ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທະຫານ ອາເມຣິກັນ 5 ຄົນ ເສຍຊີວິດ ຍ້ອນເຮືອບິນຕົກ ຢູ່ອັຟການິສຖານ (ວີດິໂອ)


ຕໍາຫລວດຜູ້ນຶ່ງ ໄປກວດເບິ່ງຊາກຫັກພັງຂອງເຮືອບິນເຮລິຄອບເຕີ້
ທີ່ປະສົບອຸບັດຕິເຫດຕົກ ຢູ່ທີ່ເມືອງ
Kandahar ທາງພາກໃຕ້ຂອງອັຟການິສຖານ
ຕໍາຫລວດຜູ້ນຶ່ງ ໄປກວດເບິ່ງຊາກຫັກພັງຂອງເຮືອບິນເຮລິຄອບເຕີ້ ທີ່ປະສົບອຸບັດຕິເຫດຕົກ ຢູ່ທີ່ເມືອງ Kandahar ທາງພາກໃຕ້ຂອງອັຟການິສຖານ
ເຈົ້າໜ້າທີ່ສະຫະລັດເວົ້າວ່າ ທະຫານອາເມຣິກັນ 5 ຄົນ ທີ່
ເປັນສະມາຊິກຂອງກໍາລັງປະສົມ ພາຍໃຕ້ການນໍາພາໂດຍ
ອົງການເນໂຕ້ ເສຍຊີວິດໄປ ເວລາທີ່ເຮືອບິນເຮລິຄອບເຕີ້
ຂອງພວກເຂົາເຈົ້າ ປະສົບອຸບັດຕິເຫດຕົກ ຢູ່ທີ່ເມືອງ
Kandahar ທາງພາກໃຕ້ຂອງອັຟການິສຖານ.

ພວກເຈົ້າໜ້າທີ່ທ້ອງຖິ່ນເວົ້າວ່າ ບໍ່ມີໃຜລອດຊີວິດມາໄດ້ຈາກ
ອຸບັດຕິເຫດເຮືອບິນເຮຣີຄອບເຕີ້ຕົກ ທີ່ເກີດຂຶ້ນໃນວັນຈັນວານ
ນີ້ ໃນຂະນະທີ່ມີຝົນຕົກ ໜັກ ແລະວ່າ ບໍ່ມີການເຄື່ອນໄຫວ ຂອງຝ່າຍສັດຕູແຕ່ຢ່າງໃດ ຢູ່ໃນເຂດດັ່ງ ກ່າວ ໃນເວລານັ້ນ.

ກ່ອນໜ້ານັ້ນ ອົງການເນໂຕ້ໄດ້ລາຍງານໃຫ້ຮູ້ ກ່ຽວກັບອຸບັດ
ເຫດເຮືອບິນຕົກ ໃນວັນຈັນວານນີ້ ແຕ່ກໍບໍ່ໄດ້ເວົ້າຢ່າງເຈາະຈົງວ່າ ຜູ້ໄດ້ຮັບເຄາະຮ້າຍເປັນຄົນ ສັນຊາດໃດແດ່.

ກໍາລັງມີການສືບສວນຫາສາເຫດທີ່ພາໃຫ້ເຮືອບິນດັ່ງກ່າວຕົກ.

ເຫດການດັ່ງກ່າວ ໄດ້ເຮັດໃຫ້ຈໍານວນທະຫານສະຫະລັດເສຍຊີວິດທັງໝົດໃນວັນ ຈັນວານນີ້ ເພີ້ມຂຶ້ນເປັນ 7 ຄົນ. ເຈົ້າໜ້າທີ່ອົງການເນໂຕ້ເວົ້າວ່າ ທະຫານສະຫະລັດ
ສອງຄົນເສຍຊີວິດ ແລະອີກ 7 ຄົນ ໄດ້ຮັບບາດເຈັບໃນອັນທີ່ປະກົດວ່າ ເປັນການ ໂຈມຕີຈາກພາຍໃນ ຢູ່ໃນແຂວງ Wardark ທາງພາກຕາເວັນອອກຂອງປະເທດ.

ເຈົ້າໜ້າທີ່ເວົ້າວ່າ ມືປືນຜູ້ນຶ່ງທີ່ນຸ່ງເຄື່ອງແບບທະຫານຫລືບໍ່ກໍແມ່ນເຄື່ ອງແບບຕໍາ ຫລວດອັຟການິສຖານ ໄດ້ເປີດສາກລະດົມຍິງເຂົ້າໃສ່ ຊຶ່ງໄດ້ສັງຫານທະຫານອາເມ
ຣິກັນ ແລະທະຫານອັຟການິສຖານອີກຫລາຍຄົນ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

XS
SM
MD
LG