ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

13 ຄົນເສຍຊີວິດ ຈາກເຫດການ ລະເບີດແຕກໃນ ອັຟການິສຖານ


ກອງກຳລັງຮັກສາຄວາມປອດໄພ ອັຟການິສຖານ ກວດກາ ຈຸດເກີດເຫດ ການໂຈມຕີລະເບີດ ສະຫຼະຊີບ ໃນເມືອງ ຈາລາລາບັດ, ອັຟການິສຖານ, 17 ມັງກອນ 2016.
ກອງກຳລັງຮັກສາຄວາມປອດໄພ ອັຟການິສຖານ ກວດກາ ຈຸດເກີດເຫດ ການໂຈມຕີລະເບີດ ສະຫຼະຊີບ ໃນເມືອງ ຈາລາລາບັດ, ອັຟການິສຖານ, 17 ມັງກອນ 2016.

ເຈົ້າໜ້າທີ່ຫຼາຍຄົນໃນພາກຕາເວັນອອກຂອງປະເທດ ອັຟການິສ ຖານ ກ່າວວ່າ ມືລະເບີດສະຫຼະຊີບຄົນໜຶ່ງໄດ້ຂ້າປະຊາຊົນຢ່າງ ໜ້ອຍ 13 ຄົນ ແລະ ເຮັດໃຫ້ໄດ້ຮັບບາດເຈັບອີກ 14 ຄົນ.

ໂຄສົກສຳລັບ ລັດຖະບານແຂວງ Nangarhar ໄດ້ກ່າວວ່າ ມືລະ ເບີດໄດ້ກົດປຸ່ມ ລະເບີດຂອງລາວໃນຕອນເຊົ້າຂອງວັນອາທິດມື້ນີ້ ໃນເມືອງ ຈາລາລາບາດ ໃນບໍລິເວນທີ່ພັກອາໄສຂອງທ່ານ Obaiduallah Shinwari, ເຊິ່ງ ທ່ານເປັນສະມາຊິກ ຄົນສຳຄັນ ຂອງສະພາແຂວງ Nanghahar. ທ່ານ Shinwari ໄດ້ເອົາ ຕົວຫຼົບ ໜີໂດຍບໍ່ໄດ້ຮັບບາດເຈັບແຕ່ຢ່າງໃດ.

ແຜນທີ່ເມືອງ ຈາລາລາບາດ, ອັຟການິສຖານ.
ແຜນທີ່ເມືອງ ຈາລາລາບາດ, ອັຟການິສຖານ.

ສື່ມວນຊົນໃນທ້ອງຖິ່ນກ່າວວ່າ ລະເບີດໄດ້ແຕກໃນລະຫວ່າງການເຕົ້າໂຮມກັນ ຂອງຜູ້ອາວຸ ໂສຊົນເຜົ່າຕ່າງໆ, ເຊິ່ງໄດ້ມາໃນໝູ່ບ້ານເພື່ອຕ້ອນຮັບນ້ອງຊາຍຂອງ ທ່ານ Shinwari, ຊື່ວ່າ Saminuallah ກັບຄືນສູ່ບ້ານ ລຸນຫຼັງໄດ້ຖືກຈັບກຸມໂດຍ ພວກ ຕາລີບານໄປ ເປັນເວລາ 9 ເດືອນ. ລາຍງານຫຼາຍຄັ້ງກ່າວວ່າ ພໍ່ຂອງທ່ານ Shinwari ທ່ານ Malek Osman ແມ່ນໄດ້ ຮັບບາດເຈັບໃນການລະເບີດນັ້ນ.

ພວກ ຕາລີບານ ໄດ້ປະຕິເສດບໍ່ຮັບເອົາຄວາມຮັບຜິດຊອບສຳລັບການໂຈມຕີ ດັ່ງກ່າວ.

ບໍລິເວນທີ່ພັກຂອງທ່ານ Shinwar ແມ່ນຢູ່ໃນເມືອງດຽວກັນກັບບ່ອນທີ່ໄດ້ມີການ ໂຈມຕີຍິງ ແລະ ຖິ້ມລະເບີດ ໃກ້ກັບສະຖານກົງສຸນ ປາກິສຖານ ໃນວັນພຸດທີ່ ຜ່ານມາເຊິ່ງໄດ້ເຮັດໃຫ້ 7 ຄົນເສຍຊີວິດ. ພວກຫົວຮຸນແຮງ ລັດອິສລາມ ໄດ້ອ້າງ ເອົາຄວາມຮັບຜິດຊອບສຳລັບການລະ ເບີດດັ່ງກ່າວນັ້ນ.

XS
SM
MD
LG