ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີ​ການ​ພົບ​ເຫັນ​ບໍ່​ແຮ່​ທີ່ ​ອາຟະກາ​ນິ​ສະຖານ


ແຜ່ນທີ່ Afghanistan
ແຜ່ນທີ່ Afghanistan

ໜັງສືພິມ​ສະບັບ​ນຶ່ງ​ໃນ​ສະຫະລັດ ກ່າວ​ວ່າ ບັນດານັກ​ທໍ​ລະ​ນີວິທະຍາ ສະຫະລັດກຸ່ມນຶ່ງ
ໄດ້​ຄົ້ນ​ພົບ​ເຫັນ​ບໍ່​ແຮ່​ທີ່ຍັງບໍ່​ທັນ​ໄດ້​ຖືກ​ບຸກ​ເບີກ​ຫລາຍ​ແຫ່ງ ທີ່​ມີ​ມູນ​ຄ່າ​ເກືອ​ບ 1 ພັນ​ຕື້
ດອນ​ລາ​ ຢູ່ໃນ​ອາ​ຟະກາ​ນິສະຖານ.

ລາຍ​ງານ​ໃນ​ໜັງສືພິມ The New York Times ກ່າວ​ວ່າບັນດາ​ເຈົ້າ​ໜ້າ​ທ່ີ​ສະຫະ
ລັດ​ເຊື່ອ​ວ່າ ບໍ່​ແຮ່​ເຫລັກ ທອງ​ແດງ ​ແຮ່ cobalt ​ ຄຳ ແຮ່ ​lithium ​ແລະ niobium
ທີ່​ມີ​ການຄົ້ນພົບ​ນັ້ນ ອາດສາມາດ​ປ່ຽນ​ແປງ​ການ​ເສດຖະກິດຂອງອາ​ຟະ​ກາ​ນິສະຖານ​
ແລະ​ບາງທີ​ ອາດ​ຮອດປ່ຽນ​ແປງ​ສົງ​ຄາມ​ໃນ​ອາ​ຟະ​ນິ​ສະຖານ​ ໃນ​ຂັ້ນ​ພື້ນຖານ​ກໍໄດ້.

ພວກ​ເຈົ້າ​ໜ້າ​ທີ່​ກ່າວ​ຕໍ່​ໜັງສື​ພິມ New York Times ​ວ່າ ​ໃນ​ຂັ້ນຕໍ່​ ໄປ ອາ​ຟະກາ​
ນິ​ສະຖານ​ອາດສາມາດກາຍ​ມາ​ເປັນ​ນຶ່ງ​ໃນ​ບັນດາ​ສູນ​ກາງ ຂຸດ​ຄົ້ນແຮ່​ທ່ີ​ສຳຄັນ​ທີ່​ສຸດ
ຂອງ​ໂລກໄດ້.

ແຮ່ Lithium ​ເປັນ​ວັດຖຸ​ດິບ​ທ່ີ​ສຳຄັນ​ໃນ​ການ​ຜລິດແບັ​ດ​ເຕີຣີ​ສຳລັບ​ໃຊ້ ໃນ​ເຄື່ອງ​
ໂທລະສັບ​ມື​ຖື ​ແລະ​ເຄື່ອງ​ຄອມ​ພີ​ວ​ເຕີ laptops. ສ່ວນແຮ່ Niobium ແມ່ນເປັນ​ໂລຫະ
ອ່ອນໆ ​ທີ່ໃຊ້​ໃນ​ການ​ຜລິດແຜ່ນເຫ​ລັກ ສຳລັບ​ເຮັດ​ແຜງ​ວົງ​ຈອນ​ເຄື່ອງຄອມ​ພິວ​ເຕີ.

XS
SM
MD
LG