ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ກຸ່ມຕາລີບານຈັບ ພົນລະ​ເຮືອນ 11 ຄົນ ທີ່ຮວມທັງ ຊາວເທີກີ ໃນອັຟການິສຖານ (ວີດິໂອ 2 ເລື້ອງ)


ເບິ່ງວິດີໂອ ກ່ຽວກັບ ການຖະແຫລງຂ່າວ ເລື້ອງພວກຕາລີບານຈັບພົນລະເຮືອນ ໃນອັຟການີສຖານ, ວັນທີ 22 ເມສາ 2013.

​ບັນດາ​ເຈົ້າ​ໜ້າ​ທີ່​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ອັຟການິສຖານ
ກ່າວວ່າ ​ກຸ່ມ Taliban ​ໄດ້ ​ຈັບ​ກຸມ​ພົນລະເຮືອນ ຢ່າງ​ນ້ອຍ
9 ຄົນ ຫຼັງ​ຈາກ​ທີ່​ເຮືອບິນ​ເຮຣິຄອບ​ເຕີທີ່​ເຂົາ​ເຈົ້າ​ຂີ່​ໄປ ​ໄດ້​ລົງ
ຈອດສຸກ​ເສີນ​ ຢູ່ໃນເຂດ​ທີ່​ພວກ​ຫົວ​ຕໍ່ສູ້ຄວບຄຸ​ມ​ຢູ່​ນັ້ນ.

ກະຊວງ​ການ​ຕ່າງປະ​ເທດ​ເທີ​ກີ ​ໄດ້​ອອກ​ມາ​ຢືນຢັນ​ວ່າ
ຊາວ​ເທີ​ກີ 8 ຄົນ​ແມ່ນ​ຮວມຢູ່​ໃນ​ພວກ​ທີ່​ເດີນທາງ​ໄປ​ກັບ
​ເຮ​ລີ​ຄອບ​ເຕີ້​ລໍາ​ນັ້ນ ທີ່​ໄດ້​ລົງ​ຈອດສຸກ​ເສີນ​ໃນ​ຄື​ນວັນ​ອາທິດ​
ວານ​ນີ້ທ່າມກາງ​ອາກາດ​ທີ່​ບໍ່​ດີ ​ຢູ່​ໃນແຂວງ Logar ປະທານ
30 ລັກ​ກິ​ໂລ​ແມັດ​ຫ່າງ​ຈາກ​ຊາຍ​ແດນ​ປາ​ກີ​ສຖານ. ​ເຮືອບິນ​
ລໍາ​ດັ່ງກ່າວ​ກໍາລັງ​ເດີນທາງ ຈາກ ​ເມືອງ Khost ​ໄປ​ຍັງ
ນະຄອນຫຼວງ Kabul. ນອກຈາ​ຊາວ​ເທີ​ກີ​ແລ້ວ ຄົນ​ອື່ນ​ໆ​ຢູ່​ເທິງ​ເຮ​ລີ​ຄອຍ​ເຕີ້​ລໍາ​ນັ້ນ​ແມ່ນ
ມີ​ທັງ​ຊາວຣັດ​ເຊຍ​ຄົນ​ນຶ່ງ ​ແລະ​ຊາວ​ອັຟກາ​ນິສຖານ ຢ່າງ​ນ້ອຍ ນື່ງຄົນ.

ອົງການເນ​ໂຕ ​ກ່າວ​ວ່າ​ ຕົນ​ກໍາລັງ​ຊ່ອຍ​ໃນ​ຄວາມ​ພະຍາຍາມ​ເພື່ອ​ກູ້​ເອົາ​ເຮືອບິນ​ລໍາ​ດັ່ງກ່າວ​
ຄືນ​ມາ.

​ໃນ​ອີກ​ຂ່າວ​ນຶ່ງ​ນັ້ນ ນັກຮຽນ​ຍິງ ຫລາຍ​ເຖິງ 74 ຄົນ ​ໃນ​ເຂດ​ພາກ​ເໜືອ​ສຸດ​ຂອງ​ອັຟກາ​
ນິສຖານ ​ໄດ້​ຖືກ​ນໍາ​ສົ່ງ​ໂຮງໝໍ​ຢ່າງ​ຮີບ​ດ່ວນ ​ໃນ​ວັນ​ອາທິດ​ວານ​ນີ້ ຫລັງ​ຈາກ​ທີ່​ໄດ້​ດົມ​ກິ່ນ
ອາສ​ແກ໊ສ​ເຂົ້າ ຢູ່​ທີ່​ໂຮງຮຽນ​ຂອງ​ເຂົາ​ເຈົ້າ ຊຶ່ງ​ເຈົ້າ​ໜ້າ​ທີ່​ສົງ​ໄສ​ວ່າ ຈະ​ເປັນ​ການວາງ​
ແກ໊ສພິດ​ເບື່ອ​ໝູ່​ນັກຮຽນ​ຍິງ.

ນາຍ​ແພດ​ຢູ່​ໂຮງໝໍ​ເວົ້າ​ວ່າ ນັກຮຽນ​ຍິງ​ເຫລົ່າ​ນັ້ນ ສ່ວນ​ໃຫຍ່​ແມ່ນ​ໄດ້​ຖືກ​ປ່ອຍໃຫ້​ເມືອ​
ບ້ານ​ໄດ້ ​ຫລັງ​ຈາກ​ໄດ້​ຮັບ​ການ​ປິ່ນປົວ ​ແຕ່​ກໍ​ຍັງ​ມີ​ຫລາຍ​ຄົນ​ທີ່​ມີ​ອາການ​ສາຫັດ​ແລະຍັງ
​ພັກ​ຮັກສາ​ໂຕ​ຢູ່​ໂຮງໝໍ.

XS
SM
MD
LG