ໃນຂະນະທີ່ສະຫະລັດ ແລະບັນດາປະເທດພັນທະມິດເລີ້ມຖອນກຳລັງອອກຈາກອັຟການິສຖານໄປຢູ່ນີ້, ຄວາມຢ້ານກົວກ່ຽວກັບຄວາມຮຸນແຮງທີ່ເພີ່ມຂຶ້ນແລະການກັບຄືນມາກຳອຳນາດຂອງກຸ່ມຕາລີບານໄດ້ເຮັດໃຫ້ຊາວອັຟການິສຖານຫຼາຍຄົນມີຄວາມວິຕົກກັງວົນໃຈ. ນັກຂ່າວວີໂອເອ Ayesha Tanzeem ມີລາຍງານມາຈາກນະຄອນຫຼວງກາບູລ ຊຶ່ງບົວສະຫວັນຈະນໍາມາສະເໜີທ່ານໃນອັນດັບຕໍ່ໄປ.
ມື້ນີ້ ກໍເປັນພຽງອີກມື້ນຶ່ງ ສຳລັບທ້າວ ນໍ ອາເມດ (Noor Ahmed) ທີ່ນະ ຄອນຫຼວງກາບູລຂອງອັຟການິສຖານ. ລາວກໍາລັງຈືນເຂົ້າໜົມຫຍັດໃສ້ຊາໂມຊາ ທີ່ເປັນທີ່ນິຍົມກັນຫລາຍຂອງຄົນທ້ອງຖິ່ນໂດຍຫວັງວ່າ ຈະຂາຍໃນມື້ສິ້ນສຸດບຸນຖືສິນອົດ ຊຶ່ງເປັນມື້ຍຸຕິການອົດອາຫານໃນຊ່ວງບຸນຣາມາດານ. ລາວບໍ່ສົນໃຈວ່າ ກຳລັງຕ່າງປະເທດຈະຢູ່ ຫລື ໄປ.
ທ້າວນໍ ອາເມດ (Noor Ahmed) ເວົ້າວ່າ:
“ການຖອນທະຫານຈະບໍ່ມີຜົນກະທົບຫຍັງ ຕໍ່ຊີວິດການເປັນຢູ່ປະຈຳວັນຂອງພວກເຮົາ. ບໍ່ມີຊາວອາເມຣິກັນ ຫລືຄົນຕ່າງປະເທດຊື້ອາຫານຂອງຂ້ອຍ, ມີແຕ່ຊາວອັຟການິສຖານເທົ່ານັ້ນທີ່ຊື້ມັນ. ມາຮອດປັດຈຸບັນນີ້, ທຸກສິ່ງທຸກຢ່າງພວມດຳເນີນໄປຢ່າງປົກກະຕິ.”
ສະຫະລັດ ແລະບັນດາປະເທດພັນທະມິດໄດ້ເລີ້ມຖອນກຳລັງອອກຈາກ ອັຟການິສຖານຢ່າງເປັນທາງການ ແລະໂອນການປະຕິບັດງານທັງຫລາຍໃຫ້ແກ່ຄູ່ພາຄີອັຟການິສຖານ.
ບາງຄົນ, ຄືທ້າວອາເມດແມ່ນໄດ້ບໍ່ສົນໃຈເລື້ອງນີ້. ແຕ່ການເຄື່ອນໄຫວທີ່ຈະຖອນກຳລັງດັ່ງກ່າວອອກໄປ ໄດ້ສົ່ງຄື້ນສັ່ນສະເທືອນຜ່ານຫຼາຍພາກສ່ວນໃນສັງຄົມ.
ນາງ ເມບຸບບາ, ຜູ້ອາໄສຢູ່ໃນນະຄອນຫລວງກາບູລ ກ່າວເປັນພາສາດາຣີວ່າ:
“ດຽວນີ້, ແມ່ຍິງອັຟການິສຖານທັງໝົດມີຄວາມເປັນຫ່ວງ, ເປັນຫ່ວງຫຼາຍອີ່ ຫລີ. ພວກເຮົາຫວັງວ່າ ປະຊາຄົມສາກົນຈະເຮັດສິ່ງໃດສິ່ງນຶ່ງກ່ຽວກັບການປົກປ້ອງພວກເຮົາ. ພວກເຮົາຢ້ານວ່າ ສິ່ງຕ່າງໆຈະກັບຄືນໄປສູ່ອະດີດອີກ."
ອະດີດທີ່ຜ່ານມາ ແມ່ນຕອນກຸ່ມຕາລີບານປົກຄອງອັຟການິສຖານ ແລະແມ່ ຍິງມີສິດໜ້ອຍດຽວ. ນັບແຕ່ນັ້ນເປັນຕົ້ນມາ, ປະເທດກໍໄດ້ມີບາດກ້າວຂະ ໜາດໃຫຍ່. ປະເທດອັຟການິສຖານໃໝ່ ແມ່ນຖືກຂີດໝາຍດ້ວຍການລະເບີດຂຶ້ນຂອງສື່ມວນຊົນແລະທາງເລືອກຕ່າງໆ ໃນການບັນເທີງ ແລະການມີຊາວໜຸ່ມ ທີ່ມີການສຶກສາໃນມະຫາວິທະຍາໄລ ແລະແມ່ຍິງທີ່ເຮັດວຽກຢ່າງຫລວງ ຫລາຍພາຍມາກ.
ປະຊາຄົມສາກົນໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະຮ່ວມມືກັບປະເທດດັ່ງກ່າວຫຼັງຈາກກອງກຳລັງຂອງຕ່າງປະເທດໄດ້ຖອນອອກໄປແລ້ວ.
