ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້​ນຳ ອັ​ຟ​ກາ​ນິ​ສ​ຖານ ກ່າວ​ວ່າ ການ​ເຈ​ລະ​ຈາ ສັນ​ຕ​ິ​ພາບ ສະ​ຫະ​ລັດ ກັບ ຕາ​ລິ​ບານ ມີ​ຄວາມ​ກ້າວ​ໜ້າ​ທີ່​ສຳ​ຄັນ


ປະ​ທາ​ນາ​ທິ​ບໍ​ດີ ອັ​ຟ​ກາ​ນິ​ສຖານ ທ່ານ ອ​າ​ສ​ຣັ​ຟ ກາ​ນີ, ກ່າວ​ຄຳ​ປາ​ໄສຕໍ່​ບັນ​ດາ​ນັກ​ຂ່າວ ຫຼັງ​ຈາກ​ການ​ລົງ​ຄະ​ແນນ​ສຽງ​ຢູ່​ໂຮ​ງ​ຮຽນ​ມັດ​ທະ​ຍົມ ອາ​ມາ​ນີ, ໃກ້​ກັບ​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ​ໃນ​ນະ​ຄອນຫຼວງ ກາ​ບູ​ລ, ອັ​ຟ​ກາ​ນິ​ສ​ຖານ. 28 ກັນ​ຍາ, 2019.
ປະ​ທາ​ນາ​ທິ​ບໍ​ດີ ອັ​ຟ​ກາ​ນິ​ສຖານ ທ່ານ ອ​າ​ສ​ຣັ​ຟ ກາ​ນີ, ກ່າວ​ຄຳ​ປາ​ໄສຕໍ່​ບັນ​ດາ​ນັກ​ຂ່າວ ຫຼັງ​ຈາກ​ການ​ລົງ​ຄະ​ແນນ​ສຽງ​ຢູ່​ໂຮ​ງ​ຮຽນ​ມັດ​ທະ​ຍົມ ອາ​ມາ​ນີ, ໃກ້​ກັບ​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ​ໃນ​ນະ​ຄອນຫຼວງ ກາ​ບູ​ລ, ອັ​ຟ​ກາ​ນິ​ສ​ຖານ. 28 ກັນ​ຍາ, 2019.

ບັນ​ດາ​ຜູ້​ນຳ​ໃນປະ​ເທດ ອັ​ຟ​ກາ​ນິ​ສ​ຖານ ເວົ້າ​ວ່າ ສະ​ຫະ​ລັດ ໄດ້​ທຳ “ຄວາມ​ກ້າວ​ໜ້າ​ທີ່​ສຳ​ຄັນ” ໃນ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ທີ່​ກຳ​ລັງ​ດຳ​ເນີນ​ຢູ່ ກັບ​ພວກ​ຕົວ​ແທນ​ຂອງ​ກຸ່ມ​ ຕາ​ລີ​ບານ ທີ່​ກຳ​ລັງ​ຈັດ​ຂຶ້ນ​ໃນ​ປະ​ເທດ ກາ​ຕ້າ.

ປະ​ທາ​ນາ​ທິ​ບໍ​ດີ ອ​າ​ສ​ຣັ​ຟ ກາ​ນີ ໄດ້​ຂຽນ​ຂໍ້​ຄວາມ​ໃນ​ທວິ​ດ​ເຕີ ​ເມື່ອ​ວັນ​ອັງ​ຄານ ວານນີ້​ວ່າ ທ່ານ​ໄດ້​ຮັບ​ໂທ​ລະ​ສັບ​ຈາກ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ໄມ​ຄ໌ ພອມ​ພຽວ, ເວົ້າ​ໃຫ້​ທ່ານ​ຟັງ​ ກ່ຽວ​ກັບ ຄວາມ​ຄືບ​ໜ້າ​ຄັ້ງຫຼ້າ​ສຸດ​ໃນ​ຂະ​ບວນ​ການ​ສັນ​ຕິ​ພາບ ສະ​ຫະ​ລັດ ກັບກຸ່ມ ຕາ​ລີ​ບານ ​ທີ່​ວຸ້ນ​ວາຍ ທີ່​ໄດ້​ເພັ່ງ​ເລັງ​ໃສ່​ການ​ສິ້ນ​ສຸດ​ສົງ​ຄາມ 18 ປີ​ໃນ ອັ​ຟ​ກາ​ນິ​ສ​ຖານ.

