ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕໍາຫລວດ 15 ຄົນ ຖືກສັງຫານຢູ່ ອັຟການິສຖານ (ສະໄລດ໌)


ຄວັນໄຟອອກມາຈາກ ຄ້າຍປະຕິບັດງານຮ່ວມກັນຂອງ ທະຫານໂປໂລຍແລະອັຟການິສຖານ ໃນແຂວງ Ghazni ໃນວັນທີ 28 ສິງຫາ 2013 ຍ້ອນຖືກໂຈມຕີ.
ຄວັນໄຟອອກມາຈາກ ຄ້າຍປະຕິບັດງານຮ່ວມກັນຂອງ ທະຫານໂປໂລຍແລະອັຟການິສຖານ ໃນແຂວງ Ghazni ໃນວັນທີ 28 ສິງຫາ 2013 ຍ້ອນຖືກໂຈມຕີ.
ເຈົ້າໜ້າທີ່ອັຟການິສຖານ ເວົ້າວ່າ ຕໍາຫລວດ 15 ຄົນ ໄດ້ຖືກສັງຫານຢູ່ພາກຕາເວັນຕົກຂອງ ອັຟການິສຖານ
ໃນຕອນທ້າຍຂອງມື້ນຶ່ງ ທີ່ມີການຕາຍຂອງຫລາຍຄົນ
ຍ້ອນການໂຈມຕີ ຂອງພວກຕາລີບັນ.

ເຈົ້າໜ້າທີ່ທ້ອງຖິ່ນຢູ່ໃນແຂວງ Farah ເວົ້າວ່າ ການດັກ
ໂຈມຕີຄັ້ງຫລ້າສຸດຂອງກຸ່ມຕາລີບັນເກີດຂຶ້ນໃນຕອນ
ແລງວັນພຸດວານນີ້ ຢູ່ທາງດ່ວນໃຫຍ່ຂອງຂົງເຂດ ໃນ
ຂະນະທີ່ຂະບວນລົດຂອງຕໍາຫລວດ ທີ່ທໍາການລາດ
ຕະເວນໃນຂົງເຂດດັ່ງກ່າວແລ່ນຜ່ານໄປ. ຕໍາຫລວດອີກ
10 ຄົນ ໄດ້ຮັບບາດເຈັບ ໃນການໂຈມຕີນັ້ນ.

ກ່ອນໜ້ານັ້ນ ໃນວັນພຸດວານນີ້ເຊັ່ນກັນ ການໂຈມຕີຂອງພວກກະບົດຢູ່ທົ່ວອັຟກາ
ນິສຖານ ໄດ້ສັງຫານຢ່າງໜ້ອຍ 18 ຄົນ ລວມທັງ ທະຫານສະຫະລັດຄົນນຶ່ງ, ຕໍາ
ຫລວດ 4 ຄົນ ແລະ ພົນລະເຮືອນ 3ຄົນ ທີ່ເສຍຊີວິດຢູ່ໃນການໂຈມຕີ ຄ້າຍທະ
ຫານຮ່ວມລະຫວ່າງ ເນໂຕ້ ແລະອັຟການິສຖານ.

ເຈົ້າໜ້າທີ່ເວົ້າອີກວ່າ ທະຫານໂປໂລຍຢ່າງນ້ອຍ 10 ຄົນ ໄດ້ຮັບບາດເຈັບໃນການ
ໂຈມຕີ ຢູ່ແຂວງ Ghazi ທາງຕາເວັນອອກຂອງອັຟການິສຖານເວລາພວກກະບົດ
ປະມານ 10 ຄົນ ພະຍາຍາມຖະຫລົ່ມຄ້າຍດັ່ງກ່າວ ລຸນຫລັງທີ່ໄດ້ຈຸດຄະນວນລະເບີດ
ລົດຄັນນຶ່ງຂຶ້ນ ຢູ່ປະຕູ ໃຫຍ່ ເຂົ້າຄ້າຍ.

ລັດຖະມົນຕີກະຊວງປ້ອງກັນປະເທດໂປໂລຍ ກ່າວໃນເວລາຕໍ່ມາ ວ່າ ພວກກະບົດ 10
ຄົນ ໄດ້ຖືກສັງຫານ ໃນການຍິງຕໍ່ສູ້ກັນເປັນເວລານຶ່ງຊົ່ວໂມງນັ້ນ. ພວກຕາລີບັນ ກໍໄດ້ອ້າງເອົາຄວາມຮັບຜິດຊອບຕໍ່ການໂຈມຕີດັ່ງກ່າວ.

ເບິ່ງສະໄລດ໌ກ່ຽວກັບຂ່າວນີ້:

XS
SM
MD
LG