ແຕ່ກຸ່ມຕາລີບານ ໄດ້ເພີ່ມທະວີການໂຈມຕີຕໍ່ລັດຖະບານອັຟການິສຖານແລະ ກຳລັງຮັກສາຄວາມປອດໄພ ໃນປີກາຍນີ້. ແລະການເຈລະຈາສັນຕິພາບລະ ຫວ່າງກຸ່ມຕາລີບານ ແລະລັດຖະບານອັຟການິສຖານໄດ້ຢຸດສະງັກລົງ.
ຄວາມເຊື່ອໝັ້ນໃນກອງກຳລັງຮັກສາຄວາມສະຫງົບອັຟການິສຖານ ແລະຄວາມສາມາດຂອງພວກເຂົາເຈົ້າ ທີ່ຈະສະກັດກັ້ນກຸ່ມຕາລີບານໃຫ້ຢູ່ໄດ້ ແມ່ນຍັງຕໍ່າ.
ຫຼາຍຄົນ, ລວມທັງເຈົ້າໜ້າທີ່ຂັ້ນສູງຂອງສະຫະລັດ, ຢ້ານວ່າການສູ້ລົບ ຈະຮຸນແຮງຂຶ້ນ ແລະເຮັດໃຫ້ເມືອງຕ່າງໆ ມີຄວາມສ່ຽງທີ່ຈະຖືກຍຶດຄອງໂດຍກຸ່ມຕາລີບານໄດ້ງ່າຍ.
ລັດຖະບານພະຍາຍາມຫຼຸດຜ່ອນຄວາມກັງວົນໃຈທີ່ວ່ານັ້ນ. ໃນອາທິດແລ້ວນີ້, ລັດຖະບານໄດ້ໃຫ້ສຳນັກຂ່າວຕ່າງໆ ໄປທັດສະນະສຶກສາຢູ່ຖານທີ່ໝັ້ນຂອງກອງກຳລັງປະຕິບັດງານພິເສດ - ທີ່ເຕັມໄປດ້ວຍສຽງຍິງປືນ ແລະລົດຖັງກໍາ ລັງຍິງຢູ່.
ນາຍພົນຮາຍບາຕູລາ ອາລີຊາດາ (Haibatullah Alizada), ຜູ້ບັນຊາການ ກຳລັງພິເສດອັຟການິສຖານກ່າວເປັນພາສາອັງກິດວ່າ:
“ພວກເຮົາຄາດຫວັງຈະມີສິ່ງດຽວກັນ, ການຕໍ່ສູ້, ການຕໍ່ສູ້ທີ່ຮຸນແຮງ, ແຕ່ພວກເຮົາພ້ອມແລ້ວສຳລັບສິ່ງນັ້ນ. ມັນແມ່ນປະເທດຂອງພວກເຮົາ. ພວກເຮົາຈະສູ້ລົບຈົນເຖິງທີ່ສຸດ ແລະພວກເຮົາຈະກຳຈັດພວກກໍ່ການຮ້າຍເຫລົ່ານີ້ໃຫ້ອອກໄປຈາກອັຟການິສຖານ."
ຄຳເວົ້າທີ່ເຄັ່ງຂຶມ ເຊິ່ງຫຼາຍຄົນ ໂດຍສະເພາະແມ່ນພວກຊາວໜຸ່ມ ເວົ້າວ່າ ມັນເຮັດໃຫ້ເຂົາເຈົ້າສະບາຍໃຈໄດ້ໜ້ອຍດຽວ. ຫລາຍໆຄົນເວົ້າວ່າ ເຖິງແມ່ນວ່າ ຈະມີການເຈລະຈາແກ້ໄຂບັນຫາທາງດ້ານການເມືອງກັບກຸ່ມຕາລີບານແລ້ວກໍຕາມ ມັນກໍ່ອາດຈະນໍາໄປສູ່ການເຮັດໃຫ້ສິດທິທີ່ໄດ້ຮັບໃນໄລຍະສອງທົດສະວັດທີ່ຜ່ານມາ ຖອຍຫລັງໄປອີກ.
ໃນກໍລະນີທີ່ຮ້າຍແຮງທີ່ສຸດ, ພວກເຂົາເຈົ້າຢ້ານວ່າມັນຈະມີການກັບຄືນໄປສູ່ຊຸມປີ 1990 ນັ້ນອີກ- ໃນຕອນທີ່ມີສົງຄາມກາງເມືອງແກ່ຍາວໄປເປັນເວລາຫຼາຍປີ ຊຶ່ງເຮັດໃຫ້ທະຫານຕາລີບານ ຍຶດຄອງນະຄອນຫລວງກາບູລໄດ້.
ໃນຂະນະທີ່ປະຊາຊົນໝົກໝຸ້ນຢູ່ກັບຊີວິດປະຈຳວັນຂອງພວກເຂົາເຈົ້າຢູ່ນັ້ນ, ການມີຄົນຍ່າງຢູ່ຕາມຖະໜົນຫົນທາງ, ການຊື້ເຄື່ອງຂອງສໍາລັບບຸນອີດ (Eid), ຄວາມເປັນປົກກະຕິຂອງການດໍາລົງຊີວິດ ໄດ້ເຊື່ອງຊ້ອນຄວາມກັງວົນຂອງປະເທດນຶ່ງ ທີ່ມີຄວາມຫວັ່ນວິຕົກໃນ ເລື້ອງອະນາຄົດຂອງຕົນ.