ປະ​ທາ​ນາ​ທິ​ບໍ​ດີ ກາ​ນີ ໄດ້​ກ່າວ​ໂດຍບໍ່​ໄດ້​ບັນ​ລະ​ຍາຍ​ຢ່າງ​ລະ​ອຽດ​ວ່າ “ທ່າ​ນ​ລັດ​ຖະ​ມົນ​ຕີ​ໄດ້​ແຈ້ງ​ໃຫ້​ຂ້າ​ພະ​ເຈົ້າ​ຮູ້ ກ່ຽວ​ກັບ ຂໍ້​ສະ​ເໜີ​ຂອງ​ພວກ ຕາ​ລີ​ບານ ກ່ຽວ​ກັບ ການຫຼຸດ​ຄວາມ​ຮຸນ​ແຮງ​ລົງ​ຢ່າງຫຼວງຫຼາຍ ແລະ ຢ່າງ​ຍືນ​ຍົງ.”

ການ​ເຈ​ລະ​ຈາ​ສັນ​ຕິ​ພາບລະ​ຫວ່າງ ສະ​ຫະ​ລັດ ກັບ​ກຸ່ມ ຕາ​ລີ​ບານ ດົນ​ເກືອບ 18 ເດືອນ ຫຼ້າ​ສຸດນີ້​ໄດ້​ຄ້າງ​ຄາ​ຢູ່​ກັບ​ການ​ຮຽກ​ຮ້ອງ​ຂອງ​ລັດ​ຖະ​ບານ ວໍ​ຊິງ​ຕັນ ເພື່ອ​ໃຫ້​ກຸ່ມ​ກະ​ບົດ​ນັ້ນ ຫຼຸດ​ຄວາມ​ຮຸນ​ແຮງ​ໃນ ອັ​ຟ​ກາ​ນິ​ສ​ຖ​ານ ລົງ​ຢ່າງຫຼວງ ຫຼາຍເພື່ອ​ເປັນ​ການ​ຕອບ​ແທນ​ກັບ​ການ​ຫຼຸດ​ກຳ​ລັງ ອາ​ເມ​ຣິ​ກັນ ໃນ​ປະ​ເທດ​ນັ້ນ.

ແນວ​ໃດ​ກໍ​ຕາມ, ການ​ປະ​ຕິເສດ​ຂອງ​ກຸ່ມ​ ຕາ​ລີ​ບານ ທີ່​ຈະ​ຕົກ​ລົງ​ນອກ​ເໜືອ​ຈາກ​ຂໍ້​ສະ​ເໜີ​ຂອງ​ພວກ​ເຂົາ ​ທີ່​ຈະຫຼຸດ​ການ​ປະ​ຕິ​ບັດ​ການ​ຂອງ​ພວກ​ກະ​ບົດ​ໝົດ​ອາ​ທິດ​ຈົນ​ກວ່າ​ຂໍ້​ຕົກ​ລົງ​ໄດ້​ຖືກ​ເຊັນ​ໂດຍ ສະ​ຫະ​ລັດ ນັ້ນແມ່ນ​ໄດ້​ຢຸດ​ຄວາມ​ກ້າວ​ໜ້າ​ໃນ​ຂະ​ບວນ​ການ​ເຈ​ລະ​ຈາ​ດັ່ງ​ກ່າວ.

ໃນ​ອາ​ທິດ​ທີ່​ຜ່ານມາ, ທ່ານ ພອມ​ພຽວ ໄດ້​ຮຽກ​ຮ້ອງ “​ໃຫ້​ສະ​ແດງຫຼັກ​ຖານ​ທີ່​ສາ​ມາດພິ​ສູດ​ໃຫ້ເຫັນ​ໄດ້” ທີ່​ວ່າ​ກຸ່ມ​ຕາ​ລີ​ບານ ຈະຫຼຸດ​ຄວາມ​ຮຸນ​ແຮງ​ກ່ອນ​ເຊັນ​ຂໍ້​ຕົກ​ລົງ.

ຖະ​ແຫຼງ​ການ​ຂອງ​ທ່ານ ກາ​ນີ ຫຼັງ​ຈາກ​ການ​ສົນ​ທະ​ນາ​ຂອງ​ທ່ານ ກັບ​ທ່ານ ພອມ​ພຽວ ໃນ​ວັນ​ອັງ​ຄານ​ວານນີ້​ໄດ້​ສະ​ເໜີ​ວ່າ ​ພວກ​ກະ​ບົດໄດ້​ທົບ​ທວນ​ຈຸດ​ຢືນ​ຕາມ​ທຳ​ນຽມ​ຂອງ​ເຂົາ​ ເພື່ອ​ແກ້​ໄຂ​ຈຸດ​ຄ້າງ​ຄາ​ໃນ​ຂະ​ບວນ​ການ​ສັນ​ຕິ​ພາບ.

ກຸ່ມ​ຕາ​ລີ​ບານ ບໍ່​ໄດ້ອອກ​ມາ​ຕອບ​ໂຕ້ໃນ​ທັນ​ທີ ສຳ​ລັບ​ຖະ​ແຫຼງ​ການ​ດັ່ງ​ກ່າວ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG