ລາຍງານໃໝ່ສະບັບນຶ່ງໂດຍກຸ່ມສິ້ງຊອມສິດທິມະນຸດ Human Rights Watch ເວົ້າວ່າ
ແມ່ຍິງຊາວອັຟການີສຖານຫລາຍກວ່າ 400 ຄົນ ຖືກຈໍາຄຸກ ໃນຂໍ້ຫາພະຍາຍາມຫລົບໜີ ຈາກການກະທໍາຮຸນແຮງຂອງຜູ້ເປັນສາມີແລະການຖືກບັງຄັບໃຫ້ແຕ່ງງານ.
ລາຍງານເວົ້າອີກວ່າ ພວກແມ່ຍິງທີ່ເອົາຕົວຫລົບໜີ ຈາກຄວາມທຸກທໍລະມານດັ່ງກ່າວນັ້ນ
ມັກຈະຖືກກ່າວຫາວ່າມີຊູ້ແລະກໍຖືກຈໍາຄຸກໃນຂໍ້ຫາທີ່ເອີ້ນວ່າອາດຊະຍາກໍາດ້ານສິນລະທໍາ ໃນຂະນະທີ່ພວກຝ່າຝືນທັງຫຼາຍຊໍ້າພັດ ບໍ່ຄວາມຜິດໃດໆ.
ກຸ່ມສິ້ງຊອດສິດທິມະນຸດ Human Rights Watch ໄດ້ສໍາພາດພວກແມ່ ຍິງແລະຍິງສາວ
ທີ່ຕົກຢູ່ໃນສະພາບແບບນີ້ 58 ຄົນ ໂຮມທັງພັນລະຍາຄົນ ນຶ່ງທີ່ເວົ້າວ່າສາມີຂອງລາວເອົາ
ເຫລັກໄຂຄວງແທງຫົວ ໜ້າເອິກແລະແຂນ ຍ້ອນລາວໄດ້ເຊີນແຂກຜູ້ຊາຍຄົນນຶ່ງ ເຂົ້າໄປ
ໃນເຮືອນ.
ລາຍງານເວົ້າຕື່ມວ່າ ແມ່ຍິງອີກຄົນນຶ່ງ ຖືກບັງຄັບໃຫ້ແຕ່ງງານກັບຜູ້ຊາຍອັນທະພານ ຕິດ
ເຫລົ້າ ຕິດຢາເສບຕິດ ຕອນລາວມີອາຍຸພຽງ 12 ປີ. ລາວແລະລູກສາວສອງຄົນຖືກຈໍາຄຸກ
ຍ້ອນພາກັນຫລົບໜີ ແລະໄປລີ້. ຜົວຂອງລາວຕູ່ວ່າລາວໄປຫລັບນອນກັບພີ່ນ້ອງຄົນນຶ່ງ
ທີ່ໄດ້ຊ່ວຍລາວຫລົບໜີ.
ກຸ່ມສິ້ງຊອມສິດທິມະນຸດ Human Rights Watch ເວົ້າຕໍ່ໄປວ່າ ຕອນນີ້ເລຶ່ອງສິດທິຂອງ
ພວກແມ່ ຍິງອັຟການີສຖານແມ່ນດີຂຶ້ນຫຼາຍແລ້ວນັບຕັ້ງແຕ່ກຸ່ມຕາລິບານຖືກທັບ ມ້າງ ຊຶ່ງ
ໃນນັ້ນແມ່ນໂຮມທັງລັດຖະທໍາມະນູນໃໝ່ ທີ່ຮັບປະກັນສິດທິເທົ່າທຽມກັນ ແລະກົດໝາຍ
ໃໝ່ທີ່ໃຫ້ລົງໂທດພວກທີ່ຝ່າ ຝືນຫລືກະທໍາຮຸນແຮງຕໍ່ພວກແມ່ຍິງ.
ແຕ່ກຸ່ມສິ້ງຊອມສິດທິມະນຸດກຸ່ມເວົ້າວ່າ ລະບົບສານຍຸຕິທໍາອັຟການີສຖານ ນັ້ນແມ່ນໃຊ້ການ
ບໍ່ໄດ້ ແລະກ່າວວ່າ ປະທານາທິບໍດີຮາມິດ ກາຊາຍມັກປ່ຽນທ່າທີຂອງທ່ານຢູ່ເລື້ອຍໆກ່ຽວ
ກັບເລື່ອງສິດທິຂອງແມ່ຍິງ ໂດຍກ່າວ ຫາທ່ານວ່າ ທ່ານທໍາການປະນີປະນອມຫຼາຍເກີນໄປ
ກັບພວກຜູ້ນໍາສາສະ ໜາທີ່ເຄັ່ງຄັດນັ້ນ.
ເທົ່າເຖິງປັດຈຸບັນນີ້ ຍັງບໍ່ມີຄວາມຄິດເຫັນໃດໆກ່ຽວກັບລາຍງານດັ່ງກ່າວ ຈາກພວກເຈົ້າໜ້າ
ທີ່ອັຟການີສຖານ.