ທີ່ອັຟການິສຖານ ບັນດາເຈົ້າໜ້າທີ່ໄດ້ພາກັນເອົາທ່າທີກຽມ
ພ້ອມ ຫລັງຈາກຄົນວາງລະເບີດສະລະຊີບຄົນນຶ່ງ ໄດ້ໂຈມຕີ
ວັດອິສລາມແຫ່ງນຶ່ງໃນພາກເໜືອຂອງປະເທດ ເຮັດໃຫ້ມີຜູ້
ເສຍຊີວິດ ຢ່າງໜ້ອຍ 40 ຄົນ ຊຶ່ງເປັນການໂຈມຕີທີ່ມີຄົນ
ຕາຍຫລາຍທີ່ສຸດບັ້ນນຶ່ງ ໃນບໍ່ເທົ່າໃດເດືອນທີ່ຜ່ານມາ.
ບັນດາເຈົ້າໜ້າທີ່ ກ່າວວ່າ ຄົນຮ້າຍໄດ້ໂຈມຕີວັດມຸສລິມ ທີ່ເມຶຶອງ Maynama ເມືອງຫລວງຂອງ ແຂວງ Faryab ໃນວັນສຸກວານນີ້ ຊຶ່ງເປັນມື້ເລີ້ມຕົ້ນການສະຫລອງບຸນ Eid al-Adha ເປັນເວລາສາມມື້ ນັ້ນ.
ບັນດາເຈົ້າໜ້າທີ່ທ້ອງຖິ່ນ ກ່າວວ່າ ຜູ້ວາງລະເບີດຊຶ່ງເປັນຊາວໜຸ່ມ ໄດ້ແນເປົ້າໝາຍໃສ່ ເຈົ້າໜ້າທີ່ຕໍາຫລວດປະຈໍາຂົງເຂດຄົນນຶ່ງ ທີ່ເຂົ້າຮ່ວມ ພິທີສູດມົນໃນການສະຫລອງບຸນ Eid ຢູ່ໃນວັດ. ລາຍງານເວົ້າວ່າ ເຈົ້າໜ້າທີ່ຄົນດັ່ງກ່າວ ໄດ້ລອດຊີວິດຈາກການວາງລະເບີດ ແຕ່ວ່າໃນຈໍານວນພວກທີ່ເສຍຊີວິດ
ນັ້ນ ມີຫລາຍກວ່າ 20 ຄົນເປັນເຈົ້າໜ້າທີ່ຮັກສາຄວາມປອດໄພ. ນອກນັ້ນ ກໍມີພົນລະເຮືອນ ຈໍານວນນຶ່ງ ຮວມທັງເດັກນ້ອຍຫ້າຄົນ.
ຍັງບໍ່ທັນມີຝ່າຍໃດອ້າງເອົາຄວາມຮັບຜິດຊອບ ໃນການໂຈມຕີຄັ້ງນີ້ເທື່ອ ແຕ່ເຈົ້າໜ້າທີ່ໄດ້ຖິ້ມໂທດໃສ່ພວກທາລິບານ.
ປະທານາທິບໍດີ Hamid Karzai ໄດ້ປະນາມການໂຈມຕີຢ່າງຮຸນແຮງຕໍ່ ໂດຍກ່າວວ່າ ຜູ້ທີ່ຢູ່ເບື້ອຫລັງການວາງລະເບີດນັ້ນ ເປັນ “ສັດຕູຂອງສາສະໜາອິສລາມ ແລະມວນມະນຸດ.”