຍິງປືນ
ໃຫຍ່ຂ້າມຊາຍແດນ ທີ່ຖິ້ມໂທດໃສ່ປາກີສຖານນັ້ນ.
ທັງສອງທ່ານ ເປັນລັດຖະມົນຕີລະດັບສູງສຸດຂອງຄະນະລັດຖະບານຂອງທ່ານກາຊາຍ.
ການປົກຕໍາແໜ່ງຂອງລັດຖະມົນຕີທັງສອງທ່ານຄັ້ງນີ້ມີຂຶ້ນ ໃນຂະນະທີ່ທ່ານກາຊາຍ
ກໍາລັງພະຍາຍາມຈະສະແດງໃຫ້ເຫັນເຖິງສະຖຽນລະພາບໃນລັດຖະບານຂອງທ່ານ
ກ່ອນການຖອນທະຫານນາໆຊາດ ອອກໄປຈາກອັຟການີສຖານນັ້ນ.