ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

17 ຄົນ ເສຍຊີວິດ ຍ້ອນການໂຈມຕີ ຢູ່ອັຟການິສຖານ (ວີດິໂອ/ສະໄລດ໌)


ຊາວອັຟການິສຖານຂ້ຽວເອົາຄົນທີ່ໄດ້ຮັບບາດເຈັບຈາກເຫດລະເບີດໄປຮັບການປິ່ນປົວ ພາຍຫລັງເກີດເຫດລະເບີດຢູ່ນອກໂຮງການ ສານສູງສຸດ ຂອງອັຟການິວຖານ ໃນວັນທີ 11 ມິຖຸນາ.
ຊາວອັຟການິສຖານຂ້ຽວເອົາຄົນທີ່ໄດ້ຮັບບາດເຈັບຈາກເຫດລະເບີດໄປຮັບການປິ່ນປົວ ພາຍຫລັງເກີດເຫດລະເບີດຢູ່ນອກໂຮງການ ສານສູງສຸດ ຂອງອັຟການິວຖານ ໃນວັນທີ 11 ມິຖຸນາ.
ການໂຈມຕີຂອງພວກກໍ່ການຮ້າຍໃນອັຟການິສຖານປະກົດ
ວ່າເພີ້ມທະວີຄວາມ ຮ້າຍແຮງຂຶ້ນ ໃນຫລາຍມື້ຜ່ານມານີ້.
ພວກຕາລີບັນ ກໍນັບມື້ ນັບແນເປົ້າໝາຍ ການໂຈມໃສ່ປະ
ຊາຊົນທີ່ເປັນພົນລະເຮືອນ ຊຶ່ງລວມທັງພວກເດັກນ້ອຍນັ້ນ.

ຜູ້ໂຈມຕີດ້ວຍລະເບີດສະລະຊີບຜູ້ນຶ່ງໄດ້ບີບຄະນວນລະເບີດ
ໃຫ້ແຕກຂຶ້ນຢູ່ນອກ ຕຶກສານສູງສຸດຂອງປະເທດ ທີ່ກຸງຄາບູລ ໃນວັນອັງຄານວານນີ້ ຊຶ່ງໄດ້ສັງຫານ 17 ຄົນ ແລະເຮັດໃຫ້ 40 ຄົນໄດ້ຮັບບາດເຈັບ. ທ່ານ Mohammad Zahir ຫົວໜ້າກົມສືບ
ສວນດ້ານອາດຊະກໍາຂອງນະຄອນຄາບູລເວົ້າວ່າ ຜູ້ໄດ້ຮັບເຄາະ ຮ້າຍທັງໝົດລ້ວນແຕ່ແມ່ນພົນລະເຮືອນລວມທັງຜູ້ຍິງແລະເດັກນ້ອຍ. ທ່ານກ່າວເພີ້ມ
ເຕີມວ່າ:

“ມີເດັກນ້ອຍ ແລະຜູ້ຍິງໃນຈໍານວນພວກທີ່ຖືກສັງຫານ ແລະບາດເຈັບນັ້ນ, ຜູ້ທີ່ເສຍຊີ
ວິດໄປ ແລະບາດເຈັບທັງໝົດນັ້ນ ລ້ວນແຕ່ແມ່ນພົນລະເຮືອນ ແລະບໍ່ມີພະນັກງານ
ຂອງກອງທັບ ລວມຢູ່ໃນນັ້ນເລີຍ.”

ໃນວັນອັງຄານມື້ນີ້ ອົງການສະຫະປະຊາຊາດເວົ້າວ່າ ຈໍານວນພົນລະເຮືອນທີ່ເສຍຊີ
ວິດໃນອັຟການິສຖານໄດ້ເພີ້ມຂຶ້ນເກືອບຮອດ 25 ເປີເຊັນ ເມື່ອທຽບກັບໄລຍະດຽວ
ກັນ ໃນປີກາຍນີ້.

ທ່ານ Jan Kubis ທູດພິເສດຂອງສະຫະປະຊາຊາດປະຈຳອັຟການິສຖານເວົ້າວ່າ ມີ
ຫລາຍກວ່າ 3 ພັນຄົນຢູ່ໃນອັຟການິສຖານ ທີ່ຖືກສັງຫານ ແລະໄດ້ຮັບບາດເຈັບ ຊຶ່ງ
ສ່ວນໃຫຍ່ ແມ່ນໂດຍພວກກະບົດ ນັບແຕ່ຕົ້ນປີນີ້ມາ. ທ່ານກ່າວ ເພີ້ມວ່າ:

“ສິ່ງທີ່ໜ້າເປັນຫ່ວງກວ່ານັ້ນອີກ ທີ່ຈິງແທ້ກໍຄື ເດັກນ້ອຍແມ່ນກວມເອົາ 21
ເປີເຊັນຂອງຈໍານວນພົນລະເຮືອນທີ່ຖືກສັງຫານຫລືໄດ້ຮັບບາດເຈັບໃນປີ
2013. ນີ້ແມ່ນເພີ້ມຂຶ້ນ 30 ເປີເຊັນເມື່ອທຽບໃສ່ໄລຍະດຽວກັນ ຂອງປີ
2012 ແລະ 34 ເປີເຊັນ ເມື່ອທຽບໃສ່ປີ 2011.”


ເບິ່ງວີດິໂອກ່ຽວກັບຂ່າວນີ້:





ນອກນັ້ນແລ້ວ ໃນວັນອັງຄານວານນີ້ ພວກກະບົດທີ່ດັກຍິງຂະບວນລົດຂົນສົ່ງສໍາພາລະ
ຂອງກຸ່ມເນໂຕ້ຜ່ານແຂວງ Ghazni ທາງພາກຕາເວັນອອກຂອງອັຟ ການິສຖານ ຊຶ່ງໄດ້
ສັງຫານຕຳຫຼວດ ຢ່າງໜ້ອຍ 2 ຄົນ ແລະຄົນຂັບລົດ ອີກ 2 ຄົນ.

ໃນວັນຈັນຜ່ານມາ ເຈົ້າໜ້າທີ່ອັຟການິສຖານກ່າວວ່າ ພວກຕາລີບັນໄດ້ຕັດ ຫົວເດັກຊາຍ
ສອງຄົນ ຢູ່ໃນແຂວງ Kandahar ທາງພາກໃຕ້ຂອງປະເທດ ຍ້ອນຖືກກ່າວຫາວ່າ ເປັນ
ນັກສືບ.

ແຕ່ວ່າການໂຈມຕີຕໍ່ເປົ້າໝາຍຂອງກຸ່ມເນໂຕ້ ແລະລັດຖະບານອັຟການິສຖານ ກໍນັບມື້
ນັບກ້າຫານຂຶ້ນ. ໃນວັນຈັນຜ່ານມາ ພວກະບົດໄດ້ໂຈມຕີສະໜາມບິນ ສາກົນຂອງນະຄອນ
ຄາບູລ ດ້ວຍຈະຫລວດ RPG ແລະປືນກົນ.

ເບິ່ງສະໄລດ໌ກ່ຽວຂ້ອງກັບຂ່າວນີ້:
XS
SM
MD
LG