ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ພວກ Taliban ອ້າງວ່າ ຕົນເປັນຜູ້ໂຈມຕີ ຄ້າຍທະຫານອັງກິດ ຢູ່ອັຟການິສຖານ


ເຈົ້າຊາຍ
Harry ຂອງອັງກິດກວດເບິ່ງເຄື່ອງບິນເຮລິຄອບເຕີ ໃນຂະນທີ່ພະອົງປະຕິບັດງານຢູ່ທີ່ຄ້າຍ Bastion ຢູ່ແຂວງ Helmand ໃນອັຟການິສຖານ ໃນວັນທີ 7 ກັນຍາຜ່ານມາ
ເຈົ້າຊາຍ Harry ຂອງອັງກິດກວດເບິ່ງເຄື່ອງບິນເຮລິຄອບເຕີ ໃນຂະນທີ່ພະອົງປະຕິບັດງານຢູ່ທີ່ຄ້າຍ Bastion ຢູ່ແຂວງ Helmand ໃນອັຟການິສຖານ ໃນວັນທີ 7 ກັນຍາຜ່ານມາ
ພວກ Taliban ໄດ້ອ້າງເອົາຄວາມຮັບຜິດຊອບໃນການໂຈມ
ຕີຄ້າຍທະຫານ ອັງກິດແຫ່ງນຶ່ງຢູ່ໃນອັຟການິສຖານ ທີ່ໄດ້ເຮັດ
ໃຫ້ທະຫານມາຣິນຂອງສະຫະລັດ 2 ຄົນເສຍຊີວິດໄປ.

ໂຄສົກຂອງກຸ່ມຫົວຮຸນແຮງດັ່ງກ່າວ ໄດ້ກ່າວໃນວັນເສົາມື້ນີ້ວ່າ
ການໂຈມຕີຄັ້ງນີ້ ແມ່ນເພື່ອເປັນການຕອບໂຕ້ຕໍ່ຮູບເງົາ ທີ່ໝິ່ນ
ປະໝາດພະສາດສະດາ Muhammad ແລະກໍຍ້ອນວ່າເຈົ້າຊາຍ
Harry ຂອງອັງກິດໄດ້ປະຕິບັດງານ ຢູ່ໃນຄ້າຍນັ້ນ.

ທີ່ຕັ້ງເມືອງ Sangin ໃນແຂວງ Helmand
ທີ່ຕັ້ງເມືອງ Sangin ໃນແຂວງ Helmand

ເຈົ້າໜ້າທີ່ທະຫານກ່າວວ່າ ພວກກະບົດໄດ້ໃຊ້ປືນຄົກ ແລະຈະ
ຫລວດ RPG ຍິງຖະຫລົ່ມໃສ່ຄ້າຍ Bastion ຢູ່ໃນແຂວງ
Helmand. ມີທະຫານຫລາຍຄົນ ໄດ້ຮັບບາດເຈັບ ໃນການໂຈມ
ຕີດັ່ງກ່າວ.

ພວກເຈົ້າໜ້າທີ່ເວົ້າວ່າ ເຈົ້າຊາຍ Harry ທີ່ເປັນອັນດັບສາມໃນ
ຖັນແຖວຂອງ ຜູ້ທີ່ຈະໄດ້ຂຶ້ນຄອງບັນລັງຂອງອັງກິດ ບໍ່ໄດ້ຕົກ
ຢູ່ໃນສະພາບທີ່ເປັນອັນຕະລາຍແຕ່ຢ່າງໃດ. ເຈົ້າຊາຍໄດ້ຖືກ
ສົ່ງໄປປະຕິບັດງານຢູ່ທີ່ນັ້ນ ໃນນາມທີ່ເປັນນັກບິນເຮລິຄອບເຕີ.
ພວກ Taliban ປະກາດວ່າ ຈະສັງຫານຊີວິດຂອງພະອົງ.
XS
SM
MD
LG