ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

9 ຄົນ ເສຍຊີວິດ ຍ້ອນ ການໂຈມຕີ ດ້ວຍລະເບີດ ສະລະຊີບ ຢູ່ ອັຟການິສຖານ (ວີດິໂອ)


ເຈົ້າໜ້າທີ່ຮັກສາຄວາມປອດໄພ ກວດກາເບິ່ງສະຖານທີ່ ທີ່ຖືກໂຈມຕີ ຢູ່ໃກ້ສະຖານກົງສຸນອິນເດຍຢູ່ເມືອງ Jalalabad ອັຟການິສຖານ ໃນວັນທີ 3 ສິງຫາ 2013.
ເຈົ້າໜ້າທີ່ຮັກສາຄວາມປອດໄພ ກວດກາເບິ່ງສະຖານທີ່ ທີ່ຖືກໂຈມຕີ ຢູ່ໃກ້ສະຖານກົງສຸນອິນເດຍຢູ່ເມືອງ Jalalabad ອັຟການິສຖານ ໃນວັນທີ 3 ສິງຫາ 2013.
ພວກວາງລະເບີດສະລະຊີບຈຸນຶ່ງ ໄດ້ບີບຄະນວນລະເບີດໃຫ້
ແຕກຂຶ້ນ ຢູ່ໃກ້ ເມືອງ Jalalabad ຂອງອັຟການິສຖານ ຊຶ່ງໄດ້
ສັງຫານພົນລະເຮືອນຢ່າງໜ້ອຍ 9 ຄົນ.

ພວກເຈົ້າໜ້າທີ່ເວົ້າວ່າ ເຫດລະເບີດໄດ້ເກີດຂຶ້ນໃກ້ກັບສະຖານ
ກົງສຸນອິນເດຍ ຢູ່ໃນເມືອງດັ່ງກ່າວທີ່ຕັ້ງຢູ່ທາງພາກຕາເວັນອອກ
ຂອງອັຟການິສຖານ. ນອກນັ້ນ ຍັງມີຫລາຍກວ່າ 20 ຄົນໄດ້ຮັບບາດເຈັບ.

ຫ້ອງການວ່າດ້ວຍກິດຈະການພາຍນອກຂອງກຸງນີວແດນລີເວົ້າວ່າ ເຈົ້າໜ້າທີ່ອິນເດຍທຸກ
ຄົນຢູ່ທີ່ນັ້ນ ແມ່ນປອດໄພດີ.

ຍັງບໍ່ທັນມີກຸ່ມໃດອ້າງເອົາຄວາມຮັບຜິດຊອບຕໍ່ເຫດລະເບີດໃນຄັ້ງນີ້ ແຕ່ເຈົ້າໜ້າທີ່ອັຟກາ
ນິສຖານເວົ້າວ່າ ໄດ້ດໍາເນີນການໂດຍພວກວາງລະເບີດສະລະຊີບສາມຄົນ ທີ່ນັ່ງຢູ່ໃນລົດ
ຄັນນຶ່ງ ຊຶ່ງບັນທຸກວັດຖຸລະເບີດເຕັມຄັນລົດນັ້ນ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:


Suicide Bomb Attack in Afghanistan
please wait

No media source currently available

0:00 0:00:30 0:00
XS
SM
MD
LG