ການໂຈມຕີດ້ວຍລະເບີດສະຫຼະຊີບບັ້ນນຶ່ງ ຢູ່ໃກ້ຄ້າຍທະຫານຂອງກຸ່ມເນໂຕ້ ໃນນະຄອນຫຼວງຂອງອັຟການີສຖານ ໄດ້ສັງຫານພະນັກງານຮັກສາຄວາມປອດໄພຊາວອັຟການີສຖານສອງຄົນ ແລະພົນລະເຮືອນບາດເຈັບ 5 ຄົນ.
ທາງການອັຟການີສຖານເວົ້າເມື່ອວັນພຸດມື້ນີ້ວ່າ ການໂຈມຕີດັ່ງກ່າວແມ່ນ ພົວພັນກັບຊາຍສອງຄົນ ທີ່ສວມເສື້ອຕິດລະເບີດສະຫຼະຊີບ ແລະວ່າຢ່າງໜ້ອຍຊາຍຄົນນຶ່ງໃນຈໍານວນສອງຄົນນັ້ນ ໄດ້ບີບຂະນວນລະເບີດຫຼັງຈາກຖືກຍິງໂດຍເຈົ້າໜ້າທີ່ຮັກສາຄວາມປອດໄພອັຟການີສຖານ.
ລະເບີດໄດ້ແຕກຂຶ້ນ ຢູ່ບໍລິເວນໃກ້ຄ້າຍ Eggers ຊຶ່ງເປັນຄຸ້ມນຶ່ງຂອງນະຄອນຫຼວງກາບູນ ທີ່ເປັນບ່ອນຕັ້ງກອງບັນຊາການຂອງກຳລັງປະສົມເນໂຕ້ ພ້ອມດ້ວຍສະຖານທູດຕ່າງປະເທດ. ການໂຈມຕີດັ່ງກ່າວ ທີ່ອ້າງເອົາ ຄວາມຮັບຜິດຊອບໂດຍກຸ່ມຕາລິບານ ພາໃຫ້ ສະຖານທູດສະຫະລັດເອົາ ມາດຕະການເຝົ້າລະວັງໃນທັນທີ.
ເນໂຕ້ເວົ້າວ່າ ເຫດລະເບີດດັ່ງກ່າວໄດ້ທໍາລາຍລົດຂອງຕົນຄັນນຶ່ງ ແຕ່ບໍ່ມີ ລາຍງານວ່າ ມີກໍາລັງປະສົມເນໂຕ້ບາດເຈັບລົ້ມຕາຍແຕ່ຢ່າງໃດ.
ສະໄລດ໌ເຫດລະເບີດສະລະຊີບແຕກ ທີ່ນະຄອນກາບູນຂອງອັຟການີສຖານ: