ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

9 ຄົນ ເສຍຊີວິດ ຍ້ອນລະເບີດແຄມທາງ ໃນອັຟການີສຖານ


ແຜນທີ່ຂອງອັຟການີສຖານ.
ແຜນທີ່ຂອງອັຟການີສຖານ.
ລະເບີດທີ່ຫ້າງໄວ້ຢູ່ແຄມທາງໃນອັຟການີສຖານ ໄດ້ແຕກຂຶ້ນ
ໃສ່ລົດເມຄັນນຶ່ງ ໃນວັນຈັນມື້ນີ້ ຊຶ່ງໄດ້ສັງຫານ 9 ຄົນ ແລະ
ເຮັດໃຫ້ອີກ 22 ຄົນໄດ້ຮັບບາດເຈັບ.

ເຈົ້າໜ້າທີ່ທ້ອງຖິ່ນລາຍງານວ່າ ເຫດລະເບີດໄດ້ເກີດຂຶ້ນໃນ
ແຂວງ Wardak ໃນຂະນະທີ່ລົດເມຄັນດັ່ງກ່າວເດີນທາງ
ຈາກແຂວງ Ghazni ໄປຍັງນະຄອນ ຫລວງ Kabul. ເຈົ້າ
ໜ້າທີ່ເວົ້າອີກວ່າ ພວກເຂົາເຈົ້າສົງໄສວ່າ ພວກຫົວຮຸນແຮງ
ຕາລິບັນ ເປັນຜູ້ຮັບຜິດຊອບ ການວາງລະເບີດດັ່ງກ່າວ.

ໃນວັນອາທິດວານນີ້ ເຈົ້າໜ້າທີ່ອັຟການີສຖານເວົ້າວ່າ
ການໂຈມຕີທາງອາກາດຂອງຝ່າຍກໍາລັງປະສົມນາໆຊາດ ໄດ້ສັງຫານພົນລະເຮືອນ 11 ຄົນ ລວມທັງເດັກນ້ອຍ 10 ຄົນ ຢູ່ໃນພາກຕາເວັນອອກຂອງປະເທດ ໃນຂະນະທີ່ມີການ
ປະຕິບັດງານຮ່ວມກັນ ລະຫວ່າງອັຟການີສຖານແລະເນໂຕ້ ສູ້ກັບພວກຕາລິບັນ.
XS
SM
MD
LG