ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການໂຈມຕີ ສະຫຼະຊີບ ຕໍ່ຖານ​ທັບ​ ສະຫະລັດ​ ແລະ​ເນ​ໂຕ້ ໃນອັຟການີສຖານ


ເຮືອບິນເຮລິຄອບເຕີຂອງເນໂຕ້ ຂະນະບິນເວີ່ນຢູ່ເທິງບ່ອນເກີດເຫດ
ເຮືອບິນເຮລິຄອບເຕີຂອງເນໂຕ້ ຂະນະບິນເວີ່ນຢູ່ເທິງບ່ອນເກີດເຫດ
ທາງ​ການ​ອັຟກາ​ນີສຖານກ່າວ​ວ່າ ພວກໂຈມ​ຕີ​ສະຫຼະຊີບຫຼາຍໆ​ຄົນ​ໄດ້​ບຸກ ໂຈມ​ຕີຖານ​ທັບ​ອາກາດ​ແຫ່ງ​ນຶ່ງ​ ຂອງ​ສະຫະລັດ​ ແລະອົງການ​ເນ​ໂຕ້​ຢູ່ໃນ​ພາກ​ຕາ​ເວັນ​ອອກຂອງ​ປະ​ເທດ ໃນ​ຕອນ​ເຊົ້າວັນ​ອາທິດ​ມື້​ນີ້.

ທາງ​ການ​ອັຟກາ​ນີສຖານ ກ່າວ​ອີກວ່າ ພວກໂຈມ​ຕີສະຫຼະຊີບ​ ໄດ້​ບີບ​ຂະ ນວນ​ລະ​ເບີດ​ທີ່​ຫ້າງ​ໃສ່ລົດ​ສອງ​ຄັນ​ໃຫ້​ແຕກ​ຂຶ້ນ ຢູ່​ນອກ​ບໍລິ​ເວນ​ທາງ​ເຂົ້າ ສະໜາມ​ບິ​ນ Jalalabad ​ໃນ​ຂະນະ​ທີ່​ພວກ​ໂຈມ​ຕີ​ຈຸ​ອື່ນໆ​ພະຍາຍາມ​ບຸກ​ເຂົ້າ​ໄປ​ໃນຖານ​ທັບດັ່ງກ່າວ.

ບັນດາ​ເຈົ້າໜ້າ​ທີ່ເວົ້າ​ວ່າ ທະຫານ​ຍາມຮັກສາ​ຄວາມ​ປອດ​ໄພ​ອັຟກາ​ນີສ ຖານຄົນ​ນຶ່ງ​ຖືກ​ຂ້າ​ຕາຍ ​ແລະຫຼາຍຄົນ​ໄດ້​ຮັບ​ບາດ​ເຈັບ ພ້ອມ​ກັບ​ຊາກ​ສົບ​ອື່ນໆອີກຈຳນວນ​ນຶ່ງທີ່​ເຊື່ອກັນ​ວ່າ​ເປັ​ນສົບພວກໂຈມ​ຕີສະຫຼະຊີບ. ຕໍາຫຼວດ ທ້ອງ​ຖິ່ນ​ຄົນ​ນຶ່ງ​ເວົ້າ​ວ່າ ມີ​ການພົບ​ເຫັນ​ຫຼາຍ​ສົບ​ຢູ່​ໃນ​ບໍລິ​ເວນ​ບ່ອນ​ເກີດ​ເຫດ.

​ເຈົ້າໜ້າ​ທີ່​ເວົ້າ​ອີກ​ວ່າ ການໂຈມຕີຄັ້ງ​ນີ້​ດໍາ​ເນີນ​ໄປເປັນ​ເວລາ​ປະມານສອງ​ຊົ່ວ​ໂມງ ​ແຕ່​ບໍ່​ມີ​ພວກ​ໂຈມຕີ​ຈັກ​ຄົນ​ ສາມາດ​ບຸກເຂົ້າ​ໄປຂ້າງ​ໃນ​ຖານ​ທັບ​ນາໆຊາດ​ດັ່ງກ່າວ​ນີ້​ໄດ້.

ກຸ່ມ​ຕາ​ລິ​ບານ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ຂອງ​ການ​ໂຈມ​ຕີ​ດັ່ງກ່າວ.
XS
SM
MD
LG