ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວອັຟການິສຖານ ປະທ້ວງ ການສັງຫານຕັດຫົວ ພົນລະເຮືອນ ອັຟການິສຖານ 7 ຄົນ

ພວກແມ່ຍິງ ໄດ້ອອກມາເດີນຂະບວນ ຢູ່ໃນນະຄອນຫຼວງ ກາບູລ ຂອງອັຟການິສຖານ ໃນວັນພຸດທີ 11 ພະຈິກ 2015 ພ້ອມກັນຖືຮູບພາບຂອງຊົນເຜົ່າ Hazaras ຜູ້ທີ່ປາກົດວ່າ ຖືກຂ້າຕາຍໂດຍພວກ ຕາລີບານ, ຮຽກຮ້ອງໃຫ້ ມີລັດຖະບານໃໝ່ ທີ່ສາມາດຮັບປະກັນຄວາມປອດໄພ ໃນປະເທດ.

ຊາວອັຟການິສຖານ ຫຼາຍພັນຄົນ ທີ່ໂກດແຄ້ນ ພາກັນປະທ້ວງ
ຢູ່ໃນນະຄອນຫຼວງ Kabul ເມື່ອວັນພຸດມື້ນີ້ ເພື່ອຕໍ່ຕ້ານການຕັດ
ຫົວພົນລະເຮືອນ 7 ຄົນ ທີ່ປະກອບມີ ແມ່ຍິງ 3 ຄົນ ເມື່ອຕົ້ນອາ
ທິດນີ້ ໂດຍພວກຫົວຮຸນແຮງທີ່ປາກົດວ່າ ເປັນເຄືອຂ່າຍ ພວກ
ລັດອິສລາມ ຫຼື IS.

ພວກຜູ້ເຄາະຮ້າຍ ເປັນສະມາຊິກຂອງຊຸມຊົນ ຊົນເຜົ່າກຸ່ມນ້ອຍ
Hazara ນິກາຍ Shi’ite ຜູ້ຖືກລັກພາຕົວໄປ ຫຼາຍກວ່າ ນຶ່ງເດືອນ
ຜ່ານມາ ແລະ ບັນດາເຈົ້າໜ້າທີ່ໄດ້ພົບເຫັນຊາກສົບ ໂດຍປາດສະ
ຈາກຫົວຂອງພວກເຂົາເຈົ້າ ຢູ່ໃນພາກໃຕ້ຂອງແຂວງ Zabul ເມື່ອ
ວັນອາທິດຜ່ານມານີ້.

ພວກປະທ້ວງ ຫາມຫີບສົບຂອງຜູ້ເສຍຊີວິດ ເດີນຂະບວນຜ່ານໄປຕາມຖະໜົນສາຍຕ່າງໆ
ຂອງນະຄອນຫລວງອັຟການິສຖານ ເຖິງແມ່ນວ່າ ຈະມີຝົນຕົກລົງມາຢ່າງໜັກ ແລະສະພາບ
ອາກາດທີ່ໜາວກໍຕາມ ກ່ອນຈະເຕົ້າໂຮມກັນ ຢູ່ໜ້າທຳນຽບປະທານາທິບໍດີ.

ພວກເຂົາເຈົ້າພາກັນຮ້ອງໂຮ ຄຳຂວັນ ຕໍ່ຕ້ານລັດຖະບານ ແລະ ຮຽກຮ້ອງໃຫ້ຮັກສາຄວາມ
ປ້ອດໄພ ແລະ ເຮັດໃຫ້ພົນລະເຮືອມີຄວາມປອດໄພ. ສະຖານີໂທລະພາບອັຟການິສຖານ
ໄດ້ຖ່າຍທອດອອກອາກາດສົດ ການເຕົ້າໂຮມຊຸມນຸມກັນ ຢ່າງໃຫຍ່ໂຕນັ້ນ.

ພວກປະທ້ວງ ຍັງໄດ້ຮ້ອງໂຮວ່າ “ໂຄ່ນລົ້ມພວກ Taliban” ແລະ “ໂຄ່ນລົ້ມພວກ Daesh”
(ຊຶ່ງເປັນຄຳເວົ້າພາສາອາຣັບສຳຫລັບ ພວກ IS).

