ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ກໍາລັງອັຟການິສຖານ ສັງຫານ ກະບົດ ທີ່ໂຈມຕີ ສະໜາມບິນກາບູລ (ວີດິໂອ/ສະໄລດ໌)


ເຈົ້າໜ້າທີ່ຮັກສາຄວາມສະຫງົບ ຢືນເບິ່ງຊາກສົບຂອງ ພວກກະບົດຄົນນຶ່ງ ທີ່ຖືກສັງຫານ ໃນການຍິງຕໍ່ສູ້ກັນ ໃກ້ສະໜາມບິນຂອງນະຄອນຫລວງຄາບູລ ໃນວັນຈັນມື້ນີ້ ທີ 10 ມິຖຸນາ 2013.
ເຈົ້າໜ້າທີ່ຮັກສາຄວາມສະຫງົບ ຢືນເບິ່ງຊາກສົບຂອງ ພວກກະບົດຄົນນຶ່ງ ທີ່ຖືກສັງຫານ ໃນການຍິງຕໍ່ສູ້ກັນ ໃກ້ສະໜາມບິນຂອງນະຄອນຫລວງຄາບູລ ໃນວັນຈັນມື້ນີ້ ທີ 10 ມິຖຸນາ 2013.
ເຈົ້າໜ້າທີ່ອັຟການິສຖານເວົ້າວ່າ ກໍາລັງຮັກສາຄວາມສະຫງົບ
ໄດ້ສັງຫານ ພວກກະບົດກຸ່ມນຶ່ງ ທີ່ມີເຈັດຄົນທີ່ທໍາ​ການໂຈມຕີ
ສະໜາມບິນໃຫຍ່ຂອງນະຄອນຫລວງ ຄາບູລ ໃນວັນຈັນມື້ນີ້.

ການໂຈມຕີໄດ້ເລີ້ມຕົ້ນຂຶ້ນ ໃນຕອນກ່ອນ​ແຈ້ງຂອງມື້ນີ້ ໂດຍ
ມີລະເບີດແຕກ ແລະການຍິງຕໍ່ສູ້ກັນ ທີ່ສຸມໃສ່ກໍ້າທີ່ເປັນອາ
ຄານສະຖານທີ່ຂອງທະຫານນັ້ນ.

ຫລັງຈາກນັ້ນ ພວກກະບົດໄດ້​ເຂົ້າຄອບຄອງຕຶກຫລັງ​ນຶ່ງທີ່
ຢູ່ໃກ້ໆ ແລະກໍາລັງກໍ່ສ້າງຢູ່ນັ້ນ ແລະໄດ້ຍິງໄປໃສ່ສະໜາມບິນ ທີ່ໃຊ້ເປັນຖານທັບຂອງກໍາລັງທະຫານປະສົມ.

ເຈົ້າໜ້າທີ່ເວົ້າວ່າ ພວກຫົວຮຸນແຮງທັງໝົດ 7 ຄົນນັ້ນ ໄດ້ຖືກສັງຫານ ລຸນຫລັງການຍິງ
ຕໍ່ສູ້ກັນເປັນເວລາຫລາຍຊົ່ວໂມງກັບກໍາລັງຮັກສາຄວາມປອດ​ໄພ.

ຍັງບໍ່ມີລາຍງານໃນທັນທີນີ້​ເທື່ອກ່ຽວກັບການບາດເຈັບ ຫລືເສຍຊີວິດຂອງພົນລະເຮືອນ
ຫລືກໍາລັງຮັກສາຄວາມສະຫງົບເທື່ອ.

ກຸ່ມຕາລິບັນ ໄດ້ອ້າງເອົາຄວາຮັບຜິດຊອບຕໍ່ການໂຈມຕີດັ່ງກ່າວ.

ພ້ອມກັນນັ້ນ ໃນວັນຈັນມື້ນີ້ ໂປແລນກ່າວວ່າ ທະຫານຂອງຕົນຄົນນຶ່ງໄດ້ເສຍຊີວິດ ໃນ
ຂະນະທີ່ລະເບີດຝັງດິນລູກນຶ່ງໄດ້ແຕກຂຶ້ນໃນລະຫວ່າງທໍາການລາດຕະເວນຢູ່ໃນເຂດ
ຕາເວັນອອກຂອງອັຟການິສຖານ ໃກ້ກັບເມືອງ Ghazni.

ເບິ່ງວີດິໂອກ່ຽວກັບຂ່າວນີ້:



ໂປແລນແມ່ນເປັນປະເທດທີ່ໄດ້ສົ່ງທະຫານຫລາຍເປັນອັນດັບທີ 5 ເພື່ອປະກອບສ່ວນເຂົ້າ
ໃນກໍາລັງປະສົມຂອງເນໂຕ້ ທີ່ນໍາພາໂດຍສະຫະລັດ ໂດຍມີທະຫານປະມານ 1,700 ຄົນ ຢູ່ໃນອັຟການິສຖານ.

ທະຫານສູ້ລົບຂອງຕ່າງປະເທດເກືອບໝົດທຸກຄົນແມ່ນມີກໍານົດໃຫ້ອອກຈາກອັຟການິສ
ຖານໃນປາຍປີ 2014 ນີ້.

ເບິ່ງສະໄລດ໌ກ່ຽວຂ້ອງກັບຂ່າວນີ້:


XS
SM
MD
LG