ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

​ອັຟກາ​ນິສຖານ ເລື່ອນການຮັບຜ່ານ ຮ່າງກົດໝາຍ ປົກປ້ອງຜູ້ຍິງ (ວີດິໂອ)


ສະມາຊິກ ສະພາແຫ່ງຊາດ ​ອັຟກາ​ນິສຖານ ປະຊຸມກັນ ໃນນະຄອນຫລວງກາບູລ (file photo).
ສະມາຊິກ ສະພາແຫ່ງຊາດ ​ອັຟກາ​ນິສຖານ ປະຊຸມກັນ ໃນນະຄອນຫລວງກາບູລ (file photo).
ສະພາແຫ່ງຊາດ​ອັຟກາ​ນິສຖານໄດ້​ເລື່ອນ​ການ​ລົງມະຕິ​
ກ່ຽວ​ກັບມາດຕະການນຶ່ງ ທີ່ແນໃສ່ປົກປ້ອງຜູ້ຍິງບໍ່ໃຫ້ຖືກ
ກະທໍາຮຸນແຮງນັ້ນ.

ໃນວັນເສົາວານນີ້ ພວກຜູ້ແທນທີ່ມີຫົວອະນຸລັກນິຍົມ ໄດ້
ເລື່ອນການ​ໃຫ້ສັດຕະຍາບັນ​ ແກ່​ຮ່າງກົດໝາຍດັ່ງ​ກ່າວອອກ
ໄປ ໂດຍຢືນຢັດວ່າ ໃຫ້ເອົາພາກສ່ວນທີ່ຕາມຄໍາເວົ້າຂອງ
ເຂົາເຈົ້າ ກໍ​ແມ່ນວ່າ “ຂັດຕໍ່ກົດໝາຍຂອງສາສະໜາອິສລາມ”
ນັ້ນອອກ.

ກົດໝາຍວ່າ​ດ້ວຍ​ການລົບລ້າງການໃຊ້ຄວາມຮຸນແຮງຕໍ່ຜູ້ຍິງ
ໄດ້ມີຜົນບັງຄັບໃຊ້ ໃນປີ 2009 ໂດຍດໍາລັດຂອງປະທານາທິບໍດີ Hamid Kazai. ທ່ານ
ນາງ Fawzi Kofi ຜູ້ແທນຈາກແຂວງ Badakhshan ທີ່ໄດ້ນໍາສະ​ເໜີ ມາດຕະການ
ດັ່ງກ່າວຕໍ່ສະພາແຫ່ງຊາດ ເພື່ອປ້ອງກັນບໍ່ໃຫ້ມີການຕ່າວປີ້ນກົດໝາຍດັ່ງກ່າວ ໂດຍປະ
ທານາທິບໍດີທີ່ຈະຂຶ້ນ​ມາກໍາອໍານາດ ໃນອະນາຄົດນັ້ນ ເວົ້າວ່າ:

“ມັນເປັນເລື້ອງທີ່ໜ້າເສຍໃຈຫລາຍ ທີ່ມີພາກສ່ວນທີ່ມີຫົວອະນຸລັກແນວທາງ
ເດີມ ຕໍ່ຕ້ານກົດໝາຍນີ້ ແຕ່ວ່າ ເປັນຫຍັງຂ້າພະເຈົ້າຈຶ່ງຮູ້ສຶກຜິດຫວັງຫລາຍ
ອັນນີ້ກໍເພາະວ່າ ມີທັງຜູ້ຍິງນໍາອີກ ທີ່ໄດ້ຄັດຄ້ານຕໍ່ກົດໝາຍນີ້.”


ກົດໝາຍດັ່ງກ່າວແມ່ນຈະ​ເຮັດ​ໃຫ້ ການບັງຄັບໃຫ້ແຕ່ງງານແລະການແຕ່ງງານຂອງ
ເດັກນ້ອຍ ​ເປັນ​ການ​ກະທໍາ​ຜິດ​ທາງ​ອາຍາ. ນອກນັ້ນ ກົດໝາຍ​ນີ້ຍັງເກືອດຫ້າມການ
ປະຕິບັດຕາມປະເພນີດັ້ງເດີມ ​ທີ່ເອົາຜູ້ຍິງແລະ​ເດັກສາວ​ໄປຂັດ​ດອກ​ເບ້ຍ​ເງິນ​ກູ້ ຫລື​
ເປັນ​ຕົວແລກປ່ຽນ ເພື່ອແກ້ໄຂການຜິດຂ້ອງຕ້ອງຖຽງກັນນັ້ນ.

ພວກນັກເຄື່ອນໄຫວດ້ານສິດທິມະນຸດເວົ້າວ່າ ການເຄື່ອນໄຫວໃນໃນເສົາວານນີ້ແມ່ນ
ການຖອຍຫລັງ ສໍາລັບຄວາມກ້າວໜ້າທີ່​ໄດ້​ທໍາ​ມາໃນດ້ານສິດທິຂອງແມ່ຍິງ ຢູ່ໃນປະ
ເທດມຸສລິມຫົວອະນຸລັກນິຍົມແຫ່ງນັ້ນ ນັບຕັ້ງແຕ່ມີການໂຄ່ນລົ້ມ ກຸ່ມຕາລິບັນລົງເປັນ
ຕົ້ນມາ. ກຸ່ມຕາລິບັນແມ່ນປະຕິບັດກົດໝາຍ​ອິສລາມ​ຢ່າງ​ເຄ່ງ​ຄັດ ​ໃນ​ການຫ້າມບໍ່ໃຫ້
ຜູ້ຍິງອັຟການິສຖານເຂົ້າໂຮງຮຽນ ຫລືເຂົ້າຮ່ວມກິດ ຈະການທາງສັງຄົມເກືອບໝົດ
ທຸກຢ່າງ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:
XS
SM
MD
LG