ພາບວີດີໂອ ຈາກກຸ່ມລັດອິສລາມ ທີ່ປາກົດ ໃຫ້ເຫັນພວກຄົນທີ່ຖືກຈັບກຸມ. ການສັງຫານຕັດຫົວ ພວກເຂົາເຈົ້າທີ່ເປັນສະມາຊິກຊຸມຊົນ ຊົນເຜົ່າກຸ່ມນ້ອຍ Hazara ນິກາຍ Shi'ite ກໍ່ໃຫ້ເກີດການປະທ້ວງຂຶ້ນໃນນະຄອນ ກາບູລ.
ພາບວີດີໂອ ຈາກກຸ່ມລັດອິສລາມ ທີ່ປາກົດ ໃຫ້ເຫັນພວກຄົນທີ່ຖືກຈັບກຸມ. ການສັງຫານຕັດຫົວ ພວກເຂົາເຈົ້າທີ່ເປັນສະມາຊິກຊຸມຊົນ ຊົນເຜົ່າກຸ່ມນ້ອຍ Hazara ນິກາຍ Shi'ite ກໍ່ໃຫ້ເກີດການປະທ້ວງຂຶ້ນໃນນະຄອນ ກາບູລ.

ພວກທີ່ເຂົ້າຮ່ວມການເຕົ້າໂຮງຊຸມນຸມ ຍັງໄດ້ຮຽກຮ້ອງປະທານາທິບໍດີ Ashraf Ghani ແລະ
ທ່ານ Abdullah Abdullah ຫົວໜ້າບໍລິຫານງານຂອງທ່ານ ໃຫ້ລົງອອກຈາກຕຳແໜ່ງ ໂດຍ
ກ່າວຫາພວກເພິ່ນວ່າ ປ່ອຍປະລະເລີຍພວກເຄາະຮ້າຍ ຫຼັງຈາກທີ່ພວກເຂົາເຈົ້າໄດ້ຖືກ
ລັກພາຕົວໄປ.

ພວກແມ່ຍິງສ່ວນໃຫຍ່ຈຳນວນນຶ່ງ ກໍລວມຢູ່ໃນພວກປະທ້ວງ ຢູ່ໃນນະຄອນຫຼວງ Kabul
ນຳດ້ວຍ ແລະ ພວກເຂົາເຈົ້າ ໄດ້ປະຕິຍານວ່າ ຈະບໍ່ສະຫຼາຍຕົວ ຈົນກວ່າ ຄຳຮຽກຮ້ອງຂອງ ພວກເຂົາເຈົ້າ ໄດ້ຖືກປະຕິບັດ.

ພວກປະທ້ວງ ຫາມຫີບສົບຂອງຊົນເຜົ່າກຸ່ມນ້ອຍ ນິກາຍ ຊີໄອ ຜູ້ຖືກຂ້າຕາຍໂດຍກຸ່ມລັດອິສລາມ ໃນແຂວງ Ghazni ທາງພາກຕາເວັນອອກຂອງອັຟການິສຖານ, ວັນອັງຄານ ທີ 10 ພະຈິກ 2015.
ພວກປະທ້ວງ ຫາມຫີບສົບຂອງຊົນເຜົ່າກຸ່ມນ້ອຍ ນິກາຍ ຊີໄອ ຜູ້ຖືກຂ້າຕາຍໂດຍກຸ່ມລັດອິສລາມ ໃນແຂວງ Ghazni ທາງພາກຕາເວັນອອກຂອງອັຟການິສຖານ, ວັນອັງຄານ ທີ 10 ພະຈິກ 2015.

ມີລາຍງານວ່າ ການເຕົ້າໂຮມຊຸມນຸມໄດ້ມີຂຶ້ນຢູ່ແຫ່ງອື່ນໆ ຂອງປະເທດເຊັ່ນກັນ.

ຄະນະທູດຊ່ວຍເຫຼືອຂອງອົງການສະຫະປະຊາຊາດ ໃນອັຟການິສຖານ ຫຼື (UNAMA) ຍັງ
ໄດ້ອອກມາປະນາມ ການຄາດຕະກຳ ຂອງພົນລະເຮືອນ 7 ຄົນ.

ຖະແຫລງການທີ່ເປີດເຜີຍ ສະບັບວັນພຸດມື້ນີ້ ໄດ້ອ້າງເຖິງຄຳເວົ້າຂອງທ່ານ Nicholas
Haysom ຫົວໜ້າອົງການ UNAMA ທີ່ກ່າວວ່າ ການຄາດຕະກຳທີ່ເຈາະຈົງຕໍ່ຕົວປະກັນ
ພົນລະເຮືອນ ທີ່ປະກອບມີພວກ ແມ່ຍິງ ແລະເດັກນ້ອຍ ແມ່ນເປັນທີ່ໜ້າລັງກຽດຫຼາຍ.

Afghanistan Protest
please wait
Embed

No media source currently available

0:00 0:00:19 0:00

XS
SM
MD
LG