ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຕໍາຫຼວດ 6 ຄົນ ເສຍຊີວິດ ໃນການໂຈມຕີ ປ້ອມຕໍາຫຼວດ ທີ່ອັຟການີສຖານ


AFGHANISTAN MAP
AFGHANISTAN MAP
ເຈົ້າໜ້າທີ່​ອັຟກາ​ນີສຖານ​ເວົ້າວ່າ ​ຕໍາຫຼວດອັຟກາ​ນີສຖານ 6 ຄົນ
ຖືກ​ຂ້າ​ຕາຍ​ໃນ​ລະຫວ່າງ​ການ​ບຸກໂຈມ​ຕີ ໂດຍ​ພວກ​ຫົວ​ຮຸນ​ແຮງ​
ຕໍ່​ປ້ອມ​ຕໍາຫຼວດ​ແຫ່ງນຶ່ງ​ທາ​ງພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ.

​ເຈົ້າ​ໜ້າ​ທີ່​ເວົ້າວ່າ ພວກ​ຫົວ​ຮຸນ​ແຮງ​ໄດ້​ໂຈມ​ຕີ​ປ້ອມ​ຕໍ​າຫຼວດ ທີ່
​ເມືອງ Dayak ​ແຂວງ Ghazni ​ເມື່ອວັນ​ອາທິດ​ມື້​ນີ້ ທີ່​ໄດ້​ຍັງ​ຜົນ​
ໃຫ້​ຕໍາຫຼວດ ອີກ​ຜູ້​ນຶ່ງ​ ໄດ້​ຮັບ​ບາດ​ເຈັບ.

ອົງການ​ຂ່າວ AFP ຂອງຝຣັ່ງ ​ໄດ້​ອ້າງ​ເອົາ​ຄໍາ​ເວົ້າ​ຂອງ​ເຈົ້າ
ໜ້າທີ່ຄົນສອງຄົນ ຈາກຄົນ​ລະ​ພະ​ແນ​ກ ທີ່​ເວົ້າ​ວ່າ ​ເຊື່ອ​ກັນ
ວ່າ​ພວກ​ຫົວ​ຮຸນ​ແຮງ​ແມ່ນ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ ຈາກຄົນ​ຢູ່
​ວົງ​ໃນ​ຂອງ ຕໍາຫຼວດ.

ມີ​ລາຍ​ງານ​ວ່າ ​ຕໍາຫຼວດຄົນ​ນຶ່ງ​ຫາຍ​ສາບ​ສູນຫຼັງຈາກ​ການ​ໂຈມ​ຕີ ​ແລະ ຂ່າວ AFP ​ໄດ້​ອ້າງ​ເອົາ​ຄໍາ​ເວົ້າ​ຂອງ​ບັນດາ​ເຈົ້າໜ້າ​ທີ່​ທ້ອງຖິ່ນ ​ທີ່​ເວົ້າ​ວ່າ ຕໍາຫຼວດຄົນ​ນຶ່ງ​ຖືກ​ກັກຂັງ​ໄວ້ຢູ່​ໃນ​ຂະ ນະ​ນີ້ ​ແລະ​ກໍາລັງ​ຖືກ​ສອບ​ປາກ​ຄໍາ ກ່ຽວ​ກັບ​ການ​ມີ​ສ່ວນ​ພົວພັນ ນໍາ​ການ​ໂຈມຕີ​ດັ່ງກ່າວ​ນີ້.
XS
SM
MD
LG