ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

16 ຄົນ ບາດເຈັບ ຍ້ອນ ການໂຈມຕີ ສະລະຊີບ ໃນ ອັຟການິສຖານ (ວີດິໂອ)


ໂຈມຕີສະຖານກົງສຸນອິນເດຍຢູ່ໃນເມືອງ Jalalabad ຂອງອັຟການິສຖານ ໃນວັນທີ 3 ສິງຫາ 2013.
ໂຈມຕີສະຖານກົງສຸນອິນເດຍຢູ່ໃນເມືອງ Jalalabad ຂອງອັຟການິສຖານ ໃນວັນທີ 3 ສິງຫາ 2013.
ພວກເຈົ້າໜ້າທີ່ໃນອັຟການິສຖານເວົ້າວ່າ ເຫດລະເບີດແຕກ
ໃນມື້ນີ້ເຮັດໃຫ້ 16 ຄົນໄດ້ຮັບບາດເຈັບ ຢູ່ໃນເມືອງທີ່ຕັ້ງຢູ່ທາງ
ພາກຕາເວັນອອກຂອງປະເທດ ຊຶ່ງໃນມື້ວານນີ້ກໍມີການໂຈມຕີ
ດ້ວຍລະເບີດສະລະຊີບຮ້າຍແຮງທີ່ແນເປົ້າໝາຍໃສ່ສະຖານ
ກົງສຸນອິນເດຍ.

ພວກເຈົ້າໜ້າທີ່ເວົ້າວ່າ ລະເບີດ ທີ່ຄວບຄຸມຈາກໄລຍະໄກ ໄດ້
ແຕກຂຶ້ນໃນວັນອາທິດມື້ນີ້ ທີ່ເມືອງ Jalalabad ໃນຂະນະທີ່ລົດຂອງທ່ານ Abdul Qayoom, ໄອຍະການຂອງປະເທດຜ່ານໄປ. ອາລັກຂາຂອງໄອຍະການ ແລະພົນລະເຮືອນ 12 ຄົນ ກໍໄດ້ຮັບບາດເຈັບເຊັ່ນກັນໃນເຫດລະເບີດດັ່ງກ່າວ.

ຍັງບໍ່ທັນມີກຸ່ມໃດອ້າງເອົາຄວາມຮັບຜິດຊອບຕໍ່ເຫດລະເບີດໃນຄັ້ງນີ້ເທື່ອ.

ນອກນັ້ນ ໃນວັນເສົາວານນີ້ ຢູ່ໃນເມືອງ Jalalabad ເຊັ່ນກັນ ພວກວາງລະເບີດສະລະ
ຊີບສາມຄົນ ໄດ້ໂຈມຕີສະຖານກົງສຸນອິນເດຍ ຊຶ່ງໄດ້ເຮັດໃຫ້ຢ່າງ ໜ້ອຍ 9 ຄົນ ເສຍຊີ
ວິດ ແລະອີກ 23 ຄົນໄດ້ຮັບບາດເຈັບ. ເດັກນ້ອຍທີ່ຢູ່ໃນ ວັດອິສລາມທີ່ຢູ່ໃກ້ນັ້ນ ກໍໂຮມ
ຢູ່ໃນຈໍານວນພວກທີ່ເສຍຊີວິດໄປ.

ເຈົ້າໜ້າທີ່ເວົ້າວ່າ ພວກຄົນຍາມໄດ້ຢຸດລົດຄັນດັ່ງກ່າວ ໃນຂະນະທີ່ມັນໄປຮອດດ່ານກວດ
ຢູ່ນອກສະຖານກົງສຸນອິນເດຍ ແລະຈາກນັ້ນຜູ້ຊາຍສອງຄົນກໍໂດດ ອອກມາຈາກລົດ ແລ້ວ
ການຍິງສູ້ກັນກໍລະເບີດຂຶ້ນໃນທັນທີ. ເຂົາເຈົ້າເວົ້າອີກວ່າ ຜູ້ໂຈມຕີຄົນທີສາມນັ້ນ ນັ່ງຢູ່ໃນ
ລົດ ແລະບີບຄະນວນລະເບີດໃຫ້ແຕກຂຶ້ນ. ຜູ້ຮ້າຍທັງສາມຄົນ ຖືກຂ້າຕາຍໃນການໂຈມ
ຕີດັ່ງກ່າວ ຊຶ່ງໄດ້ເຮັດໃຫ້ວັດອິສ ລາມ, ບ້ານເຮືອນຂອງປະຊາຊົນ ແລະຮ້ານຂາຍເຄື່ອງ
ຕ່າງໆໄດ້ຮັບຄວາມເສຍຫາຍຢ່າງໜັກ.

ກຸ່ມຕາລີບັນ ປະຕິເສດບໍ່ຮັບເອົາຄວາມຮັບຜິດຊອບ ຕໍ່ເຫດລະເບີດດັ່ງກ່າວ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

Suicide bomb attack in Afghanistan
please wait

No media source currently available

0:00 0:01:10 0:00
XS
SM
MD
LG