ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ບັນຊາການ ໃນ ອັຟການິສຖານ ກ່າວວ່າ 'ແຜນຍຸດທະສາດ ກຳລັງໄດ້ຜົນ' ເຖິງແມ່ນວ່າ ບໍ່ມີການປ່ຽນແປງ ໃນສະໜາມລົບ


ນາຍພົນ ຈອນ ນິໂກສັນ, ຜູ້ບັນຊາການ ຂອງອາເມຣິກາ ຢູ່ໃນອັຟການິສຖານ, ກ່າວຕໍ່ບັນດານັກຂ່າວ ຢູ່ທີ່ ຖານທັບອາກາດ Bagram ຕັ້ງຢູ່ກ້ຳເໜືອ ຂອງນະຄອນຫຼວງ ກາບູລ ຂອງອັຟການິສຖານ, ວັນທີ 14 ມີນາ 2018.
ນາຍພົນ ຈອນ ນິໂກສັນ, ຜູ້ບັນຊາການ ຂອງອາເມຣິກາ ຢູ່ໃນອັຟການິສຖານ, ກ່າວຕໍ່ບັນດານັກຂ່າວ ຢູ່ທີ່ ຖານທັບອາກາດ Bagram ຕັ້ງຢູ່ກ້ຳເໜືອ ຂອງນະຄອນຫຼວງ ກາບູລ ຂອງອັຟການິສຖານ, ວັນທີ 14 ມີນາ 2018.

ຜູ້ບັນຊາການກຳລັງສະຫະລັດ ແລະ ນານາຊາດ ຢູ່ໃນອັຟການິສຖານ ກ່າວວ່າ ແຜນ
ຍຸດທະສາດ ສຳລັບປະເທດ ທີ່ຖືກທຳລາຍໂດຍສົງຄາມ ຂອງລັດຖະບານທ່ານທຣຳນັ້ນ
ແມ່ນກຳລັງໄດ້ຮັບຄວາມກ້າວໜ້າ ເຖິງແມ່ນວ່າ ບໍ່ມີການປ່ຽນແປງ ທີ່ເຫັນໄດ້ຢ່າງຊັດ
ເຈນເທື່ອ ຢູ່ໃນສະໜາມລົບ ແລະມີການໂຈມຕີຮ້າຍແຮງຫຼາຍຄັ້ງໂດຍກຸ່ມ ຕາລີບານ
ກໍຕາມ.

ນາຍພົນ ຈອນ ນິໂກລສັນ ຂອງກອງທັບ ສະຫະລັດ ໄດ້ກ່າວຕໍ່ບັນດານັກຂ່າວ ຢູ່ທີ່
ທຳນຽບຫ້າແຈ ໂດຍຜ່ານທາງໂທລະສັບ ວ່າ “ຂ້າພະເຈົ້າເຊື່ອວ່າ ແຜນຍຸດທະສາດ
ແມ່ນກຳລັງເກີດຜົນ.”

ເມື່ອປີກາຍນີ້ ຄະນະລັດຖະບານທ່ານທຣຳ ໄດ້ຮຽກຮ້ອງ ໃຫ້ມີການສົ່ງກຳລັງທະຫານ
ສະຫະລັດ ໄປປະຕິບັດງານ ບົນພື້ນຖານຂອງສະພາບການ ໃນການສະໜັບສະໜູນ
ກອງກຳລັງຂອງອັຟການິສຖານ.

ນາຍພົນ ນິໂກລສັນ ກ່າວວ່າ ການໃຊ້ວິທີການດັ່ງກ່າວຢູ່ໃນສະໜາມລົບ “ໄດ້ມີຜົນ
ກະທົບຕໍ່ການຄິດໄລ່ຄຳນວນຂອງສັດຕູ”
ແລະຊຸກຍູ້ໃຫ້ພວກເຂົາ ກ້າວໄປສູ່ ການ
ສ້າງຄວາມປອງດອງຊາດ.

