ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໕ ຕຸລາ ໒໐໒໓

ການວາງລະເບີດສະຫຼະຊີບ ທີ່ຮ້າຍແຮງ ໂຈມຕີພະນັກງານ ຂອງກະຊວງນຶ່ງ ຂອງລັດຖະບານອັຟການິສຖານ.


ທະຫານອັຟການິສຖານ ຢືນຍາມຢູ່່ ໃກ້ໆກັບສະຖານທີລະເບີດ ແຕກ ຫ່າງໄກຈາກນະຄອນຫຼວງກາບູລ ປະເທດອັຟການິສຖານ ວັນທີ 15 ກໍລະກົດ 2018.

ການວາງ​ລະ​ເບີດ​ສະຫຼະ​ຊີບ​ໄດ້​ຖືກອ້າງ​ເອົາຄວາມຮັບຜິດຊອບ​ໂດຍ​ກຸ່ມ​ລັດ​ອິສລາມ ​
ເຮັດ​ໃຫ້​ມີຜູ້ເສຍ​ຊີວິດ​ຢ່າງ​ໜ້ອຍ​ເຈັດ​ຄົນ ​ແລະ​ໄດ້​ຮັບ​ບາດ​ເຈັບ​ຫຼາຍ​ຄົນ​ໃ​ນວັນ​ອາທິດ​
ວານ​ນີ້ ​ໃນ​ນະຄອນ​ຄາ​ບູລ ຫຼາຍ​ຊົ່ວ​ໂມງ​ ຫຼັງ​ຈາກ​ລາຍ​ງານ​ກາງ​ປີ​ຂອງ​ສະຫະ​ປະຊາ
​ຊາດ ທີ່​ໄດ້​ເຕືອນ​ເຖິງ​ອັ​ຟກາ​ນິສຖານ​ທີ່​ໄດ້​ຮັບ​ຄວາມ​ຊອກ​ຊໍ້າ​ໃນ​ລະດັບ​ບັນທຶກ​ການ
ເສຍຊີວິດ​ຂອງ​ພົນລະ​ເຮືອນ.

​ໂຄສົກ​ກະຊວງ​ກ່າວ​ວ່າ ຜູ້​ວາງ​ລະ​ເບີດ​ໄດ້​ລະ​ເບີດ​ຕົນ​ເອງ ​ຢູ່​ໃນ​ເຂດ​ບ່ອນຈອດ​ລົດ​
ຂອງ​ກະຊວງພັກ​ຟື້ນຊົນນະບົດ ​ແລະ​ພັດທະນາ ​ເວລາພວກ​ພະນັກງານ​ໄດ້ພາກັນ​ອອກ
​ຈາກ​ວຽກ​ປະຈຳ​ວັນໄປ. ທ່ານ​ຟາ​ຣິດ​ອນ ອັສຮານ ກ່າວ​ຕໍ່​ວີ​ໂອ​ເອວ່າ ທ່ານຄາດ​ວ່າ ​ຈຳ
ນວນ​ການ​ເສຍ​ຊີວິດ​ຈະ​ເພີ້​ມຂື້ນ ​ເພາະວ່າ​ລະ​ເບີດ​ແຕກ​ຂຶ້ນ​ຢູ່ບ່ອນ​ທີ່​ມີ​ຄົນ​ໜາ​ແໜ້ນ.

ສື່​ສັງຄົມໃ​ນ​ອັຟກາ​ນິສຖານ​ໄດ້​ອ້າງຄວາມເວົ້າ​ບັນດາ​ຜູ້​ເຫັນ​ເຫດການ​ວ່າ ການ​ໂຈມ​ຕີ​
ອາດ​ແນ​ໃສ່​ລົດ​ທີ່​ຈອດ​ຢູ່​ໃກ້​ກັບ “ລົດ​ຊາວ​ຕ່າງປະ​ເທດ” ​ແຕ່​ບໍ່​ໄດ້​ໃຫ້​ລາຍ​ລະ​ອຽດ
​ເພີ້ມ​ເຕີມ.

ຖະແຫຼ​ງການ​ສະບັບ​ນຶ່ງ​ຈາກ​ອົງການ​ຂ່າວ​ອາ​ມັກ​ຂອງກຸ່ມ​ຫົວ​ຮຸນ​ແຮງ ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ ​ຕໍ່​ການ​ໂຈມ​ຕີ​ ຊຶ່ງ​ກ່າວ​ວ່າ​ ໄດ້​ສັງຫານ ຫຼື​ໄດ້ເຮັດໃຫ້ບາດ​ເຈັບ 60 ຄົນ
ຮວມທັງ​ຊາວ​ຕ່າງປະ​ເທດ​ສອງ​ຄົນ.

ການ​ວາງ​ລະ​ເບີດໃນ​ວັນ​ອາທິ​ດວານນີ້ ​ໄດ້​ເປັນ​ການ​ໂຈມ​ຕີເທື່ອ​ທີສອງ ​ແນ​ໃສ່​ກະ​ຊວງ
​ພຽງ​ແຕ່​ນຶ່ງ​ເດືອນ​ທີ່​ຜ່ານ​ມາ. ຜູ້​ວາງ​ລ​ະ​ເບີດ​ສະຫຼະ​ຊີບ​ໄດ້​ສັງຫານ 17 ຄົນ ​ແລະ​ໄດ້​ເຮັດ
ໃຫ້ບາດ​ເຈັບ 40 ຄົນ​ ໃນ​ວັນ​ທີ 11 ເດືອນມິຖຸນາ ​ໃນ​ຂະນະ​ທີ່​ພວກ​ເຄາະ​ຮ້າຍ​ກຳລັງ​ຂຶ້ນ
​ລົດ​ບັສ ອອກ​ຈາກ​ວຽກງານໄປ​ສຳລັບ​ມື້ນັ້ນ​.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG