ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອັງກິດ ອັຟການິສຖານ ແລະປາກິສຖານ ປະຊຸມສຸດຍອດກັນ (ສະໄລດ໌)


Ekvadorlu azarkeşlər
Ekvadorlu azarkeşlər
ນາຍົກລັດຖະມົນຕີອັງກິດ ທ່ານ David Cameron ເປັນເຈົ້າ
ພາບຈັດການ ພົບປະກັນລະຫວ່າງ ທ່ານ Hamid Karzai
ປະທານາທິບໍດີ ອັຟການິສຖານ ແລະທ່ານ Asif Ali Zardari
ປະທານາທິບໍດີປາກິສຖານ ຢູ່ນະຄອນຫລວງລອນດອນ ໃນ
ວັນຈັນມື້ນີ້.

ນີ້ແມ່ນເປັນຄັ້ງທີສາມແລ້ວ ທີ່ຜູ້ນໍາຂອງທັງສາມປະເທດພົບປະ
ກັນ ນັບຕັ້ງແຕ່ ພວກທ່ານໄດ້ເລີ້ມປະຊຸມສຸດຍອດກັນ ໃນເດືອນ
ກໍລະກົດປີກາຍນີ້ ທີ່ນະຄອນ ຫລວງຄາບຸນຂອງອັຟການິສຖານ ຊຶ່ງຕິດຕາມມາດ້ວຍກອງປະຊຸມ ຢູ່ນະຄອນ ນີວຢອກໃນເດືອນ
ກັນຍາ. ແຕ່ວ່າ ກອງປະຊຸມສຸດຍອດທີ່ກຸງລອນດອນ ແມ່ນກອງ
ປະຊຸມບັ້ນທໍາອິດ ທີ່ນອກຈາກຈະມີຜູ້ນໍາທາງການເມືອງແລ້ວ
ຍັງໄດ້ເອົາ ພວກເຈົ້າໜ້າທີ່ທະຫານ ແລະສືບລັບຂັ້ນສູງຂອງ
ອັຟການິສຖານ ແລະປາກິສຖານ ເຂົ້າມາຮ່ວມນໍາ.

ອັງກິດຢາກໃຫ້ປະເທດເພື່ອນບ້ານທັງສອງເຮັດວຽກຮ່ວມກັນ ເພື່ອສົ່ງເສີມສະເຖຍລະ ພາບຢູ່ໃນຂົງເຂດ ໃນຂະນະທີ່ຕົນກະກຽມທີ່ຈະຖອນທະຫານຫລາຍພັນຄົນອອກຈາກ ອັຟການິສຖານ ພາຍໃນທ້າຍປີໜ້າ. ທະຫານອັງກິດ ໄດ້ທໍາການສູ້ລົບຕ້ານການລຸກ ລາມຂອງພວກຫົວຮຸນແຮງ Taliban ເປັນເວລານຶ່ງປີ ອັນເປັນສ່ວນນຶ່ງຂອງພາລະກິດ ຂອງກຸ່ມເນໂຕ້ ທີ່ແນໃສ່ຊ່ວຍກໍາລັງຮັກສາ ຄວາມສະຫງົບຂອງອັຟການິສຖານ ໃຫ້ສາ ມາດຄວບຄຸມທາງດ້ານການຮັກສາ ຄວາມໝັ້ນຄົງຂອງປະເທດຂອງເຂົາເຈົ້າໄດ້.

ທ່ານ Hamid Karzai ປະທານາທິບໍດີ ອັຟການິສຖານ ກ່າວຕໍ່ສື່ມວນຊົນອັງກິດ ໃນວັນ ຈັນວານນີ້ວ່າ ສະຖານນະການດ້ານຄວາມໝັ້ນຄົງ ຢູ່ໃນແຂວງ Helmand ທາງພາກໃຕ້
ຂອງອັຟການິສຖານ ໃນຕອນກ່ອນໜ້າທີ່ທະຫານ ອັງກິດ ແລະສະຫະລັດໄປເຖິງ ໃນປີ
2006 ນັ້ນ ແມ່ນດີກວ່ານີ້ ແລະຕັ້ງຂໍ້ສົງໄສວ່າ ກໍາລັງທະຫານຂອງສາກົນແມ່ນກໍາລັງສູ້
ລົບຢູ່ຜິດບ່ອນບໍ່? ທ່ານກ່າວ ວ່າ ຊາວອັຟການິສຖານພຽງແຕ່ຢາກກໍ່ສ້າງປະເທດຂອງ
ຕົນຄືນ ແລະບໍ່ເປັນຫ່ວງວ່າ ພວກຕາເວັນຕົກຈະຖືວ່າ ການໄປປະຕິບັດງານຂອງພວກ
ເຂົາເຈົ້າຢູ່ທີ່ນັ້ນ ໄດ້ຮັບຜົນສໍາເລັດ ຫລືເສຍໄຊກັນແທ້.

XS
SM
MD
LG