ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວ​ອັຟກາ​ນີສຖານ 4 ຄົນ ທີ່​ເຮັດ​ວຽກໃຫ້ ອົງການຊ່ອຍເຫຼືອຂອງຝຣັ່ງ ຖືກ​ລັກ​ພາ​ຕົວ​ໄປ​


ແຜນທີ່ອັຟການິສຖານ
ແຜນທີ່ອັຟການິສຖານ

ເຈົ້າໜ້າທີ່ຖະ​ແຫ​ລງວ່າ ພະນັກງານຊາວ​ອັຟກາ​ນີສຖານ 4 ຄົນທີ່​ເຮັດ​ວຽກກັບ
ທາງອົງການ​ພັດທະນາ​ຂອງຝຣັ່ງນັ້ນ​ແມ່ນ​ໄດ້​ຖືກ​ລັກ​ພາ​ຕົວ​ໄປ​ໃນ​ພາກເໜືອ​ຂອງ
ປະ​ເທດ.

ເຈົ້າ​ໜ້າ​ທີ່​ລັດຖະບານຂອງອັຟກາ​ນີສຖານ ກ່າວ​ວ່າ ພະນັກງານ​ຊ່ອຍ​ເຫຼືອ
ດັ່ງກ່າວ​ນັ້ນ ​ໄດ້​ຖື​ລັກ​ພາ​ຕົວ​ໄປໃນ​ວັນ​ຈັນ​ວານ​ນີ້​ ໃນ​ຂະນະ​ທີ່​ກໍາລັງ​ກັບຄືນ​
ຈາກ​ໄປປະຕິບັດ​ງານ ​ໃນ​ແຂວງ Faryab ​ນັ້ນ.

ຍັງ​ບໍ່​ທັນ​ມີ​ຜູ້​ໃດ​ອ້າງ​ເອົາຄວາມ​ຮັບຜິດຊອບ​ເທື່ອ ​ໃນ​ການ​ລັກ​ພາ​ຕົວ​ດັ່ງກ່າວ
ແລະພວກ​ທີ່​ຖື​ກລັກ​ພາ​ຕົວ​ໄປ​ນັ້ນຕົກຢູ່ໃນສະພາບແບບໃດແມ່ນຍັງບໍ່ມີໃຜຮູ້.

ອົງກາ​ນບັນເທົາທຸກ ທີ່​ຮູ້ກັນ​ໃນ​ນາມ​ ACTED ຕົ້ນຕໍແລ້ວແມ່ນໄດ້ດຳເນີນວຽກ
ງານກ່ຽວກັບການພັດທະນາຊົນນະບົດ ສັງຄົມພົນລະເຮືອນແລະການ ກະສິກຳ.

ໃນ​ຄວາມ​ຮຸນ​ແຮງ​ອີກ​ອັນ​ນຶ່ງ​ນັ້ນ ຊາວ​ອັຟກາ​ນີສຖານ 6 ຄົນ ຖືກສັງຫານ​ໃນ​
ວັນ​ຈັນ​ວານ​ນີ້​ ໃນ​ເຫດລະ​ເບີ​ດ 2 ຄັ້ງ ​ໃນ​ພາກ​ຕາ​ເວັນ​ອອກ​ຂອງອັຟກາ​ນີສຖານ.
ການໂຈມຕີທັງສອງ ​ແມ່ນໄດ້​ເກີດ​ຂຶ້ນ​ທີ່​ເມືອງ Dangam ໃນ​ແຂວງ Kunar.


ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ມີ​ລົດ​ຂອງ​ພົນລະເຮືອນຄັນນຶ່ງໄດ້ຢຽບລະ​ເບີດ​ທີ່​ຝັງໄວ້ຢູ່​ຂ້າງ
ທາງ ໃນຂະນະທີ່ຜູ້ຄົນຜ່ານ​ໄປມາ​ ພາກັນແລ່ນ​ໄປຊ່ອຍຄົນ​ຂັບລະເບີດ ອີກລູກ
ນຶ່ງກໍໄດ້ແຕກຂຶ້ນ ຊຶ່ງ​ຍັງ​ຜົນ​ໃຫ້ມີ 6 ຄົນ​ເສຍ​ຊີວິດ​ແລະ​ອີກ 2 ຄົນ​ບາດ​ເຈັບ.

XS
SM
MD
LG