ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຕຳຫຼວດ 5 ຄົນ ເສຍຊີວິດ ຍ້ອນການໂຈມຕີ ສະລະຊີບ ຢູ່ອັຟການິສຖານ (ວີດິໂອ 2 ເລື້ອງ)


ຕໍາຫລວດອັຟການິສຖານຜູ້ນຶ່ງຕັ້ງທ່າຈອບຍິງ ຢູ່ໃນສະຖານທີ່ ທີ່ມີການໂຈມຕີໂດຍພວກວາງລະເບີດສະ
ລະຊີບຈຸນຶ່ງ ໃນຄ້າຍຕໍາຫລວດ ຢູ່ທີ່ເມືອງ Jalalabad
ໃນວັນທີ 26 ມີນາ 2013.
ຕໍາຫລວດອັຟການິສຖານຜູ້ນຶ່ງຕັ້ງທ່າຈອບຍິງ ຢູ່ໃນສະຖານທີ່ ທີ່ມີການໂຈມຕີໂດຍພວກວາງລະເບີດສະ ລະຊີບຈຸນຶ່ງ ໃນຄ້າຍຕໍາຫລວດ ຢູ່ທີ່ເມືອງ Jalalabad ໃນວັນທີ 26 ມີນາ 2013.
ພວກເຈົ້າໜ້າທີ່ອັຟການິສຖານເວົ້າວ່າ ພວກວາງລະເບີດສະ
ລະຊີບຈຸນຶ່ງ ໄດ້ໂຈມຕີຄ້າຍຕໍາຫລວດ ຢູ່ທີ່ເມືອງ Jalalabad
ໃນພາກຕາເວັນອອກ ອັຟການິສຖານ ຊຶ່ງໄດ້ສັງຫານນາຍຕຳ
ຫຼວດຢ່າງໜ້ອຍ 5 ຄົນ.

ຕໍາຫລວດເວົ້າວ່າ ນຶ່ງໃນພວກທໍາການໂຈມຕີນັ້ນ ໄດ້ບີບຄະ
ນວນລະເບີດ ທີ່ຫ້າງໃສ່ລົດໃຫ້ແຕກຂຶ້ນ ໃນຕອນເຊົ້າຂອງ
ວັນອັງຄານມື້ນີ້ ຢູ່ທາງເຂົ້າ ຂອງກອງບັນຊາການໃຫຍ່ຕໍາ
ຫລວດ. ຢ່າງໜ້ອຍມີອີກສອງຄົນໃນກຸ່ມດັ່ງ ກ່າວໄດ້ບີບຄະ
ນວນເບີດໃຫ້ແຕກຂຶ້ນຢູ່ຂ້າງໃນຂອງຕຶກອາຄານ. ນອກນັ້ນ ຍັງມີກຸ່ມຫົວຮຸນແຮງອີກຫລາຍຄົນໄດ້ຖືກສັງຫານໃນການຍິງ
ຕໍ່ສູ້ກັນພາຍ ໃນ 1 ຊົ່ວໂມງຕໍ່ມາ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:


ພວກຫົວຮຸນແຮງຕາລິບັນ ໄດ້ອ້າງເອົາຄວາມຮັບຜິດຊອບໃນທັນທີທັນໃດຕໍ່ການໂຈມຕີ
ດັ່ງກ່າວ ຊຶ່ງໄດ້ເຮັດໃຫ້ຕໍາຫລວດຢ່າງໜ້ອຍ 4 ຄົນ ໄດ້ຮັບບາດເຈັບ.

ທ້າວ Jaweed Jan ປະຊາຊົນທີ່ອາໄສຢູ່ໃນເມືອງ Jalalabad ເວົ້າວ່າ ລາວເປັນຜູ້ນຶ່ງ
ໃນພວກໄດ້ຮັບບາດເຈັບນັ້ນ. ທ້າວ Jan ເວົ້າວ່າ:
“ຂ້ອຍກໍາລັງຂັບລົດໄປ ແລະໃນທັນໃດຂ້ອຍກໍໄດ້ຍິນສຽງລະເບີດດັງຂຶ້ນ. ຂ້ອຍ
ໄດ້ຮັບບາດເຈັບທີ່ມື. ສອງສາມນາທີຫລັງຈາກລະເບີດແຕກ ຂ້ອຍເຫັນພວກ
ຫົວຮຸນແຮງບາງຄົນຍ່າງອອກມາຈາກລົດຄັນນຶ່ງ ແລະກໍໂຈມຕີທະຫານຕໍາ
ຫລວດ. ຈາກນັ້ນກໍມີການຍິງສູ້ກັນ.”


ການໂຈມຕີເກີດຂຶ້ນໃນຂະນະທີ່ທ່ານ John Kerry ລັດຖະມົນຕີກະຊວງ ການຕ່າງປະ
ເທດສະຫະລັດ ໄດ້ພົບປະເປັນຮອບທີສອງກັບປະທານາທິບໍ ດີ Hamid Kazai ຂອງ
ອັຟການິສຖານໃນວັນອັງຄານມື້ນີ້. ທ່ານ Kerry ທໍາການຢ້ຽມຢາມກຸງຄາບູນ ເປັນເວລາ
ອັນສັ້ນໆ ແລະບໍ່ໄດ້ມີການແຈ້ງໃຫ້ຊາບລ່ວງໜ້າ ຊຶ່ງສ່ວນນຶ່ງແມ່ນເພື່ອປັບປຸງສາຍສໍາ ພັນກັບລັດຖະບານອັຟ ການິສຖານ ທີ່ມີຄວາມເຄັ່ງຕຶງນັ້ນ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

XS
SM
MD
LG