ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຫົວໜ້າ ຕໍາຫລວດ ອັຟການິສຖານ ລອດຊີວິດ ຈາກການໂຈມຕີ


ຕໍາຫລວດອັຟການິສຖານຜູ້ນຶ່ງ ກວດກາສະຖານທີ່ບ່ອນຖືກໂຈມຕີ ດ້ວຍລະເບີດລົດ ຢູ່ໃນແຂວງ Helmand, ວັນທີ 17 ມິຖຸນາ 2013. (AFGHANISTAN - Tags: CIVIL UNREST) - RTX10QPH
ຕໍາຫລວດອັຟການິສຖານຜູ້ນຶ່ງ ກວດກາສະຖານທີ່ບ່ອນຖືກໂຈມຕີ ດ້ວຍລະເບີດລົດ ຢູ່ໃນແຂວງ Helmand, ວັນທີ 17 ມິຖຸນາ 2013. (AFGHANISTAN - Tags: CIVIL UNREST) - RTX10QPH
ຫົວໜ້າຕໍາຫລວດອັຟການິສຖານທ່ານນຶ່ງ ລອດຊີວິດຈາກ
ການຖືກໂຈມຕີສະລະຊີບດ້ວຍລະເບີດລົດ ຕໍ່ຂະບວນລົດ
ຂອງທ່ານ.

ຕໍາຫລວດເວົ້າວ່າ ຄົນວາງລະເບີດສະລະຊີບໄດ້ຈຸດຂະນວນ
ລະເບີດ​ໃນ​ລົດ​ຂອງ​ຕົນໃຫ້ແຕກຂຶ້ນໃນວັນຈັນມື້ນີ້ ຢູ່ໃກ້ລົດ
ຂອງຫົວໜ້າຕໍາຫລວດ​ແຂວງ Helmand, ທ່ານ Mohammad
Nabi Elham ​ໃນ​ຂະນະ​ທີ່​ທ່ານ​ຂີ່​ລົດ​ໄປ​ການຢູ່ໃນເມືອງ
Lashkar Gah. ລະເບີດທີ່ແຕກຂຶ້ນ ໄດ້​ເຮັດ​ໃຫ້ປະຕູລົດຂອງ
ທ່ານ Elham ຟົ້ງ​ກະ​ເດັນ​ອອກ​ຈາກ​ລົດ​ໄປ.

ການໂຈມຕີດັ່ງກ່າວໄດ້ເຮັດໃຫ້ຕໍາຫລວດຄຸ້ມ​ກັນ 3 ຄົນ ທີ່ເດີນທາງໄປນໍາທ່ານ Elham
ໄດ້ຮັບບາດເຈັບ ແຕ່ວ່າຫົວໜ້າຕໍາຫລວດບໍ່ໄດ້ຮັບບາດເຈັບແຕ່ຢ່າງໃດ.

ພວກກໍ່ຄວາມຮຸນແຮງມັກແນເປົ້າໝາຍ ໃສ່ເຈົ້າໜ້າທີ່ຕໍາຫລວດໃນອັຟການິສຖານ.
ການກໍ່ຄວາມວຸ້ນວາຍໂດຍພວກກະບົດອິສລາມທີ່​ເຄ່ງສາສະໜາ ໄດ້ຄຸກ​ຄາມແຂວງ
Helmand ຢູ່​ຕະຫລອດ​ມາ ນັບຕັ້ງແຕ່ການບຸກລຸກທີ່ນໍາພາໂດຍສະຫະລັດ ໄດ້ໂຄ່ນ
ລົ້ມ ພວກຕາລີບັນ ລົງ ໃນປີ 2001.
XS
SM
MD
LG