ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະຫານພັນທະມິດ ໃນອັຟການິສຖານ 4 ຄົນ ເສຍຊີວິດຍ້ອນການໂຈມຕີ ຂອງຄົນພາຍໃນ


ທະຫານອາເມຣິກັນ ທີ່ປະຕິບັດງານ ຢູ່ແຂວງ Zabul
ທະຫານອາເມຣິກັນ ທີ່ປະຕິບັດງານ ຢູ່ແຂວງ Zabul
ກໍາລັງພັນທະມິດໃນອັຟການິສຖານເວົ້າວ່າ ສະມາຊິກຂອງຕົນ
4 ຄົນ ໄດ້ຖືກສັງຫານໃນວັນທິດມື້ນີ້ ຍ້ອນການໂຈມຕີໂດຍບຸກ
ຄົນ “ພາຍໃນ” ຢູ່ພາກໃຕ້ຂອງປະເທດ.

ພວກເຈົ້າໜ້າທີ່ທ້ອງຖິ່ນໃນແຂວງ Zabul ກ່າວວ່າ ທະຫານທີ່
ເສຍຊີວິດໄປ 4 ຄົນນັ້ນ ແມ່ນເປັນທະຫານອາເມຣິກັນ ແລະວ່າຜູ້ ສັງຫານແມ່ນຕໍາຫລວດອັຟການິສຖານຄົນນຶ່ງ. ພວກເຈົ້າໜ້າທີ່ກໍາ
ລັງພັນທະມິດບໍ່ບອກຊື່ຂອງພວກທະຫານທີ່ເສຍຊີວິດໄປນັ້ນເທື່ອ.

ການໂຈມຕີໃນວັນອາທິດມື້ນີ້ ເກີດຂຶ້ນນຶ່ງມື້ຫລັງຈາກທະຫານອັງ
ກິດ 2 ຄົນ ຖືກຕໍາ ຫລວດອັຟການິສຖານຄົນນຶ່ງ ຍິງຕາຍຢູ່ໃນແຂວງ Zabul ທາງພາກໃຕ້ ຂອງປະເທດນັ້ນ.

ການໂຈມຕີທີ່ຮ້າຍແຮງສອງຄັ້ງນີ້ ແມ່ນເປັນເທື່ອຫລ້າສຸດຕິດຕໍ່ກັນມາຂອງອັນທີ່ເອີ້ນວ່າ ການໂຈມຕີ “ພາຍໃນ” ໂດຍກໍາລັງທະຫານຂອງອັຟການິສຖານຕໍ່ຄູ່ຮ່ວມງານນາໆ ຊາດ ຂອງພວກເຂົາເຈົ້າ ຊຶ່ງຂົ່ມຂູ່ທີ່ຈະສ້າງຄວາມເສຍຫາຍແກ່ຄວາມເປັນພາຄີກັນທາງ
ທະ ຫານລະຫວ່າງເນໂຕ້ ແລະ ລັດຖະບານກຸງຄາບູນ.

ອີກດ້ານນຶ່ງ ພວກເຈົ້າໜ້າທີ່ກໍາລັງພັນທະມິດ ກ່າວໃນວັນອາທິດ ມື້ນີ້ວ່າ ພວກກະບົດທີ່ ໂຈມຕີຄ້າຍທະຫານອັງກິດແຫ່ງນຶ່ງຢູ່ໃນອັຟການິສຖານເມື່ອວັນສຸກຜ່ານມາ ທີ່ໄດ້ສັງ ຫານ ທະຫານມາຣິນຂອງສະຫະລັດ 2 ຄົນນັ້ນ ແມ່ນນຸ່ງຊຸດທະຫານອາເມຣິກັນ ແລະຖື ປືນອັດຕະໂນມັດ, ເຄື່ອງຍິງລະເບີດ RPG ແລະ ເສື້ອສະລະຊີບ.
XS
SM
MD
LG