ພວກທະຫານທີ່ປຶກສາ ຂອງກອງທັບສະຫະລັດ ຈາກກອງກຳລັງ ໃຫ້ການຊ່ອຍເຫຼືອ ໃນດ້ານການຮັກສາຄວາມປອດໄພ ທີ່ 1 ກຳລັງນັ່ງພັກຜ່ອນ ຢູ່ທີ່ຖານທັແຫ່ງຊາດ ຂອງອັຟການິສຖານ ໃນແຂວງ ໄມແດນ ວໍຣແດັກ ຂອງອັຟການິສຖານ, ວັນທີ 6 ສິງຫາ 2018.
ພວກທະຫານທີ່ປຶກສາ ຂອງກອງທັບສະຫະລັດ ຈາກກອງກຳລັງ ໃຫ້ການຊ່ອຍເຫຼືອ ໃນດ້ານການຮັກສາຄວາມປອດໄພ ທີ່ 1 ກຳລັງນັ່ງພັກຜ່ອນ ຢູ່ທີ່ຖານທັແຫ່ງຊາດ ຂອງອັຟການິສຖານ ໃນແຂວງ ໄມແດນ ວໍຣແດັກ ຂອງອັຟການິສຖານ, ວັນທີ 6 ສິງຫາ 2018.

ທ່ານກ່າວວ່າ ກຸ່ມຕາລີບານ ບັດນີ້ ໄດ້ມີແຮງຈູງໃຈ ທີ່ຈະເຂົ້າມາເຈລະຈາ ກໍເພາະວ່າ
ກຳລັງປະສົມໄດ້ “ສື່ສານຢ່າງຈະແຈ້ງ” ວ່າ ພວກເຂົາເຈົ້າຈະບໍ່ຖອນກຳລັງອອກໄປ
ໂດຍຊີ້ໃຫ້ເຫັນເຖິງ ຂໍ້ສະເໜີສັນຕິພາບສອງສະບັບ ແລະ ການຢຸດຍິງ ອັນເປັນຫລັກ
ຖານຂອງຄວາມກ້າວໜ້ານັ້ນ.

ທ່ານ ໄມເກິລ ໂອ’ແຮນລອນ ເຈົ້າໜ້າທີ່ອະວຸໂສ ໃນດ້ານການປ້ອງກັນປະເທດ ແລະ
ນະໂຍບາຍການຕ່າງປະເທດ ຢູ່ທີ່ສະຖາບັນ Brookings ໄດ້ເອີ້ນຄຳເຫັນຂອງນາຍພົນ
ນິໂກລສັນ ນັ້ນ ວ່າ “ການຕີຄວາມໝາຍໄປໃນແງ່ດີໂພດ ຂອງສິ່ງທີ່ອາດເປັນໄປໄດ້”
ຢູ່ໃນອັຟການິສຖານ.

ທ່ານ ໂອ’ແຮນລອນ ໄດ້ກ່າວຕໍ່ ວີໂອເອ ໃນວັນພຸດວານນີ້ວ່າ “ຂ້າພະເຈົ້າ ບໍ່ຄິດວ່າ
ມັນໄດ້ພິສູດແລ້ວ ຫຼື ໄດ້ຈັດຕັ້ງແລ້ວ ຂ້າພະເຈົ້າ ບໍ່ໄດ້ກ່າວວ່າ ເພິ່ນຜິດ ແຕ່ຂ້າພະ
ເຈົ້າ ຈະບໍ່ພະນັນ ເຮືອນຂອງຂ້າພະເຈົ້າ ໃສ່ມັນດອກ.”

ແຕ່ປີ 2017 ຫາ ປີ 2018 ກຸ່ມຕາລີບານ ໄດ້ຄວບຄຸມພົນລະເມືອງອັຟການິສຖານ
ປາກົດວ່າ ສູງຂຶ້ນໜ້ອຍນຶ່ງ ຈາກ 9 ເປີເຊັນ ເປັນ 12 ເປີເຊັນ ໂດຍປະມານ ນຶ່ງສວນສີ່
ຂອງປະຊາຊົນ ອາໄສຢູ່ໃນພື້ນທີ່ ທີ່ມີການຂັດແຍ້ງກັນ ລະ ຫວ່າງ ກຸ່ມຕາລີບານ ແລະ
ລັດຖະບານອັຟການິສຖານ ອີງຕາມຂໍ້ມູນຫຼ້າສຸດຈາກ ຜູ້ກວດກາທົ່ວໄປ ເພື່ອການບູ
ລະນະຟື້ນຟູ ອັຟການິສຖານ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG